ເຊີນທ່ຽວເທສະການບຸນກິນຈຽງທີ່ສວນພຶກສາ

    ງານເທສະການບຸນກິນຈຽງເຜົ່າມົ້ງຂອງສວນພຶກສາ ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແມ່ນໄດ້ຈັດຂຶ້ນແລ້ວຊຶ່ງຈະເລີ່ມແຕ່ວັນທີ 9-13 ມັງກອນ 2019 ເຂົ້າຮ່ວມເປີດງານມີທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງນາຊາຍທອງ, ທ່ານ ພູວົງ ພະມີສິດ ປະທານສວນພຶກສາບັນດາແຂກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ພູວົງ ພະມີສິດ ໄດ້ກ່າວວ່າ: ສວນພຶກສາຂອງເຮົາເປັນສະຖານທີ່ທ່ອງທ່ຽວອຸດົມສົມບູນ ແລະອະນຸລັກຮັກສາດ້ານວັດທະນະທຳຂອງຊົນເຜົ່າໂດຍສະເພາະຊົນເຜົ່າມົ້ງປະຈຸບັນມີພະນັກງານປະຈຳແມ່ນກວມເອົາ 60% ການຈັດງານປະເພນີບຸນກິນຈຽງປີນີ້ແມ່ນເປັນຄັ້ງທີ 2 ແລ້ວຈຸດປະສົງແມ່ນຈັດຂຶ້ນເພື່ອສົ່ງເສີມຮີດຄອງປະເພນີທີ່ມີຄວາມໝາຍຕາມການເຊື້ອຖືສາສະໜາອັນດີງາມໃຫ້ແກ່ປະຊາຊົນໃນເຂດ ທ້ອງຖິ່ນ ແລະໃຫ້ຮຸ່ນລູກຫຼານໄດ້ຮັບຮູ້ ທັງເປັນການຟື້ນຟູເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນະທຳຂອງຕົນເປັນການສົມມາຄາລະວະຕໍ່ຜູ້ອາວຸໂສ, ຜູ້ເປັນພໍ່ເປັນແມ່ ແລະຜູ້ນຳພາໃນຕະກຸນເປັນໂອກາດເຕົ້າໂຮມພໍ່ແມ່ຍາດຕິພີ່ນ້ອງທັງໃກ້ ແລະໄກເພື່ອຢ້ຽມຢາມພົບປະສ້າງ ສັນຄວາມສາມັກຄີ ແລະຮູ້ບຸນຄຸນເຊິ່ງກັນ ແລະກັນ.

  ພາຍໃນງານຈະໄດ້ມີພິທີບາສີສູ່ຂວັນ ແລະກິດຈະກຳທ່ຽວຊົມຕະຫຼາດນັດສິນຄ້າພື້ນເມືອງ ແລະ ການຫຼິ້ນຂອງເຜົ່າມົ້ງ, ກິດຈະກຳໝາກຄ່າງ,  ໂຍນໝາກຄອນ, ເດີນແບບຊຸດເຜົ່າມົ້ງ, ການປະກວດນັກຮ້ອງສຽງດີຈາກບັນດາເຜົ່າ ແລະໄດ້ຮັບເຊີນນັກຮ້ອງທີ່ມີຊື່ສຽງມາຮ່ວມສະ ແດງຄອນເສີດ ແລະ ສິລະປະອື່ນກ່ຽວກັບປະເພນີຊົນເຜົ່າມົ້ງ ແລະ ໃນວັນທີ 12-13 ຍັງໄດ້ມີການປະກວດນາງ ສາວຊົນເຜົ່າມົ້ງ ນະຄອນ ຫຼວງວຽງຈັນ ຊຶ່ງໃນນັ້ນລາງວັນທີໜຶ່ງແມ່ນໄດ້ເງິນ 5 ລ້ານກີບ ພ້ອມກັບຄອງມົງກຸດມູນຄ່າ 40 ລ້ານກີບ, ລາງວັນທີສອງໄດ້ຮັບເງິນ 4 ລ້ານກີບ, ລາງວັນທີສາມ 3 ລ້ານ ແລະ ລາງວັນຊົມເຊີຍ 2 ລ້ານກີບ.