ພາກລັດ ຮ່ວມກັບພາກທຸລະກິດ ຫາລືການຄຸ້ມຄອງສິນຄ້າ

  ກອງປະຊຸມຮ່ວມລະຫວ່າງຂະແໜງການຂອງລັດກັບພາກທຸລະກິດພາຍໃນແຂວງອຸດົມໄຊ ກ່ຽວກັບການຄຸ້ມຄອງສິນຄ້າ, ນໍ້າມັນເຊື້ອໄຟ ແລະ ອາຍແກັສ ໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດຜ່ານມາທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງອຸດົມໄຊ ພາຍໃຕ້ການເປັນປະທານຂອງທ່ານ ວັນນາ ແກ້ວສັນຕິ ຫົວໜ້າຫ້ອງວ່າການປົກຄອງແຂວງ. ມີບັນດາພະແນກການຂັ້ນແຂວງ, ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງພ້ອມດ້ວຍພະນັກງານວິຊາການຂອງສ່ວຍສາອາກອນປະຈຳແຂວງ ແລະເມືອງເຂົ້າຮ່ວມ.

  ທ່ານ ທຳມະລົດ ຣາຊະພົນ ຫົວໜ້າສ່ວຍສາອາກອນປະຈຳແຂວງອຸດົມໄຊ ໄດ້ຂຶ້ນເຜີຍແຜ່ແຈ້ງການຂອງລັດຖະມົນຕີກະຊວງການເງິນສະບັບເລກທີ 3411 /ກງ ລົງວັນທີ 23 ຕຸລາ 2018 ກ່ຽວກັບການຄິດໄລ່, ການແຈ້ງມອບອາກອນມູນຄ່າເພີ່ມ ແລະອາກອນກຳໄລຈາກການນຳເຂົ້າ ແລະຈຳໜ່າຍນໍ້າມັນເຊື້ອໄຟຢູ່ພາຍໃນປະເທດ,ແຈ້ງການຂອງລັດຖະມົນຕີກະຊວງການເງິນສະບັບເລກທີ 1626/ກງ ລົງວັນທີ 30 ພຶດສະພາ 2019 ກ່ຽວກັບການຄຸ້ມຄອງສາງສິນ ຄ້າ,ນໍ້າມັນເຊື້ອໄຟ ແລະ ອາຍແກັສ. ທັງນີ້ກໍເພື່ອເຮັດໃຫ້ຜູ້ເຂົ້າຮ່ວມຮັບຮູ້,ເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດຕາມເນື້ອໃນຂອງແຈ້ງການແນໃສ່ຮັບປະກັນ

ໃຫ້ແກ່ການຄຸ້ມຄອງ, ການຈັດເກັບ ແລະການແຈ້ງມອບອາກອນປະເພດຕ່າງໆຈາກການນໍາເຂົ້າ ແລະຈໍາໜ່າຍນໍ້າມັນເຊື້ອໄຟ ແລະອາຍ ແກັສ ໃຫ້ຖືກຕ້ອງຕາມໂຄງສ້າງລາຄາໃນແຕ່ລະໄລຍະທີ່ລັດຖະບານກໍານົດ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ເພື່ອເຮັດໃຫ້ການຄຸ້ມຄອງ, ການຕິດ ຕາມ ແລະການກວດກາສາງສິນຄ້າ, ນໍ້າມັນເຊື້ອໄຟ ແລະ ອາຍແກັສຖືກຕ້ອງຕາມລະບຽບກົດຫມາຍ ແລະເປັນເງື່ອນໄຂເອື້ອອໍານວຍໃນການດໍາເນີນທຸລະ ກິດ, ການເກັບພັນທະພາສີ, ອາກອນປະເພດຕ່າງໆເຂົ້າງົບປະມານໃຫ້ຖືກຕ້ອງ, ຄົບຖ້ວນ ແລະທ່ວງທັນກັບເວລາ ແລະກົດໝາຍທີ່ກໍານົດ.

  ກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນປຶກສາຫາລືເພື່ອເປັນການຖອດຖອນບົດຮຽນຕໍ່ກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ.

--------------------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ