ສພຂ ສະຫວັນນະເຂດໄຂກອງປະຊຸມສະໄໝສາມັນເທື່ອທີ 6

   ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 8 ມັງກອນ 2019 ທີ່ຫໍວັດທະນະທໍາໄກສອນ ພົມວິຫານ ພາຍ ໃຕ້ການເປັນປະທານຂອງທ່ານ ຄໍາເຜີຍ ຜັນທະຈອນ  ປະທານສະພາປະຊາຊົນ ແຂວງສະຫວັນນະເຂດ, ໂດຍການເປັນ ກຽດເຂົ້າຮ່ວມມີທ່ານ ພົທ ແສງນວນ ໄຊຍະລາດຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ, ມີບັນດາ ທ່ານ ສສຊ/ສສຂ, ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ, ກົງສູນໃຫຍ່ແຫ່ງຣາຊະອານາຈັກໄທ, ອະດີດການນຳຂອງ ແຂວງ, ພະ ແນກການກົມກອງ, ອົງການຈັດຕັ້ງມະຫາຊົນ, ແນວລາວສ້າງຊາດ, ມີເຈົ້າເມືອງ-ເຈົ້ານະຄອນ, ສະຖາບັນການສຶກສາ, ລັດວິສາຫະກິດທຸລະກິດອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ.

   ໃນກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ແລະຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານແຫ່ງລັດຂອງແຂວງປະຈຳປີ 2018 ແລະທິດທາງແຜນການປະຈຳປີ 2019, ພິຈາລະນາ ແລະຮັບຮອງເອົາ ວຽກ ງານຂອງອົງການກວດສອບແຫ່ງລັດປະຈຳພາກາງ, ພິຈາລະນາ ແລະຮັບຮອງເອົາວຽກງານຂອງອົງການໄອຍະການປະຊາຊົນແຂວງ ແລະສານປະຊາຊົນແຂວງ, ພິຈາລະນາ ແລະຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານກາງສະໄໝ (2016-2018) ແລະ ປີ 2018, ທິດທາງຮອດປີ 2020 ແລະ ແຜນວຽກຈຸດສຸມປະຈຳປີ 2019 ຂອງສະພາປະຊາຊົນແຂວງຊຸດທີ  I, ພິຈາລະນາ ແລະຮັບຮອງການປັບປຸງບຸກຄະລາກອນ, ພິຈາລະນາ ແລະຮັບຮອງເອົາຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດວ່າດ້ວຍການຄຸ້ມຄອງກອງທຶນສັງຄົມສົງເຄາະແຂວງສະຫວັນນະເຂດພ້ອມດຽວກັນນີ້, ໃນພິທີຍັງຈະໄດ້ມີການເຈາະຈີ້ມ ແລະປະກອບຄຳຄິດຄຳເຫັນຂອງບັນດາທ່ານ ສສຊ/ສສຂ ໃນບັນ ຫາສຳຄັນອື່ນໆນຳອີກ.

  ກອງປະຊຸມຄັ້ງນີ້ຈະໄດ້ດຳເນີນເປັນເວລາ 4 ວັນນັບແຕ່ວັນທີ 8-11 ມັງ ກອນ 2019 ຈຶ່ງສຳເລັດຕາມລະດັບຄາດໝາຍ.