ຄຸ້ມຄອງຊັບພະຍາກອນທຳມະຊາດຮັບປະກັນການພັດທະນາເສດຖະກິດຕາມທິດສີຂຽວຍືນຍົງ

 ປະເທດ ສປປ ລາວ ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດເປັນຕົ້ນ ແມ່ນພູຜາປ່າໄມ້, ແມ່ນໍ້າລຳເຊ, ແຮ່ທາດຕ່າງໆເຊິ່ງຊັບພະຍາກອນ ເຫຼົ່ານີ້ລ້ວນແຕ່ແມ່ນຊັບສິນສ່ວນລວມ,ແມ່ນມໍລະດົກອັນລໍ້າຄ່າຂອງປວງຊົນລາວທັງຊາດ,ແມ່ນທ່າແຮງສຳຄັນໄດ້ປຽບໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະເປັນແຫຼ່ງລາຍຮັບຕົ້ນຕໍຂອງປະຊາຊົນສ່ວນຫຼາຍຂອງປະເທດ. ໂດຍເຫັນໄດ້ບົດບາດ ແລະຄວາມສຳຄັນດັ່ງກ່າວ, ຕະຫຼອດໄລຍະຜ່ານມາພັກ ແລະ ລັດຖະບານໄດ້ມີນະໂຍບາຍອັນຖືກຕ້ອງໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມໂດຍທາງກົງ ແລະ ທາງອ້ອມເຊິ່ງສະແດງອອກໃນບັນດາບົດລາຍງານການເມືອງ, ມະຕິກອງປະຊຸມ, ນະໂຍບາຍ,ທິດທາງ ແລະ ຄາດໝາຍສູ້ຊົນໃນການຄຸ້ມຄອງ-ປົກປັກຮັກສາ ແລະ ນຳໃຊ້ຢ່າງສົມເຫດສົມຜົນຕໍ່ແຫຼ່ງ ຊັບພະຍາກອນທຳມະຊາດ ແລະ ຮັກສາສິ່ງແວດລ້ອມ.

  ເພື່ອການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ, ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ເອົາ ໃຈໃສ່ຫັນເອົາແນວທາງ-ນະໂຍບາຍຂອງພັກ ແລະລັດຖະບານກ່ຽວກັບວຽກງານດັ່ງກ່າວມາເປັນແຜນງານ, ເປັນໂຄງການລະອຽດໃນ ຂອບເຂດຂອງຕົນທັງນຳເຂົ້າສູ່ ການປະຕິບັດຕົວຈິງທີ່ມີລັກສະ ນະຄົບຊຸດຮອບດ້ານທັງເປັນພື້ນຖານເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຄ່ອຍໆຫັນໄປຕາມທິດສີຂຽວ ແລະຍືນຍົງເທື່ອລະ ກ້າວ. ຜ່ານການຈັດຕັ້ງປະຕິບັດ ແຜນການໃນໄລຍະປີ 2011-2015 ສາມາດບັນລຸໄດ້ຜົນສຳ ເລັດທີ່ພົ້ນເດັ່ນເປັນຕາມໄດ້ສ້າງພື້ນຖານອັນໜັກແໜ້ນ ແລະເຂັ້ມແຂງທາງດ້ານນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະນິຕິກຳຕ່າງໆ ໃນຂົງເຂດຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເປັນຕົ້ນ ແມ່ນຮ່າງມະຕິກົມການເມືອງວ່າ ດ້ວຍທີ່ດິນ, ຮ່າງນະໂຍບາຍທີ່ດິນແຫ່ງຊາດ, ຮ່າງດຳລັດວ່າດ້ວຍ ການກຳນົດ 12 ເຂດປ່າສະຫງວນຊັບພະຍາກອນແຮ່ທາດ, ຮ່າງດຳລັດວ່າດ້ວຍການຄວບຄຸມມົນລະພິດ, ກົດໝາຍວ່າດ້ວຍການປົກປັກ ຮັກສາສິ່ງແວດລ້ອມ, ກົດໝາຍນ້ໍ້າ ແລະຊັບພະຍາກອນແຫຼ່ງນໍ້າ, ກົດໝາຍວ່າດ້ວຍປ່າໄມ້.

  ເພື່ອເປັນເຈົ້າການໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ຄັ້ງທີ VIII, ຂະແໜງການຊັບພະຍາກອນທຳ ມະຊາດ ແລະສິ່ງແວດລ້ອມຈະສູ້ຊົນໃຫ້ສຳເລັດການສ້າງລະບົບ ກົນໄກການຄຸ້ມຄອງ-ການນຳໃຊ້ ແລະພັດທະນາຊັບພະຍາກອນທຳ ມະຊາດທີ່ມີປະສິດທິຜົນ ແລະປະສິດທິພາບ ເພື່ອສະໜັບສະໜູນໃຫ້ ແກ່ການພັດທະນາເສດຖະກິດ-ສັງ ຄົມຂອງປະເທດລາວເຮົາໃຫ້ໄປຕາມທິດພັດທະນາສີຂຽວເພື່ອຂັບເຄື່ອນ ສປປ ລາວ ໃຫ້ບັນລຸການພັດທະນາແບບຍືນຍົງ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ, ຍົກຂີດຄວາມສາມາດຂອງຕົນໃນການປັບຕົວເຂົ້າກັບສະພາບການປ່ຽນແປງດິນຟ້າອາກາດ ແລະຫຼຸດຜ່ອນຜົນກະທົບຈາກໄພພິບັດທາງທຳມະຊາດໂດຍເລັ່ງໃສ່ຈັດຕັ້ງປະຕິ ບັດບາງວຽກງານທີ່ເປັນຈຸດສຸມເຊັ່ນ:

 - ຄົ້ນຄວ້າກຳນົດບັນດານະ ໂຍບາຍ ແລະນິຕິກຳກ່ຽວກັບການ ຄຸ້ມຄອງ-ການນຳໃຊ້ຊັບພະຍາ ກອນທຳມະຊາດ ແລະສິ່ງແວດ ລ້ອມ ໂດຍສະເພາະມະຕິຂອງກົມ ການເມືອງວ່າດ້ວຍທີ່ດິນ, ນະໂຍບາຍທີ່ດິນແຫ່ງຊາດ, ກົດໝາຍວ່າ ດ້ວຍທີ່ດິນ, ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍຊັບພະຍາກອນນໍ້າ ແລະນິຕິກຳອື່ນໆໃຫ້ສຳເລັດໂດຍໄວທັງໃຫ້ສອດຄ່ອງກັບສະພາບຕົວຈິງ.

  - ເພີ່ມທະວີການຊີ້ນຳ-ນຳພາ ຂອງຄະນະພັກທຸກຂັ້ນໃນການ ຈັດຕັ້ງຜັນຂະຫຍາຍແນວທາງ-ນະໂຍບາຍຂອງພັກ ແລະລັດຖະ ບານກ່ຽວກັບການຄຸ້ມຄອງ-ການ ນຳໃຊ້ຊັບພະຍາກອນທຳມະຊາດ ເພື່ອສ້າງຜົນປະໂຫຍດສູງສຸດໃຫ້ປະເທດຊາດ ແລະປະຊາຊົນ.

  - ປັບປຸງກົງຈັກການຈັດຕັ້ງ, ບັນຈຸ-ຊັບຊ້ອນພະນັກງານໃສ່ຕຳແໜ່ງງານຕ່າງໆໃຫ້ເໝາະສົມ, ພຽງພໍ ແລະໃຫ້ສົມຄູ່ກັບໜ້າທີ່ການເມືອງໃນໄລຍະໃໝ່ນັບທັງ ຂັ້ນສູນກາງ ແລະທ້ອງຖິ່ນໃຫ້ສຳ ເລັດແນໃສ່ເຮັດໃຫ້ກົງຈັກການ ຈັດຕັ້ງມີຄວາມກະທັດຮັດ, ສົມເຫດສົມຜົນ, ມີປະສິດທິພາບ ແລະມີການແບ່ງຂັ້ນໃນການຄຸ້ມຄອງຢູ່ແຕ່ລະຂັ້ນໃຫ້ຈະແຈ້ງເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ຂະແໜງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຕ່ລະຂັ້ນ, ຍົກລະດັບພະນັກ ງານໃຫ້ມີຄວາມຮູ້-ຄວາມສາມາດໃນການນຳໃຊ້ວິທະຍາສາດ ເຕັກໂນໂລຊີ-ວິທະຍາ ການໃໝ່ທັນສະໄໝເຂົ້າໃນການເຄື່ອນໄຫວວຽກງານເພື່ອແນໃສ່ຫັນເປັນອຸດສາຫະກຳ ແລະທັນສະໄໝຕາມແນວທາງຂອງພັກໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

  - ສຸມໃສ່ວຽກງານສຳຫຼວດເກັບກຳຂໍ້ມູນ, ຈັດສັນ, ຈັດແບ່ງ ເຂດ, ຈັດແບ່ງປະເພດ, ສ້າງແຜນທີ່ດິນ ແລະສ້າງແຜນແມ່ບົດເພື່ອການວາງແຜນການຄຸ້ມຄອງ, ປົກ ປັກຮັກສາ, ພັດທະນາ ແລະນຳໃຊ້ ຊັບ ພະຍາ ກອນທຳມະ ຊາດ ໃນລະ ດັບທ້ອງຖິ່ນ, ເຂດແຄວ້ນ ແລະ ທົ່ວປະເທດໃຫ້ໄປກ່ອນກ້າວໜຶ່ງ ເພື່ອເປັນພື້ນຖານໃຫ້ແກ່ການວາງແຜນພັດທະນາເສດຖະກິດ-ສັງຄົມ.

 - ເອົາໃຈໃສ່ໂຄສະນາເຜີຍແຜ່ ແລະສຶກສາອົບຮົມເພື່ອສ້າງຈິດສຳນຶກໃຫ້ທົ່ວສັງຄົມຮັບຮູ້ ແລະມີສ່ວນຮ່ວມໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ, ນຳໃຊ້ຊັບພະຍາກອນທຳມະຊາດຢ່າງສົມເຫດສົມຜົນ ແລະກຸ້ມຄ່າລວມທັງການປະຢັດວັດຖຸດິບ, ພະລັງ ງານ, ຫຼຸດ ຜ່ອນມົນລະພິດ, ນຳໃຊ້ວິທະຍາການໃໝ່ທີ່ເປັນມິດຕໍ່ກັບສິ່ງແວດລ້ອມ.

- ປະສານສົມທົບກັບຂະແໜງການຕ່າງໆໃນການສ້າງຍຸດທະສາດໃຫ້ມີຄວາມກົມກຽວລະຫວ່າງການພັດທະນາ ແລະການປົກປັກຮັກສາຊັບພະຍາກອນທຳມະ ຊາດ ແລະສິ່ງແວດລ້ອມ, ຂຶ້ນທະບຽນຊັບສິນຊັບພະຍາກອນທຳມະຊາດທີ່ເປັນທ່າແຮງປາຍແຫຼມເພື່ອເປັນບ່ອນອີງໃນການນຳໃຊ້ພັດທະນາເສດຖະກິດ-ສັງ ຄົມ ແລະ ກ້າວໄປສູ່ການຫັນປ່ຽນຈາກເສດ ຖະກິດທີ່ອີງໃສ່ແຕ່ຊັບພະຍາກອນທຳມະຊາດເປັນຕົ້ນຕໍໄປສູ່ການພັດທະນາເສດຖະກິດພູນປັນຍາເພື່ອຮັບປະກັນໃຫ້ເສດຖະກິດ-ສັງຄົມມີຄວາມມັ່ງຄັ່ງເຂັ້ມແຂງ ແລະຕໍ່ເນື່ອງ, ລະດົມ ແລະ ຈັດຫາແຫຼ່ງທຶນດ້ວຍຫຼາຍຮູບແບບທັງພາຍໃນ ແລະ ຕ່າງປະເທດ, ລວມທັງສົ່ງ ເສີມທາງດ້ານງົບປະມານ ພາກລັດ ເພື່ອຈັດຕັ້ງປະຕິບັດບັນດາແຜນງານ ແລະໂຄງການຕ່າງໆ ໃຫ້ມີປະສິດທິຜົນ, ເອົາໃຈໃສ່ຈັດສັນລາຍຮັບທີ່ໄດ້ຈາກການຂຸດຄົ້ນແຫຼ່ງຊັບພະຍາກອນທຳມະຊາດໃຫ້ສົມເຫດສົມຜົນໃຫ້ແກ່ທ້ອງຖິ່ນ ແລະຊຸມຊົນ.

  ເຖິງວ່າພັກ-ລັດຖະບານໄດ້ມີຄວາມພະຍາຍາມສູງໃນວຽກງານຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ບັນລຸໄດ້ຜົນສຳເລັດຢ່າງຫຼວງ ຫຼາຍໃນໄລຍະຜ່ານມາກໍຕາມ, ແຕ່ກໍຍັງມີສິ່ງຫຍໍ້ທໍ້ຫຼາຍຢ່າງທີ່ ຍັງບໍ່ສາມາດແກ້ໄຂໄດ້ເປັນຕົ້ນ ແມ່ນພະນັກງານລັດ, ປະຊາຊົນຍັງບໍ່ທັນເຊື່ອມຊຶມແນວທາງ-ນະໂຍບາຍກ່ຽວກັບການພັດທະນາ ຊັບພະຍາກອນທຳມະຊາດ, ຍັງໃຊ້ຊັບພະຍາກອນຟຸມເຟືອຍ, ບໍ່ມີປະສິດທິຜົນ, ທຳລາຍຊັບພະຍາກອນທຳມະຊາດ ເຊັ່ນ: ການຖາງປ່າເຮັດໄຮ່ຂອງປະຊາຊົນໃນເມື່ອ ລະດູປູກຝັງວຽນມາຮອດ, ການໃຊ້ສານເຄມີ, ຝຸ່ນເຄມີເຂົ້າໃນການ ຜະລິດກະສິກຳເຊັ່ນ ການປູກກ້ວຍ, ປູກຜັກ, ລ້ຽງປາກະຊັງ ແລະອື່ນໆເຮັດໃຫ້ແຫຼ່ງດິນ, ແຫຼ່ງນ້ຳ ແລະ ອາກາດຖືກປົນເປື້ອນສານຜິດມີຜົນຮ້າຍແຮງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ບັນດາປະກົດ ການເຫຼົ່ານັ້ນຍັງແຜ່ຫຼາຍຢູ່ໃນ ຫຼາຍທ້ອງຖິ່ນ ແລະຍັງສືບຕໍ່ສ້າງຄວາມເສຍຫາຍຕໍ່ຊັບພະຍາກອນ ທຳມະຊາດ ແລະຊັບພະຍາກອນມະນຸດ ຈຶ່ງເຫັນສົມຄວນໃຫ້ພາກສ່ວນກ່ຽວຂ້ອງມີມາດຕະການທີ່ເໝາະສົມເພື່ອຢຸດຕິພຶດຕິກຳດັ່ງກ່າວ ແລະເພື່ອຄວາມປອດໄພຂອງຊີວິດພວກເຮົາ.

  ຈາກສະພາບຄືດັ່ງກ່າວນັ້ນ, ພາກສ່ວນກ່ຽວຂ້ອງແຕ່ສູນກາງລົງຮອດທ້ອງຖິ່ນຄວນເພີ່ມທະວີເປັນເຈົ້າການໃນການສຶກສາອົບຮົມ, ເຜີຍແຜ່ແນວທາງ-ນະ ໂຍບາຍຂອງພັກ ແລະ ລັດຖະບານໃຫ້ປະຊາຊົນນັບທັງນັກລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ເຊື່ອມຊຶມ ແລະ ປະຕິບັດຕາມລະບຽບກົດໝາຍ, ກວດກາ ແລະຊຸກຍູ້ສົ່ງເສີມການຄຸ້ມຄອງ ແລະປົກປັກຮັກສາຊັບພະຍາກອນທຳມະຊາດໃຫ້ຄົງຢູ່ກັບປະເທດຊາດຕະຫຼອດໄປ ແລະພັດທະນາເສດຖະກິດ-ສັງຄົມໃຫ້ມີປະສິດທິຜົນສູງສຸດ.

--------------------------

ຂຽນໂດຍ: ຄຳອຸ່ນ ຈິດດວງແສງ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ