ລັດລະບຸ ພະຍາດຫ່ຽວເຫຼືອງກ້ວຍລະບາດຢູ່ລາວແມ່ນສາຍພັນຮ້າຍແຮງທີ່ສຸດໃນໂລກ

  ພະຍາດຫ່ຽວເຫຼືອງຂອງກ້ວຍທີ່ີໜ່ວຍງານພະຍາດພືດກົມປູກຝັງກະຊວງກະສິກຳ ແລະປ່າໄມ້ກວດພົບການລະບາດໃນຂະນະນີ້ແມ່ນມີຢູ່ 2 ສາຍພັນໜຶ່ງໃນນັ້ນເປັນສາຍພັນທີ່ຮ້າຍແຮງທີ່ສຸດໃນໂລກສາມາດທຳລາຍສາຍພັນກ້ວຍພື້ນເມືອງຂອງລາວໄດ້ ແລະ ຍັງອາໄສຢູ່ດິນດົນກວ່າ 30 ປີ ຊຶ່ງກຳລັງລະບາດໜັກທີ່ສຸດດຽວນີ້ແມ່ນໃນສວນກ້ວຍຫອມຂອງຈີນ.

  ທ່ານ ນາງ ຄອນສະຫວັນ ຈິດຕະລາດ ຫົວໜ້າໜ່ວຍງານພະຍາດພືດກົມປູກຝັງກະຊວງກະສິກຳ ແລະປ່າໄມ້ໃຫ້ສຳພາດວ່າ: ພະຍາດຫ່ຽວເຫຼືອງຂອງກ້ວຍໃນລາວແມ່ນໄດ້ຄົ້ນພົບມີ 2 ສາຍພັນ ຈາກທັງໝົດ 24 ສາຍພັນທົ່ວໂລກ ແລະ ສະເພາະ 2 ສາຍພັນນີ້ມີສາຍພັນ Race 1 (R1) ຈະພົບນຳກ້ວຍນໍ້າ ແລະສາຍພັນທີ 2 ແມ່ນ Tropical Race 4 (TR4) ທີ່ຄົ້ນພົບນຳປະເພດກ້ວຍຫອມຂອງຈີນ ແລະປະເພດກ້ວຍງ້າວ, ໂດຍການຄົ້ນ ພົບຄັ້ງທຳອິດຢູ່ລາວແມ່ນແຂວງຫຼວງນໍ້າທາ, ບໍ່ແກ້ວໃນປີ2016 ຊຶ່ງພວກເຮົາໄດ້ສົ່ງທິມງານລົງໄປເກັບກຳຕົວຢ່າງ (DNA) ແລ້ວສົ່ງໄປວິໄຈກັບຊ່ຽວຊານຢູ່ປະເທດອາເມລິກາຈຶ່ງຮູ້ໄດ້ວ່າສາຍພັນທີ່ພວມລະບາດໃນ 2 ສາຍພັນນັ້ນມີໜຶ່ງສາຍພັນທີ່ເປັນຊະນິດຮ້າຍແຮງຄື Trop ical Race 4 ທີ່ຈະສາມາດທໍາລາຍສາຍພັນພື້ນເມືອງຂອງລາວໄດ້.

  ພ້ອມນັ້ນຍັງອາໄສຢູ່ດິນໄດ້ດົນກວ່າ 30 ປີ ແລະຖ້າຫາກວ່າພື້ນທີ່ໆມີການລະບາດຫາກນຳກ້ວຍໄປປູກອີກກໍຈະມີການລະບາດຕື່ມ ແລະຍັງມີຄວາມເປັນໄປໄດ້ສູງທີ່ຈະສາມາດເກີດກັບກ້ວຍຫອມ, ກ້ວຍໄຂ່ ແລະກ້ວຍນໍ້າທີ່ເປັນພັນກ້ວຍພື້ນເມືອງຂອງລາວເຮົາ, ສຳລັບຜົນການຄົ້ນຄວ້າຂອງສູນແມ່ນຈະພົບແຕ່ກັບປະເທດພັນກ້ວຍຫອມຂອງຈີນເນື່ອງຈາກການນຳເຂົ້າທຳອິດແມ່ນການນຳເຂົ້າທ່ອນພັນຈາກຕ່າງປະເທດໂດຍສະເພາະເຫງົ້າກ້ວຍທີ່ມີດິນຕິດມານຳຈຶ່ງເຮັດໃຫ້ມີການລະບາດຢູ່ໃນແຂວງຫຼວ ງນໍ້າທາຍ້າຍມາສູ່ແຂວງບໍ່ແກ້ວ ແລະໃນປີ 2017 ໄດ້ຍ້າຍທ່ອນພັນຈາກບໍ່ແກ້ວລົງມາປູກໃນແຂວງວຽງຈັນ.

  ປະຈຸບັນໃນຈຳນວນ 12 ແຂວງທີ່ມີການລົງທຶນປູກກ້ວຍເຫັນວ່າໃນປີນີ້ມີການລະບາດຢູ່ໃນ 7 ແຂວງຄື: ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ແຂວງວຽງຈັນ ແລະນະຄອນ ຫຼວງວຽງຈັນ ຊຶ່ງຖືວ່າເປັນການລະບາດ ໄວ, ພາຍຫຼັງມີການລະບາດບໍລິສັດຜູ້ລົງ ທຶນໄດ້ເລີ່ມຍ້າຍຖານການປູກກ້ວຍລົງມາສູ່ພາກກາງ ແລະພາກໃຕ້ໃນປະຈຸບັນ, ສໍາລັບພາກໃຕ້ແມ່ນຈະເລີ່ມມີການລົງທຶນປູກກ້ວຍຫຼາຍພື້ນທີ່ການປູກກ້ວຍຈະເພີ່ມຂຶ້ນ, ແຕ່ກົງກັນຂ້າມພື້ນທີ່ການປູກກ້ວຍທາງພາກເໜືອຈະຫຼຸດລົງ, ໂດຍຈາກການສັງລວມຮອດດຽວນີ້ມີເນື້ອທີ່ປູກກ້ວຍທັງໝົດ 19,37 ພັນເຮັກຕາ, ແຕ່ການທຳລາຍຂອງພະຍາດດັ່ງກ່າວເກືອບ 30% ຂອງພື້ນທີ່ທັງ ໝົດ, ເມື່ອທຽບກັບແຂວງທີ່ມີການລົງທຶນປູກກ້ວຍທີ່ມີການລະບາດໃນ 12 ແຂວງ, ຈະມີເປີເຊັນຕິດເຊື້ອຂອງແຕ່ລະແຂວງປະມານ 58,33%.

  ຕໍ່ກັບບັນຫາດັ່ງກ່າວໜ່ວຍງານພະຍາດພືດໄດ້ມີການສ້າງຄູ່ມືໂດຍສະເພາະຄູ່ມືການຈັດການ, ສຶກສາການສ້າງມາດຕະການຄວບຄຸມພະຍາດດັ່ງກ່າວທີ່ຫາກໍສຳເລັດວ່າງບໍ່ດົນມານີ້ກ່ຽວກັບການ ປຶກສາຫາລືກັບບັນດາແຂວງທີ່ມີການ ລົງທຶນປູກກ້ວຍ ເພື່ອຊອກຫາແນວທາງໃນການສະກັດກັ້ນການລະບາດຕົ້ນຕໍແມ່ນການທົດລອງນຳໃຊ້ເຊື້ອວິທະຍາ ໃນການຄວບຄຸມຢູ່ຫ້ອງທົດລອງ ແລະສຶກສາໃນພາກສະໜາມ, ພ້ອມດຽວກັນນັ້ນກໍໄດ້ລົງໄປຝຶກອົບຮົມໃຫ້ກັບທ້ອງຖິ່ນເພື່ອຈຳແນກ ແລະຮັບມືກັບເຊື້ອພະຍາດ ດັ່ງກ່າວ, ນອກນັ້ນຍັງມີແຜນຈັດກອງປະຊຸມປຶກສາຫາລືກັບບັນດາປະເທດໃກ້ຄຽງທີ່ມີການລົງທຶນປູກກ້ວຍ, ທັງນີ້ກໍເພາະວ່າເຊື້ອພະຍາດນີ້ມີການລະບາດໄວໄດ້ຫຼາຍຊ່ອງທາງໂດຍສະເພາະດິນ, ນໍ້າ, ເສດພືດທີ່ເນົ່າເປື່ອຍ ແລະອຸປະກອນຕ່າງໆຕົ້ນຕໍຄືລົດໄຖ, ລົດຂົນສົ່ງປຸ໋ຍ ແລະ ອຸປະກອນການຜະລິດ.

 ທ່ານ ນາງ ຄອນສະຫວັນ ຈິດຕະລາດ ໃຫ້ຮູ້ຕື່ມວ່າ: ເພື່ອເລັ່ງໃສ່ແກ້ໄຂໃນສະເພາະໜ້າກົມກໍຄືກະຊວງແມ່ນຈະສຸມໃສ່ 12 ແຂວງ ທີ່ມີການລົງທຶນປູກກ້ວຍຂອງຈີນ, ລັດເຊຍ, ສະວິດເຊີແລນ ຕ້ອງໄດ້ມີການເຜີຍແຜ່ມາດຕະການປ້ອງຢ່າງລະອຽດ, ຕ້ອງເນັ້ນໃຫ້ແຕ່ລະແຂວງນຳໃຊ້ແນວພັນພື້ນເມືອງ ຫຼື ແນວພັນຂະຫຍາຍຈາກເນື້ອເຍື້ອທີ່ຈະບໍ່ມີຄວາມສ່ຽງ ແລະບໍ່ໃຫ້ນຳເຂົ້າແນວພັນຈາກປະເທດອື່ນ, ເນື່ອງຈາກພະຍາດຫ່ຽວເຫຼືອງກ້ວຍ ເປັນພະຍາດຂອງພືດ ຊຶ່ງຍັງບໍ່ທັນມີລາຍງານວ່າຈະສົ່ງຜົນກະທົບກັບສິ່ງທີ່ມີຊີ ວິດ, ແຕ່ພະຍາດດັ່ງກ່າວຍັງມີພືດອາໄສ ຫຼາຍຊະນິດ ແລະຖ້າບໍ່ມີກ້ວຍພະຍາດນີ້ ຈະຢູ່ນຳຫຍ້າຄື: ກ້ວຍປະດັບ, ຫຍ້າເຂົ້ານົກ, ຫຍ້າກາບປີ, ໂດຍຫຍ້າຊະນິດນີ້ບ້ານເຮົາມີການປູກຫຼາຍ ແລະ ເພື່ອເປັນການປ້ອງກັນບໍ່ໃຫ້ພະຍາດນີ້ລະບາດໃຫ້ກັບຜູ້ທີ່ພວມຈະລົງທຶນປູກກ້ວຍແມ່ນສາມາດຂຸດຮ່ອງອ້ອມຮອບສວນກ້ວ ຍ, ສາມາດສິດພົ່ນເຊື້ອໄຕຼໂຄເດີມາກ່ອນທຸກຄັ້ງທີ່ມີການປູກ, ຫາກຕົ້ນໃດທີ່ເປັນສາມາດຕັດແລ້ວຈູດຖິ້ມ ແລະ ທີ່ສຳຄັນເດັດຂາດບໍ່ໃຫ້ຖິ້ມລົງນໍ້າ, ສ່ວນພື້ນທີ່ມີການລະບາດແລ້ວນັ້ນແມ່ນສາມາດປູກພືດຊະນິດໃຫ້ໝາກອື່ນແທນໄດ້ເປັນຕົ້ນແມ່ນໝາກມ່ວງ, ໝາກມີ້ ແລະ ເຂົ້າເພາະພືດກຸ່ມນີ້ບໍ່ມີຄວາມສ່ຽງຕໍ່ການລະບາດຂອງພະ ຍາດດັ່ງກ່າວ.

-----------------------------

ຂຽນໂດຍພິມພອນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ