ບົ້ງຝູງສາລີລະບາດໜັກໃນລາວ, ໂດຍສະເພາະ 12 ແຂວງ ມີຕົ້ນສາລີຖືກທຳລາຍແລ້ວ 28 ພັນກວ່າເຮັກຕາ ຈາກເນື້ອທີ່ທັງໝົດທົ່ວປະເທດ 2 ແສນກວ່າ ເຮັກຕາ, ຂະນະທີ່ວິທີກຳຈັດ ແລະໄດ້ຜົນໄວແມ່ນການໃຊ້ສານເຄມີຊະນິດອີມາ ເມກຕິນ ເບນໂຊເອທ ແຊນອີມາ 5, ແຕ່ ໜ່ວຍງານພາກລັດ ກໍຄືສູນປ້ອງກັນພືດບໍ່ເຫັນດີໃຫ້ໃຊ້ ເພາະຈະມີຄວາມອັນຕະລາຍສູງຕໍ່ກັບຜູ້ນຳໃຊ້, ເປັນສານຕົກຄ້າງທຳລາຍສະພາບແວດລ້ອມ, ທັງນີ້ໄດ້ເນັ້ນໃຫ້ໃຊ້ວິທີທຳມະຊາດບຳບັດຈະດີກວ່າແລະຖ້າມີຄວາມຈຳເປັນຕ້ອງໃຊ້ຢາເຄມີປາບຕ້ອງຂໍຄຳປຶກສາຈາກໜ່ວຍງານທີ່ກ່ຽວຂ້ອງກ່ອນ.
ທ່ານ ພູເຂົາທອງ ສີໄກສອນ ຫົວໜ້າໜ່ວຍງານປ້ອງກັນພືດແບບປະສົມປະສານສູນປ້ອງກັນພືດສາລະຄຳໃຫ້ສຳພາດວ່າ: ການລະບາດຂອງພະຍາດບົ້ງຝູງສາລີຢູ່ລາວ ແມ່ນພົບຄັ້ງທຳອິດຢູ່ສູນປ້ອງກັນພືດສາລະຄຳນະຄອນຫຼວງວຽງຈັນ ໃນທ້າຍປີ2018 ຫາຕົ້ນປີ 2019 ເນື່ອງຈາກສູນປູກສາລີ,ແຕ່ການລະບາດຂອງພະຍາດດັ່ງກ່າວເປັນການລະບາດແບບຕໍ່ເນື່ອງເພາະໃນຫຼາຍປະເທດທີ່ຄົ້ນພົບຜ່ານມານັບແຕ່ປີ 2016-2019 ມີການລະບາດຢູ່ປະເທດອາຟຣິກາຈາກນັ້ນຍ້າຍມາບັນດາປະເທດເອີຣົບ ແລະ ອາຊີ, ໂດຍພະຍາດຊະນິດນີ້ມີຖິ່ນກຳເນີດຢູ່ອາເມລິກາແຕ່ໄປລະບາດຢູ່ອາຟຣິກາໃນປີ 2016
ມາຮອດປະຈຸບັນມີການລະບາດແລ້ວຫຼາຍກວ່າ 40 ປະເທດຢູ່ອາເມລິກາ, ເພື່ອເປັນການເຝົ້າລະວັງຕໍ່ກັບພະຍາດນີ້ໄລຍະຜ່ານມາອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ (FAO) ໄດ້ອອກແຈ້ງການເຖິງບັນດາ ປະເທດທີ່ມີການປູກສາລີ ໃຫ້ເຝົ້າລະວັງ ກ່ຽວກັບການລະບາດຂອງພະຍາດບົ້ງ ຝູງສາລີ ເພາະພະຍາດນີ້ມີການແຜ່ໄວ, ຊຶ່ງປີນີ້ໃນ 5 ປະເທດCLMVT (ລາວ, ໄທ, ຫວຽດນາມ, ມຽນມາ ແລະກຳປູ ເຈຍ) ແມ່ນຍັງແຕ່ກຳປູເຈຍທີ່ຍັງບໍ່ມີການລາຍງານການລະບາດຂອງພະຍາດນີ້ ເທື່ອ ຫຼ້າສຸດດຽວນີ້ມີການແຈ້ງວ່າ ພະ ຍາດນີ້ແມ່ນລະບາດເຂົ້າເຖິງປະເທດຍີ່ ປຸ່ນແລ້ວ ໂດຍລະບາດໃນສວນໝາກເລັ່ນ.
ສະເພາະປະຈຸບັນການລະບາດຂອງບົ້ງຝູງສາລີໃນປະເທດເຮົາຖືວ່າໜັກໜ່ວງສົມຄວນໂດຍສະເພາະພົບໃນຕົ້ນເດືອນກຸມພາ 2019 ພາຍໃນສູນ ແລະໄດ້ມີການລາຍ ງານເຖິງການລະບາດຢູ່ ແຂວງໄຊຍະບູລີ ໃນເດືອນມີນາ-ເມສາທີ່ເຂົ້າຂັ້ນໜັກແລະໄດ້ລະບາດຕໍ່ໄປໃນແຂວງອຸດົມໄຊ,ໂດຍຜ່ານການສັງລວມຮອດດຽວນີ້ ໃນ 12 ແຂວງທີ່ມີການລະບາດນັ້ນມີເນື້ອທີ່ທັງໝົດ 28 ພັນກວ່າເຮັກຕາ ໃນເນື້ອທີ່ປູກສາລີທົ່ວປະເທດທັງໝົດ 2 ແສນກວ່າເຮັກຕາ, ຊຶ່ງພາຍຫຼັງໄດ້ຮັບການລາຍງານຂອງພະຍາດນີ້ ສູນໄດ້ ສົ່ງທີມງານລົງກວດກາຕົວຈິງ ເພື່ອຊອກ ໃຫ້ຮູ້ການລະບາດນີ້ ແມ່ນບົ້ງຝູງສາລີ ຫຼື ບໍ່, ສູນຈຶ່ງໄດ້ສົ່ງທີມງານເພື່ອໄປໃຫ້ ຄວາມຮູ້ໃນດ້ານການຈຳແນກ, ການ ນຳໃຊ້ເຄື່ອງມືໃນການປາບປາມ ແລະສະໜອງອຸປະກອນຕ່າງໆ ແລະຢາປາບສົ່ງໃຫ້ກັບແຂວງເພື່ອເອົາໄປຄວບຄຸມ, ຜ່ານການຄວບຄຸມສະເພາະໄຊຍະບູລີ ແມ່ນຄວບຄຸມ ໄດ້ 80% ຂອງເນື້ອທີ່ປູກສາລີທັງໝົດທີ່ມີການລະບາດ, ສ່ວນແຂວງອື່ນໆແມ່ນຍັງບໍ່ທັນຄວບຄຸມໄດ້ເທື່ອໜຶ່ງໃນນັ້ນໜັກສຸດຍັງແມ່ນແຂວງອຸດົມໄຊ.
ທ່ານ ພູເຂົາທອງ ສີໄກສອນ ໃຫ້ຮູ້ອີກວ່າ: ສາເຫດຂອງການລະບາດຂອງພະຍາດນີ້ແມ່ນຍ້ອນສະພາບອາກາດມີການປ່ຽນແປງ, ພືດທີ່ເປັນອາຫານຂອງບົ້ງບໍ່ພຽງພໍ, ເພາະວ່າບົ້ງສາມາດແຜ່ໄດ້ໄວໂດຍຄືນໜຶ່ງຂອງບົ້ງຊະນິດນີ້ສາມາດບິນໄດ້ໄກເຖິງ 1 ຮ້ອຍກິໂລແມັດ ສຳລັບໂຕອ່ອນ ແລະ ໂຕແກ່ສາມາດບິນໄດ້ໄກເຖິງ 2 ພັນກິໂລແມັດ ແລະແມ່ໜຶ່ງສາ ມາດໃຫ້ໄຂ່ໄດ້ 2 ພັນໜ່ວຍ, ດັ່ງນັ້ນຈຶ່ງເຮັດ ໃຫ້ບົ້ງແຜ່ໄດ້ໄວ ແລະລະດູການໜຶ່ງສາ ມາດຂະຫຍາຍພັນໄດ້ 6-12 ລຸ້ນ ແລະການໄປຂອງບົ້ງດັ່ງກ່າວແມ່ນໄປໄດ້ນຳລົມ, ສ່ວນສາເຫດທີ່ຈະມາກັບແນວພັນແມ່ນເປັນໄປໄດ້ຍາກ.
ແນວໃດກໍດີສຳລັບ 11 ແຂວງທີ່ມີການແຈ້ງວ່າມີການລະບາດສູນແມ່ນຈະສືບຕໍ່ຝຶກອົບຮົມໃຫ້ພະນັກງານໃນຂະແໜງທີ່ກ່ຽວຂ້ອງນັບແຕ່ຂັ້ນແຂວງລົງຮອດຂັ້ນທ້ອງຖິ່ນໃຫ້ເຂົ້າໃຈເຖິງການຈຳແນກຊະນິດບົ້ງ,ວິທີປ້ອງກັນ ແລະການກຳຈັດ,ນອກນັ້ນໃນບັນດາແຂວງທີ່ຍັງບໍ່ທັນໄດ້ຮັບແຈ້ງວ່າມີການລະບາດກໍຈະໄດ້ລົງໄປໃຫ້ຄວາມຮູ້ວິທີການປ້ອງ ກັນ ລວມທັງການຮັບມືຫາກມີການລະ ບາດ, ທັງນີ້ກໍເພື່ອເປັນການປ້ອງກັນ ໃຫ້ທັນກັບສະພາບການ ເນື່ອງຈາກວ່າ ພະຍາດຊະນິດນີ້ ຍັງມີເປີເຊັນທີ່ຈະລະບາດສູ່ພືດຊະນິດອື່ນຫຼາຍກວ່າ 80 ຊະນິດຕົ້ນຕໍແມ່ນເຂົ້າ, ໝາກເດືອຍ, ໝາກເລັ່ນ, ໝາກໂມ, ມັນຝຣັ່ງ, ໝາກອື ແລະພືດຜັກຕ່າງໆ.
ສຳລັບການກຳຈັດບົ້ງຝູງສາລີນີ້ແມ່ນບໍ່ແນະນຳໃຫ້ໃຊ້ຢາເຄມີຕົ້ນຕໍຄືອີມ ເມກຕິນ ເບນໂຊເອທແຊນອີມາ 5 ຢາເຄມີຊະນິດຕ້ອງຫ້າມ ຫຼືຢາເຄມີຊະນິດຮ້າຍແຮງອື່ນໆ, ເນື່ອງຈາກຈະມີຜົນຕໍ່ຜູ້ນຳໃຊ້, ເປັນສານຕົກຄ້າງໃນທຳມະຊາດ ແລະທຳລາຍສະພາບແວດລ້ອມ, ຊຶ່ງຊາວກະສິກອນຈຳນວນໜຶ່ງຍັງຖືເບົາ, ໃຊ້ຢາບໍ່ຖືກເປົ້າໝາຍ, ໃຊ້ຢາຕ້ອງຫ້າມ ແລະໃນການປະຕິບັດຕົວຈິງບໍ່ນຳໃຊ້ເຄື່ອງມືກໍຄືນຸ່ງເຄື່ອງ,ສິດພົ່ນຕອນສວຍໂດຍຈະມີຄວາມສ່ຽງສູງ,ສະນັ້ນຫາກພື້ນທີ່ໃດລະບາດນ້ອຍ ຫຼືພື້ນທີ່ປູກໜ້ອຍ ຫາກພົບການລະ ບາດແມ່ນສາມາດທຳລາຍໄຂ່, ໂຕອ່ອນ ແລະຫາກມີຂີ້ເຖົ່າ, ດິນຊາຍ ຫຼືດິນ ກໍໃຫ້ ໂຮຍໃສ່ກໍຈະສາມາດຂ້າບົ້ງໄດ້ ຖ້າມີແຮງງານພຽງພໍ ແລະວິທີໜຶ່ງອີກຫາກມີ ແສງໄຟກໍສາມາດໃຕ້ໄຟດັກເພື່ອກຳຈັດໂຕແກ່ໄດ້ເຊັ່ນດຽວກັນໂດຍຈະໃຊ້ 2 ດອກຕໍ່ 1 ໄລ່ ແລະ 1 ເຮັກຕາ ຈະໃຊ້ດອກໄຟ 12 ດອກ, ຖ້າຫາກບໍ່ມີແສງໄຟກໍສາ ມາດໃຊ້ກາກນໍ້າຕານປະສົມກັບນໍ້າອັດຕາສ່ວນ 1 ຕໍ່ 1 ໃສ່ໃນຕຸກນໍ້າແລ້ວໄປຫ້ອຍໄວ້ໃນສວນສາລີຊຶ່ງຈະເຮັດໃຫ້ໂຕແກ່ມາຕອມໃນຕອນກາງຄືນແລ້ວຕົກລົງໃນຕຸກ ກໍຈະເຮັດໃຫ້ໂຕແກ່ຕາຍໄດ້, ນອກນັ້ນຍັງໃຊ້ວິທີທຳມະຊາດບຳບັດດ້ວຍການນຳເອົາແມງໄມ້ບາງຊະນິດທີ່ສາມາດປາບໄດ້ເປັນຕົ້ນແມງແຄງເພັດສະຄາດ,ແມງແຄງພິຄາ ດ, ແມງຫາງມີ່ ແລະມົດປີກແຂງ, ທ່ານ ພູເຂົາທອງ ສີໄກສອນ ໃຫ້ຮູ້ຕື່ມ.
-----------------------------
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ