ຫ້າງຊັບພະສິນຄ້າເຊກອງສຳເລັດ 95 ເປິເຊັນ

  ໂຄງການກໍ່ສ້າງຫ້າງຊັບພະສິນຄ້າ ແຂວງເຊກອງ ພາຍຫຼັງທີ່ໄດ້ດຳເນີນການກໍ່ສ້າງມາແຕ່ປີ 2016 ປະຈຸບັນມີຫຼາຍໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດສຳເລັດສະເລ່ຍໜ້າວຽກໂດຍລວມມີຄວາມຄືບໜ້າແລ້ວ 95% ມີມູນຄ່າການກ່ໍສ້າງ ທັງໝົດ 93,54 ຕື້ກີບ ຂະນະທີ່ໜ້າວຽກ ທີ່ຍັງສືບຕໍ່ແມ່ນລະບົບໄຟຟ້າ, ການຕົບແຕ່ງພາຍໃນ, ການອະນາໄມ ແລະໜ້າວຽກອື່ນໆອີກຈຳນວນໜຶ່ງຊຶ່ງດ້ານຜູ້ຮັບເໝົາຄາດຈະໃຫ້ສໍາເລັດກ່ອນແຜນການທີ່ກຳນົດໄວ້.

  ທ່ານ ອຸດົມ ສົມຈັນທາ ຮອງຜູ້ອຳນວຍການສອນກໍ່ສ້າງ ແລະສ້ອມແປງເຄຫາສະຖານຈຳກັດຜູ້ດຽວໃຫ້ສຳພາດວ່າ: ໂຄງການກໍ່ສ້າງຫ້າງຊັບພະສິນຄ້າ ແຂວງເຊກອງ ເປັນອາຄານ 4 ຊັ້ນ ຂະໜາດອາຄານ 36x57,6 ແມັດ ມີ 127 ຫ້ອງ, ຊຶ່ງແຕ່ລະຊັ້ນແຕກຕ່າງກັນໄປເຊັ່ນ: ຊັ້ນທີ 1 ມີ 35 ຫ້ອງ ເປັນປະເພດຫ້ອງໂຖງອາເນກປະສົງ, ຮ້ານຄ້າ, ໜ່ວຍບໍລິການ, ຊັ້ນທີ2 ມີ 57 ຫ້ອງສ່ວນໃຫຍ່ເປັນປະເພດຂາຍເຄື່ອງທົ່ວໄປ, ຊັ້ນທີ 3 ມີ 30 ຫ້ອງປະກອບມີຫ້ອງປະຊຸມ1 ຫ້ອງສາມາດຮອງຮັບໄດ້ຫຼາຍກວ່າ 300 ຄົນ, ເປັນຫ້ອງຂາຍເຄື່ອງຍີ່ຫໍ້ຕ່າງໆ, ຂາຍວັດສະດຸມີຄ່າ,ສ່ວນຊັ້ນທີ 4 ມີ 5 ຫ້ອງປະກອບມີຮ້ານອາຫານ, ຊຸບເປີມາເກັດ, ບ່ອນຫຼິ້ນສໍາລັບເດັກ ແລະຫ້ອງການບໍລິການຕະຫຼາດ.

  ທ່ານ ອຸດົມ ສົມຈັນທາ ກ່າວຕື່ມວ່າ: ໂຄງການກໍ່ສ້າງຫ້າງຊັບພະສິນຄ້າຕັ້ງຢູ່ບ້ານວັດຫຼວງ ເມືອງລະມາມ ແຂວງເຊກອງ ໂດຍແມ່ນພະ ແນກອຸດສາຫະກຳ ແລະການຄ້າແຂວງເປັນເຈົ້າຂອງໂຄງການ, ຊຶ່ງຮັບເໝົາກໍ່ສ້າງໂດຍບໍລິສັດສອນກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈຳກັດຜູ້ດຽວ, ມີມູນຄ່າການກໍ່ສ້າງທັງໝົດ 93,54 ຕື້ກີບ ຜ່ານການຈັດຕັ້ງປະຕິບັດລົງມືກໍ່ສ້າງມາແຕ່ເດືອນມັງກອນ 2016 ມາຮອດປະຈຸບັນໜ້າວຽກໂດຍລວມຂອງໂຄງການມີຄວາມຄືບໜ້າແລ້ວ 95% ຕາມແຜນການແມ່ນສຳເລັດໃນເດືອນທັນວາ 2019, ສ່ວນໜ້າວຽກທີ່ຈະສືບຕໍ່ແມ່ນລະບົບໄຟຟ້າ, ການຕົບແຕ່ງພາຍໃນອາຄານ, ການອະນາໄມ ແລະ ໜ້າວຽກອື່ນໆຈຳນວນໜຶ່ງຂະນະທີ່ດ້ານຜູ້ຮັບເໝົາກໍ່ສ້າງຈະໃຫ້ສຳເລັດກ່ອນແຜນການທີ່ວາງໄວ້.