ຄຶກຄັກແນ່ນອນງານວາງສະແດງສິນຄ້າຜະລິດຕະພັນໄມ້ລາວ ຜູ້ປະກອບການທະຍອຍຂົນສິນຄ້າເຂົ້າຮ່ວມ

   ປະຈຸບັນບັນດາຜູ້ປະກອບການພາຍໃນ ແລະຕ່າງປະເທດເລີ່ມທະຍອຍນຳສິນຄ້າສວຍງາມເຂົ້າຮ່ວມງານວາງສະແດງຜະລິດຕະພັນເຟີນີເຈີໄມ້ລາວຄັ້ງທີ 5 ປະຈຳປີ 2019 ຢ່າງຕໍ່ເນື່ອງໂດຍງານຈະເປີດຂຶ້ນເປັນທາງການໃນວັນທີ 14 ມັງກອນ ມີຈຳນວນ 181 ຫ້ອງວາງສະ ແດງ-ຂາຍສິນຄ້າຄຸນນະພາບດີດ້ວຍລາຄາສົມເຫດສົມຜົນ ແລະ ກິດຈະກຳອື່ນໆທີ່ຈະສ້າງໃຫ້ມີບັນຍາກາດຄຶກຄື້ນຕະຫຼອດງານ.

  ທ່ານ ກອງມາລາ ພົມມະໄລ ຮອງປະທານສະມາຄົມເຟີນິເຈີລາວທັງເປັນຄະນະຈັດງານເປີດເຜີຍໃຫ້ຮູ້ວ່າ: ເພື່ອປະກອບສ່ວນສ້າງຂະບວນ ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 70 ປີໃຫ້ມີບັນຍາກາດຄຶກຄັກທັງເພື່ອແນໃສ່ສົ່ງເສີມ ແລະສ້າງຄວາມເຂັ້ມແຂງທາງດ້ານສີໄມ້ລາຍມືຄົນລາວ, ຫົວໜ່ວຍທຸລະກິດເຟີນີເຈີໄມ້ລາວໃຫ້ຂະຫຍາຍຕົວ ແລະສາມາດເຊື່ອມໂຍງເຂົ້າສູ່ຕະຫຼາດພາກພື້ນ ແລະສາກົນໄດ້ພ້ອມກັບຂະຫຍາຍຕະຫຼາດເຟີນີເຈີໄມ້ຈາກລາວໃຫ້ນັບມື້ກວ້າງຂວາງ ແລະເປັນການອະນຸລັກຮັກສາປ່າໄມ້, ນຳໃຊ້ໄມ້ໃຫ້ເກີດປະໂຫຍດສູງສຸດ ແລະມີໄມ້ໄວ້ຢ່າງຍືນຍົງ ແລະເປັນການເພີ່ມມູນຄ່າຜະລິດຕະພັນ ໄມ້, ຫວາຍ ແລະໄມ້ປ່ອງໃຫ້ສູງຂຶ້ນຕາມ ຄວາມຕ້ອງການຂອງສັງຄົມງານວາງສະແດງຜະລິດຕະພັນໄມ້ລາວຄັ້ງທີ 5 ປະຈຳປີ 2019 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 12-20 ມັງກອນ 2019 ແຕ່ມື້ເປີດພິທີເປັນທາງການແມ່ນວັນທີ 14 ມັງກອນ ທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ.

 ທ່ານ ກອງມາລາ ພົມມະໄລ ກ່າວໃຫ້ຮູ້ຕື່ມອີກວ່າ: ຕະຫຼອດງານຄັ້ງນີ້ຈະໄດ້ພົບກັບຄວາມພິເສດທີ່ແຕກຕ່າງຈາກຄັ້ງກ່ອນໆເປັນຕົ້ນແມ່ນການອອກແບບ ແລະ ຮູບຊົງຈາກຫຼາຍໂຮງງານ, ລາຄາບໍ່ແພງ, ມີສິນຄ້າໂອດັອບ, ພ້ອມດຽວກັນນັ້ນຍັງຈະມີກິດຈະກຳສົມມະນາບຸນຄຸນແກ່ລູກຄ້າທີ່ມາຊື້ພາຍໃນງານຫຼາກຫຼາຍໂດຍຄາດວ່າມູນຄ່າທີ່ນຳມາວາງສະແດງຄັ້ງ ນີ້ປະມານ 20 ຕື້ກີບ ໃນນີ້ຈະໄດ້ຂາຍປະມານ 70% ຕົກເປັນມູນຄ່າປະມານ 14 ຕື້ກີບ ຈາກລູກຄ້າທີ່ມາທ່ຽວຊົມງານທັງໝົດປະມານ 2 ແສນກວ່າຄົນ.

  ໂດຍມາຮອດປະຈຸບັນນີ້ຜູ້ປະກອບການໄດ້ເຂົ້າມາຈັບຈອງພື້ນທີ່ເພື່ອວາງຂາຍສິນຄ້າແລ້ວຈຳນວນທັງໝົດ 181 ຫ້ອງມາຈາກ 77 ຫົວ ໜ່ວຍໃນນີ້ມາຈາກຕ່າງແຂວງ 16 ຫົວໜ່ວຍ, ປະເທດໄທ 5 ຫົວໜ່ວຍເຫຼືອນັ້ນແມ່ນມາຈາກນະຄອນຫຼວງວຽງຈັນ ທ່ານ ກອງມາລາ ພົມມະໄລ ກ່າວ.