ລ້ຽງໝູ ສ້າງອາຊີບ ສ້າງລາຍຮັບເຂົ້າຄອບຄົວ

  ການທີ່ຄົນເຮົາເຮັດທຸລະກິດຫຼືປະກອບອາຊີບໃດອາຊີບໜຶ່ງນັ້ນກ່ອນຈະປະສົບຜົນສຳເລັດມັນບໍ່ແມ່ນເລື່ອງງ່າຍເນື່ອງຈາກຕ້ອງໄດ້ພົບກັບອຸປະສັກຫຼາຍໆຢ່າງຊຶ່ງຕ້ອງໄດ້ອາໄສຄວາມອົດທົນຂະຫຍັນພຽນຈຶ່ງປະສົບຜົນເລັດໄດ້ດັ່ງຄອບຄົວຂອງ ນາງ ດວງ ສິດທິ ພອນ ອາຍຸ 51 ປີ ປະຊາຊົນບ້ານ ເຜົ່າສຳພັນ ເມືອງປະທຸມພອນ ແຂວງຈຳປາສັກ ທີ່ປະກອບອາຊີບໃນການລ້ຽງໝູມາແລ້ວ 25 ປີ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ເປັນຢ່າງດີ.

  ນາງ ດວງ ສິດທິພອນ ໃຫ້ຮູ້ວ່າ: ໃນເມື່ອກ່ອນແມ່ນເຄີຍມີອາຊີບເຮັດນາ ແລະຄ້າຂາຍເປັນຫຼັກແຕ່ສາມາດສ້າງລາຍຮັບໃຫ້ກັບຄອບຄົວພໍແຕ່ກຸ້ມກິນເທົ່ານັ້ນຕໍ່ມາໄດ້ຫັນມາຄົ້ນຫາເຮັດສິ່ງໃໝ່ໆ ແລະເຫັນວ່າການລ້ຽງໝູອາດເປັນທາງເລືອກໜຶ່ງ ເລີຍຫັນມາທົດ ລອງລ້ຽງ ແລະເຫັນວ່າໄດ້ຮັບໝາກຜົນດີມີລາຍໄດ້ເພີ່ມຂຶ້ນຈຶ່ງໄດ້ເກີດ ມີຄວາມມັກຮັກໃນອາຊີບນີ້ ໃນ ເບື້ອງຕົ້ນນັ້ນເລີ່ມລ້ຽງໝູພັນແບບພື້ນບ້ານ ກໍຄືໝູຈີດ ແຕ່ຍ້ອນລາຄາ ແລະຄວາມນິຍົມຊົມຊອບຂອງ ທ້ອງຕະຫຼາດບໍ່ດີເທົ່າທີ່ຄວນຈຶ່ງ ໄດ້ຫັນມາລ້ຽງໝູພັນຊີ້ນແທນ ເນື່ອງຈາກວ່າຫຼາຍຄົນໃຫ້ຄຳແນະ ນຳໃຫ້ທົດລອງລ້ຽງເບິ່ງ, ຈຶ່ງໄດ້ ນຳເອົາໝູພັນມາຈາກຄອບຄົວທີ່ ຮັກແພງກັນ ໃນຊຸດທຳອິດທີ່ເອົາ ມາລ້ຽງມີທັງໝົດ 15ໂຕໃນນັ້ນ ມີແມ່ພັນ 3 ໂຕ, ເມື່ອລ້ຽງແລ້ວກໍ່ ໄດ້ຮັບໝາກຜົນຢ່າງໜ້າເພິ່ງພໍໃຈ ເປັນຢ່າງດີ, ທາງຄອບຄົວຈຶ່ງໄດ້ມີ ການຕໍ່ເຕີມຂະຫຍາຍຄອກໝູ ແລະ ໄດ້ເພີ່ມພໍ່ພັນ-ແມ່ພັນຂຶ້ນອີກ ຊຶ່ງປະ ຈຸບັນມີທັງໝົດ 9ໂຕ ສ່ວນແມ່ພັນ ໝູທີ່ສົມບູນນໍາເອົາມາເປັນແມ່ພັນ ໄດ້ນັ້ນ ຕ້ອງມີອາຍຸ 9  ເດືອນຂຶ້ນໄປຈຶ່ງສາມາດແຜ່ພັນໄດ້, ແມ່ພັນໂຕ ໜຶ່ງສາມາດຜະລິດລູກໄດ້5 ເທື່ອ ເທົ່ານັ້ນ.

 ໂດຍໃນການລ້ຽງໝູນີ້ປີໜຶ່ງແມ່ພັນໝູຈະອອກລູກໄດ້ 3 ເທື່ອ, ແຕ່ໃນຈໍານວນແມ່ໝູທີ່ລ້ຽງນັ້ນແຕ່ລະໂຕຈະອອກລູກບໍ່ພ້ອມກັນສະນັ້ນຈຶ່ງມີລູກໝູທີ່ເກີດໃໝ່ປະມານ 20-40 ໂຕຕໍ່ງວດ ແລະຕະ ຫຼອດການລ້ຽງເບິ່ງແຍງລູກໝູ ໃຫ້ໃຫຍ່ ແລະມີນໍ້າໜັກ 70-100 ກິໂລກຣາມຕໍ່ໂຕ ແມ່ນຈະໃຊ້ເວລາ ຢູ່ປະມານ 4 ເດືອນ ຈຶ່ງສາມາດ ຂາຍໄດ້. ໂດຍຈະມີແມ່ຄ້າຄົນກາງເປັນຜູ້ຮັບຊື້ສ່ວນຫຼາຍແມ່ນຈະເປັນແມ່ຄ້າພາຍໃນເມືອງປະທຸມພອນ, ວິທີການຊື້-ຂາຍໝູແມ່ນຄິດໄລ່ເປັນກິໂລກຣາມໂດຍລາຄາສະ ເລ່ຍແມ່ນ 20 ພັນກີບຕໍ່ກິໂລກຣາມ. ຊຶ່ງໃນການລ້ຽງໝູໄດ້ເຮັດໃຫ້ອາຊີບດັ່ງກ່າວສາມາດສ້າງລາຍຮັບໃຫ້ແກ່ຄອບຄົວປະມານ 40-50 ລ້ານຕໍ່ປີ.

   ນາງ ດວງ ໃຫ້ຮູ້ອີກວ່າ: ການລ້ຽງໝູໃນໄລຍຜ່ານມາທາງໜ່ວຍງານທີ່ກ່ຽວຂ້ອງຈາກເມືອງກໍຄືຫ້ອງການກະສິກຳ-ປ່າໄມ້ ເມືອງປະທຸມພອນ ຍັງໄດ້ຊ່ວຍລົງມາຕິດ ຕາມ ແລະໃຫ້ຄໍາແນະນຳຕື່ມກ່ຽວກັບວິທີການປ້ອງກັນພະຍາດລະບາດທີ່ຈະເກີດຂຶ້ນກັບໝູຊຶ່ງເຮັດໃຫ້ຕົນເອງຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງຂຶ້ນກວ່າເກົ່າສໍາລັບໃນອະ ນາຄົດນີ້ຖ້າຫາກວ່າມີທຶນຮອນຕື່ມອີກແມ່ນຈະສືບຕໍ່ຂະຫຍາຍຄອກການລ້ຽງໝູອອກໄປອີກເພື່ອເປັນການເພີ່ມລາຍຮັບໃຫ້ແກ່ຄອບຄົວໄດ້ຢູ່ດີກິນດີມີເສດຖະກິດຄອບຄົວເຂັ້ມແຂງຂຶ້ນເລື້ອຍໆ.

  ທັງນີ້ນອກຈາກການລ້ຽງໝູເປັນອາຊີບຕົ້ນຕໍແລ້ວຄອບຄົວ ນາງ ດວງ ສິດທິພອນ ຍັງໄດ້ມີການລ້ຽງສັດອື່ນໆອີກຫຼາຍຢ່າງສ່ວນໃຫຍ່ແລ້ວເປັນການລ້ຽງແບບປະສົມປະສານເປັນຕົ້ນການລ້ຽງງົວ, ເປັດ, ໄກ່ນອກນັ້ນຍັງໄດ້ເຮັດນາ, ປູກພືດໃຫ້ໝາກ ແລະມີໂຮງສີເຂົ້າເປັນອາຊີບເສີມອີກດ້ວຍ.

---------------------------

ໜັງສືພິມເສດຖະກິດ-ສັງຄົມ