ສວນພຶກສາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ

  ວັນທີ 20 ກໍລະກົດ 2019 ສວນພຶກສາ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 64 ປີ ເພື່ອປະກອບສ່ວນສ້າງຂະບວນການຄໍານັບຮັບຕ້ອນວັນປະຫວັດສາດທີ່ມີຄວາມໝາຍສໍາຄັນຂອງຊາດ.

  ທ່ານ ພູວົງ ພະມີສິດ ປະທານສວນພຶກສາ ໄດ້ກ່າວວ່າ: ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 64 ປີ ສວນພຶກສາເຮົາກໍ່ເປັນອີກໜຶ່ງທີ່ມີກິດຈະກຳປະກອບສ່ວນສ້າງຂະບວນການຄໍານັບຮັບຕ້ອນວັນປະຫວັດສາດສໍາຄັນຂອງຊາດເພື່ອສະແດງໃຫ້ເຫັນວັນສຳຄັນຂອງແມ່ຍິງລາວໃນຍຸກປະຈຸບັນ ມີຄວາມຮູ້ເຂົ້າໃຈຕໍ່ມູນເຊື້ອການເຄື່ອນໄຫວປະຕິວັດຕໍ່ສູ້ຂອງແມ່ຍິງບັນດາເຜົ່າທີ່ຄ່ຽງບ່າຄ່ຽງໄລ່ກັບເພດຊາຍໃນການຕໍ່ສູ້ກູ້ຊາດຕ້ານສັດຕູຜູ້ມາຮຸກຮານຈົນເຮັດໃຫ້ປະເທດຊາດພວກເຮົາໄດ້ມີຄວາມຢູ່ເຢັນເປັນສຸກໃນທຸກນີ້ພ້ອມນັ້ນງານສະເຫຼີມສະຫຼອງວັນດັ່ງກ່າວຍັງຖືເປັນບ່ອນສະຖານທີ່ຮອງຮັບໃຫ້ບັນດາແມ່ຍິງ

ມີບ່ອນທ່ຽວຊົມ, ແລກປ່ຽນ ແລະຮັບຮູ້ຈຸດເດັ່ນທາງດ້ານວັດທະນະທຳສິ່ງໃໝ່ໆພາຍໃນສວນພຶກສາຫຼາຍຂຶ້ນສຳລັບກິດຈະກຳຄັ້ງນີ້ມີຫຼາຍໆພາກສ່ວນເຂົ້າຮ່ວ ມບໍ່ວ່າຈະເປັນພາກສ່ວນລັດ, ເອກະຊົນ ແລະນັກທ່ອງທ່ຽວຕ່າງປະເທດ ນອກນັ້ນ ຍັງມີນາງສາວງາມເຜົ່າມົ້ງມາຈັດກິດຈະ ກຳສ້າງຮອຍຍິ້ມ ແລະແຈກຂອງຂວັນລາງວັນໃຫ້ແກ່ບັນດາແຂກທີ່ເຂົ້າມາຮ່ວມງານພ້ອມນັ້ນຍັງໄດ້ມີການສະແດງບົດຟ້ອນ,ຮ້ອງເພງອື່ນໆຈາກນັກສະແດງພາຍໃນສວນພຶກສາຢ່າງຄຶກຄື້ນ.

 ທ່ານ ພູວົງ ພະມີສິດ ໄດ້ກ່າວຕື່ມອີກວ່າ: ປະຈຸບັນສວນພຶກສາມີເນື້ອທີ່ທັງໝົດ 47 ເຮັກຕາ ໃນນັ້ນໄດ້ບຸກເບີກກໍ່ສ້າງພັດທະນາແຫຼ່ງທ່ອງທ່ຽວດ້ານວັດທະ ນະທຳ, ກະສິກຳ, ຮ້ານຄ້າ ແລະ ດ້ານການບໍລິການອື່ນໆແມ່ນ 20 ກວ່າເຮັກຕາ ສ່ວນເນື້ອທີ່ທີຍັງເຫຼືອນັ້ນແມ່ນໄດ້ເຮັດເປັນແຫຼ່ງທ່ອງທ່ຽວທຳມະຊາດເພື່ອເປັນການອະນຸລັກສັດນໍ້າ, ສັດປ່າ ແລະຮັກສາສິ່ງແວດລ້ອມໄວ້ຕາມທິດນະໂຍບາຍຂອງພັກລັດສຳລັບແຜນການຕໍ່ໄປແມ່ນຈະຂະຫຍາຍກໍ່ສ້າງສູນຝຶກອົບຮົມຢາພື້ນເມືອງ ແລະ ໃນເດືອນສິງຫາຈະເຖິງນີ້ແມ່ນກຽມເປີດບໍລິການລີສອດສະປາກາເດັນຊຶ່ງເປັນສວນລີສອດກາງດອນທີ່ມີດອກໄມ້ປົກຄຸມສວມງາມທີ່ສາ ມາດດຶງດູດນັກທ່ອງທ່ຽວ ເຂົ້າມາຫຼາຍເພີ່ມຂຶ້ນ.

----------------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ