ນາຍົກຫວຽດນາມ ຕ້ອນຮັບການຢ້ຽມຢາມຂຳນັບຂອງຄະນະຜູ້ແທນ ທຫລ

  ຄະນະຜູ້ແທນຂັ້ນສູງຂອງທະນາຄານແຫ່ງ ສປປ ລາວ ຊຶ່ງນໍາໂດຍທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມຄະນະໄດ້ເດີນທາງຢ້ຽມຢາມ ແລະເຮັດວຽກຮ່ວມກັບການນໍາຂັ້ນສູງຂອງທະນາຄານແຫ່ງລັດ ສສ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ລະ ຫວ່າງວັນທີ 7 ຫາວັນທີ 10 ມັງກອນ 2019 ແລະໃນໂອກາດດັ່ງກ່າວຄະນະຜູ້ແທນຂັ້ນສູງຂອງທະນາຄານແຫ່ງ ສປປ ລາວ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ທີ່ສໍານັກງານນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໃນວັນທີ 9 ມັງກອນ 2019.

    ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກໍ່ໄດ້ກ່າວສະແດງຄວາມເຄົາລົບນັບຖືຢ່າງສູງມາຍັງທ່ານນາຍົກລັດຖະ ມົນຕີແຫ່ງ ສສ ຫວຽດນາມ ແລະ ພ້ອມທັງໄດ້ລາຍງານຜົນຂອງກອງປະຊຸມພົບປະ ແລະ ແລກປ່ຽນບົດຮຽນລະຫວ່າງທະນາຄານແຫ່ງ ສປປ ລາວ ແລະທະນາ ຄານແຫ່ງລັດ ສສ ຫວຽດນາມ ຊຶ່ງໄດ້ຮັບຜົນສໍາເລັດອັນຈົບງາມ ແລະ ຂະນະດຽວກັນຍັງໄດ້ຖືເອົາ ສສ ຫວຽດນາມ ເປັນປະເທດທໍາອິດໃນການເຄື່ອນໄຫວ ແລະ ເຮັດວຽກຂອງຕົນພາຍຫຼັງທີ່ໄດ້ມີການຮັບຮອງເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ ຈາກກອງປະຊຸມສະໄໝສາມັນເທື່ອທີ 6 ຂອງ ສະພາແຫ່ງຊາດຊຸດທີ VIII ໃນທ້າຍປີ 2018 ຜ່ານມານີ້.

   ໃນໂອກາດດັ່ງກ່າວ; ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງທະນາຄານແຫ່ງ ສປປ ລາວ ແລະຍັງໄດ້ ອວຍພອນໃຫ້ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຄົນໃໝ່ຈົ່ງປະສົບຜົນສໍາເລັດໃນໜ້າທີ່ການງານໃໝ່ ແລະປະກອບສ່ວນເຂົ້າໃນການພົວພັນ ແລະຮ່ວມມືລະຫວ່າງທະນາຄານກາງຂອງ 2 ປະເທດໃຫ້ກ້າວສູ່ລວງເລິກຍິ່ງໆຂຶ້ນ.