ຫວຽດນາມສ້າງໃຫ້ລ້າສະຖາບັນເສດຖະກິດ-ການເງິນ

 ເພື່ອເປັນການເພີ່ມທະວີຄວາມສາມັກຄີມິດຕະພາບອັນພິເສດລະຫວ່າງສອງພັກ,ສອງລັດຖະບານ ແລະປະຊາຊົນສອງຊາດລາວ-ຫວຽດນາມໝັ້ນຄົງທະນົງແກ່ນຕະຫຼອດໄປ” ໂດຍສະເພາະແມ່ນການຮ່ວມມືອັນເລິກເຊິ່ງລະຫວ່າງສອງກະຊວງການເງິນ; ລັດຖະບານ ສສ ຫວຽດນາມໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະ ບານແຫ່ງ ສປປ ລາວ ໂຄງການກໍ່ສ້າງສະຖາບັນເສດຖະກິດ-ການເງິນ (ດົງຄໍາຊ້າງ) ໄລຍະ 3 ລວມມູນຄ່າທັງໝົດ 65,25 ຕື້ກວ່າກີບ.

  ໃນວັນທີ 19 ກໍລະກົດ 2019 ທີ່ສະຖາບັນເສດຖະກິດ-ການເງິນ (ບ້ານດົງຄໍາຊ້າງ), ນະຄອນຫຼວງວຽງຈັນໄດ້ມີພິທີວາງສີລາລືກໂຄງການກໍ່ສ້າງດັ່ງກ່າວ; ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ດິງຕຽນຢຸງ ລັດຖະມົນຕີກະຊວງການເງິນ ສສ ຫວຽດນາມ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນລາວຫົວໜ້າຄະນະຄຸ້ມຄອງໂຄງການຝ່າຍລາວໄດ້ລາຍງານຫຍໍ້ກ່ຽວກັບໂຄງການເພື່ອເປັນການສືບຕໍ່ຜົນສຳເລັດໂຄງການກໍ່ສ້າງສະຖາບັນເສດຖະກິດ-ການເງິນໄລຍະ 1,2 ແລະ ແຜນພັດທະນາສະຖາບັນເສດຖະກິດ-ການເງິນ; ແນໃສ່ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດໃນປະຈຸບັນ ແລະ ອະນາຄົດ; ລັດຖະບານຂອງສອງປະເທດ ສສ ຫວຽດນາມ ແລະ ສປປ ລາວ ໄດ້ອະນຸຍາດໃຫ້ກໍ່ສ້າງສະຖາບັນເສດຖະກິດ-ການເງິນໄລຍະ 3 ນັບແຕ່ປີ 2017-2021.

   ຊຶ່ງລັດຖະບານ ສສ ຫວຽດນາມ, ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອການກໍ່ສ້າງອາຄານຮຽນ, ອາຄານຫໍພັກນັກສຶກສາ, ສະໝາມກີລາກາງແຈ້ງ, ກໍ່ສ້າງໂຄງລ່າງ  ເຕັກນິກນອກອາຄານ, ປ້ອມສູບນໍ້າ, ປ້ອມ ໄຟຟ້າ, ເສັ້ນທາງ, ໜອງນໍ້າເພື່ອປັບອາ ກາດ, ລະບົບສະໜອງນໍ້າ, ລະບາຍນໍ້າ, ສະໜອງໄຟຟ້ານອກອາຄານ, ປ້ອງກັນ ປວກ ແລະອຸປະກອນທີ່ຈຳເປັນລວມມີ ໂຕະຕັ່ງນັກສຶກສາ, ອາຈານ, ຕຽງ, ຕູ້, ລະບົບປັບອາກາດ, ລະບົບປ້ອງກັນ ອັກ ຄີໄພ, ລະບົບຂໍ້ມູນຕິດຕໍ່ພົວພັນ, ຈັກສູບນໍ້າ, ເຄື່ອງຈ່າຍໄຟຟ້າ ແລະ ອື່ນໆລວມຄ່າທຶນທັງໝົດ 176,19ຕື້ດົງ ຫຼືປະມານ 65,25ຕື້ກີບ. ໃນນັ້ນ,ທຶນຊ່ວຍເຫຼືອລ້າຂອງລັດຖະບານ ສສ ຫວຽດນາມ 158,57 ຕື້ດົງ ຫຼື ປະມານ 58,73 ຕື້ກີບ, ທຶນສົມທົບຂອງລັດຖະບານສ ປປ ລາວ 17,61 ຕື້ດົງ ຫຼື ປະມານ 6,52 ຕື້ກີບ.

  ໂຄງການຈະປະກອບສ່ວນສຳຄັນເຂົ້າໃນວຽກສ້າງສາພັດທະນາແຫຼ່ງກຳລັງຂອງຂະແໜງການເງິນລາວ; ຕອບສະໜອງຄວາມຕ້ອງການໃນການພັດທະນາເສດຖະກິດຂອງ ສປປ ລາວ, ໂດຍ ສະເພາະຄວາມຕ້ອງການໃນການຄຸ້ມຄອງລັດດ້ານການເງິນໃນໄລຍະໃໝ່, ທັງເປັນການເພີ່ມທະວີຄວາມສາມັກຄີມິດຕະ ພາບອັນເລິກເຊິ່ງລະຫວ່າງສອງພັກ, ສອງລັດຖະບານ ແລະປະຊາຊົນສອງ ຊາດລາວ-ຫວຽດນາມ-ລາວ“ ໝັ້ນຄົງ ທະນົງແກ່ນຕະຫຼອດໄປ” ທີ່ສຳຄັນຈະ ສ້າງໃຫ້ສະຖາບັນເສດຖະກິດ-ການເງິນໃຫ້ກາຍເປັນສູນກາງການສຶກສາລະດັບປະເທດ, ຍົກລະດັບຖັນແຖວພະນັກງານ ເສດຖະກິດ-ການເງິນຂອງລາວ; ຮັບປະ ກັນໃນການຕອບສະໜອງຄວາມຕ້ອງການກໍ່ສ້າງນັກສຶກສາຈຳນວນ 4.000 ຄົນ ແລະ ພະນັກງານຂະແໜງການເງິນມາຝຶກອົບຮົມຈຳນວນ 320 ຄົນ; ຄວາມຕ້ອງການທີ່ພັກອາໄສໃຫ້ແກ່ນັກສຶກສາຈຳນວນ 1.000 ຄົນ ແລະພະນັກງານຝຶກອົບຮົມຂະແໜງການເງິນຈຳນວນ 100 ຄົນ

-------------------------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ