ກຽມປັບປຸງກົດໝາຍການຟື້ນຟູ ແລະລົ້ມລະລາຍວິສາຫະກິດ

   ລະຫວ່າງວັນທີ 18-19 ກໍລະກົດ 2019 ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ກະຊວງຍຸດຕິທຳໄດ້ຈັດກອງປະຊຸມປະກອບຄຳຄິດເຫັນໃສ່ຮ່າງກົດໝາຍວ່າດ້ວຍການຟື້ນຟູ ແລະການລົ້ມລະລາຍວິສາຫະກິດ (ສະບັບປັບປຸງ) ໂດຍການເປັນປະທານຂອງ ທ່ານ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸດຕິທຳໂດຍໄດ້ເຊີນເອົາບັນດາກະຊວງອົງການ ແລະພາກສ່ວນທຸລະກິດທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ເສີມສຸກ ສິມພະວົງ ກ່າວວ່າ: ກອງປະຊຸມຄັ້ງນີ້ເປັນການທາບທາມແລກປ່່ຽນຄໍາຄິດເຫັນຮ່ວມກັນຂອງແຕ່ລະກະຊວງ ແລະພາກສ່ວນທີ່ກ່ຽວຂ້ອງຕໍ່ການປັບປຸງຮ່າງກົດໝາຍວ່າດ້ວຍການລົ້ມລະລາຍວິສາຫະກິດຊຶ່ງກົດໝາຍສະບັບດັ່ງກ່າວແມ່ນໄດ້ນຳໃຊ້ມາແຕ່ປີ 1994 ຖ້າທຽບໃສ່ຄວາມຕ້ອງການໃນປະຈຸບັນແມ່ນຍັງບໍ່ສອດ ຄ່ອງ, ດັ່ງນັ້ນການປັບປຸງຮ່າງກົດໝາຍສະບັບໃໝ່ນີ້ແມ່ນອີງໃສ່ສະພາບການຂະຫຍາຍຕົວທາງດ້ານເສດຖະກິດສັງຄົມຂອງປະເທດເຮົາໂດຍສະເພາະແມ່ນການເຊື່ອມໂຍງທາງດ້ານເສດຖະກິດກັບຕ່າງປະເທດຕາມນະໂຍບາຍຂອງພັກ-ລັດເຮົາ, ມີຄວາມຈຳເປັນຕ້ອງປັບປຸງກົນໄກໃນການດຳເນີນທຸລະກິດຂອງຫົວໜ່ວຍທຸລະກິດຕ່າງໆ ເພື່ອແກ້ໄຂວິສາຫະກິດທີ່ຢູ່ໃນພະວະລົ້ມລະລາຍໃຫ້ຖືກຕ້ອງ, ວ່ອງໄວ້ ແລະເປັນເອກະພາບ, ປົກປ້ອງຜົນປະໂຫຍດອັນຊອບທຳຂອງເຈົ້າໜີ້, ວິສາຫະກິດລູກໜີ້ ແລະ ບຸກຄົນອື່ນໆທີ່ກ່ຽວຂ້ອງສ້າງຄວາມເຊື່ອໝັ້ນແກ່ລະບົບສິນເຊື່ອ ແລະທະນາຄານໂລກ, ແນໃສ່ຮັກສາຄວາມໝັ້ນຄົງຂອງລະບົບເສດຖະກິດໃນອະນາຄົດ, ສ້າງເງື່ອນໄຂແກ່ການດຳເນີນທຸລະກິດ ແລະ ການລົງທຶນໃຫ້ໄດ້ຮັບການພັດທະນາທາງດ້ານເສດຖະກິດ-ສັງຄົມເຕີບໂຕຂຶ້ນ.

 ໃນຮ່າງກົດໝາຍສະບັບໃໝ່ນີ້ປະກອບມີທັງໝົດ 104 ມາດຕາ, 12 ພາກໃນນັ້ນມີການເພີ່ມຂຶ້ນໃໝ່ 69 ມາດຕາ, ປັບປຸງ 35 ມາດຕາ, ໃນການປັບປຸງຄັ້ງນີ້ກໍ່ເພື່ອຊຸກຍູ້-ສົ່ງເສີມໃຫ້ແກ່ການດຳເນີນທຸລະກິດດ້ວຍການສ້າງກົນໄກ ແລະອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດທີ່ຢູ່ໃນພາວະລົ້ມລະລາຍສາມາດຟື້ນຟູວິສາຫະກິດຂອງຕົນ ຫຼື ລົ້ມລະລາຍຢ່າງສະດວກ, ວ່ອງໄວ້, ສະເໝີພາບ ແລະຮັບປະກັນການຊຳລະສະສາງຕາມກົດໝາຍ.

-----------------------------

ຂຽນໂດຍສອນມະນີ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ