ຫາລືຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມໄມ້

   ໃນລະຫວ່າງວັນທີ 10-11 ມັງ ກອນ 2019 ທີ່ໂຮງແຮມວຽງຈັນພາຊາ ນະຄອນຫຼວງວຽງຈັນ ກະຊວງອຸດສາຫະກໍາ ແລະການຄ້າ ກົມອຸດສາຫະກໍາ ແລະການຄ້າຮ່ວມກັບໂຄງການ GIZ (Deutsche Gesellschaft Fuer Internatiqnale Zusammenarbeit) ໄດຈັດກອງປະຊຸມປຶກສາຫາລືຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະຕິດຕາມໄມ້ສົ້ນເຂົ້າ ແລະສົ້ນອອກໃນຂະບວນການປຸງແຕ່ງ ແລະການຄ້າໂດຍເປັນເປັນປະທານຂອງ ທ່ານ ສົມຟອງ ສຸລິວັນ ຮອງຫົວໜ້າກົມ ອຸດສາຫະກໍາ ແລະຫັດຖະກໍາ, ກະຊວງອຸດສາຫະກໍາ ແລະການຄ້າ, ມີບັນດາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຫ້ອງການກວດກາລັດຖະບານ, ກະຊວງກະສິກໍາ ແລະປ່າໄມ້, ກະຊວງການເງິນ ແລະບັນດາຕາງໜ້າຈາກພະແນກອຸດສາຫະກໍາ ແລະການຄ້າແຂວງທົ່ວປະເທດເຂົ້າຮ່ວມ.

  ທ່ານ ສົມຟອງ ສຸລິວັນ ໃຫ້ຮູ້ວ່າ: ຂໍ້ຕົກລົງສະບັບນີ້ແມ່ນບາດກ້າວໜຶ່ງທີ່ສໍາຄັນໃນການເພີ່ມທະວີການຄວບຄຸມຕ່ອງໂສ້ການສະໜອງໄມ້ ແລະມີບົດບາດທີ່ສໍາ ຄັນໃນລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງ ຕາມກົດໝາຍ ໃນຂະແໜງການປຸງແຕ່ງໄມ້ ແລະການຄ້າໄມຢູ່ລາວ, ຄຽງຄູ່ກັນ ນັ້ນຍັງເປັນການປະຕີບັດຕາມ ແລະສົ່ງເສີມນະໂຍບາຍຂອງຄໍາສັ່ງເລກທີ່ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມ ຄອງ ແລະກວດກາ, ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະທຸລະກິດໄມ້, ສະນັ້ນ, ລະບົບການຄວບຄຸມຕ່ອງໂສ້ການສະໜອງໄມ້ແມ່ນຈະສະແດງໃຫ້ເຫັນແຫຼ່ງທີ່ມາຂອງໄມ້ ແລະສາມາດຕິດຕາມໄດ້ໂດຍການກວດສອບຜ່ານຜູ້ຄ້າໄມ້, ການເຄື່ອນຍ້າຍໄມ້ ແລະການປຸງແຕ່ງໄມ້ເພື່ອຮັບປະກັນວ່າຜະລິດຕະພັນທີ່ປຸງແຕ່ງຈາກໄມ້ແມ່ນມີຄວາມຖືກຕ້ອງຕາມກົດໝາຍຂອງ ສປປ ລາວ. ນອກນັ້ນໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ແລະປະກອບຄໍາຄິດຄໍາເຫັນໃສ່ຕົກລົງວ່າດ້ວຍການຄຸ້ມຄອງ ແລະຕິດຕາມໄມ້ສົ່ງເຂົ້າ ແລະ ສົ່ງອອກໃນຂະບວນການປຸງແຕ່ງ ແລະການຄ້າເພື່ອນໍາໄປປັບປຸງ ແລະເຮັດໃຫ້ຂໍ້ຕົກລົງດັ່ງກ່າວມີຄວາມສົມບູນແບບ ແລະ ແທດເໝາະທີ່ສຸດກັບສະພາບຄວາມເປັນຈິງຂອງລາວ.

 ສໍາລັບຂໍ້ຕົກລົງສະບັບນີ້ໄດ້ເລີ່ມຮ່າງຂຶ້ນຕັ້ງແຕ່ປີ 2016 ເປັນຕົ້ນມາ ແລະມີເປົ້າໝາຍຫຼັກໃນການສົ່ງເສີມໃຫ້ວຽກງານການຄຸ້ມຄອງ ແລະຕິດຕາມຕ່ອງໂສ້ການສະໜອງໄມ້ຈາກບັນດານໂຮງງານປຸງແຕ່ງໄມ້ ແລະຜູ້ຄ້າໄມ້ຈົນເຖິງຈຸດທີ່ມີການຊື້-ຂາຍ ທັງຢູ່ພາຍໃນ ແລະສົ່ງອອກຕ່າງປະເທດ. ພ້ອມນ້ັນຍັງເປັນຂໍ້ກໍານົດສໍາລັບຜູ້ປະກອບການທີ່ມີການປຸງແຕ່ງ ແລະ ຄ້າຂາຍໄມ້ໃຫ້ຈັດຕັ້ງປະຕິບັດວຽກງານການຄວບຄຸມຕ່ອງໂສ້ການສະໜອງໄມ້ ແລະສ້າງລະບົບຄຸ້ມຄອງບັນຊີວັດສະດຸຂຶ້ນມາເພື່ອບັນທຶກໄມ້ສົ້ນເຂົ້າ ແລະສົ່ງອອກຢູ່ສະຖານທີ່ຜູ້ປະກອບການ . ຜູ້ປະກອບການມີຄວາມຈໍາເປັນຕ້ອງໄດ້ເຮັດບົດລາຍງານກ່ຽວກັບອັດຕາການນໍາໃຊ້ໄມ້ໃນທຸກໆຂັ້ນຕອນການຜະລິດທີ່ມີການແປຮູບໄມ້, ຊຶ່ງຈະເຮັດໃຫ້ຜູ້ປະກອບການສາມາດເຮັດລາຍງານໃຫ້ແກ່ໜ່ວຍງານພັກລັດທີ່ກ່ຽວຂ້ອງໄດ້ຢ່າງຖືກຕ້ອງ. ຂໍ້ຕົກລົງນີ້ບໍ່ພຽງແຕ່ປະກອບດ້ວຍການຕິດຕາມໄມ້ສົ້ນເຂົ້າ ແລະສົ້ນອອກຈາກການບັນທຶກຂອງຜູ້ປະກອບການ ແຕ່ຍັງໄດ້ແນະນໍາຢ່າງລະອຽດດ້ານວິຊາການໃຫ້ແກ່ໜ່ວຍງານພັກລັດເພື່ອກວດກາຄວາມຖືກຕ້ອງຕາມກົດໝາຍຂອງຜູ້ຄ້າຂາຍໄມ້ ແລະຜູ້ຕອບສະໜອງວັດສະດຸໄມ້.