ຮ້ານສະກາຍຊຸບເປີມາເກັດ ເປີດສາຂາສະຫວັນນະເຂດ

  ພິທີເປີດຮ້ານສະກາຍຊຸບເປີມາເກັດສາຂາທີ 3 ທີ່ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນວັນທີ 12 ກໍລະກົດ 2019 ໂດຍເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ຄໍາພູນ ຕຸໄພທູນ ຮອງເຈົ້າແຂວງໆສະຫວັນນະເຂດ, ທ່ານ ສີບຸນທຳ ສີບຸນມີ ປະທານບໍລິສັດລາວເວີນມະຫາຊົນ, ທ່ານນາງ ຫຼ້າພາວັນ ອິນເມືອງໄຊ ຜູ້ບໍລິ ຫານບໍລິສັດ ທ້ອງຟ້າ ຈໍາກັດຜູ້ດຽວ ບັນດາທ່ານທີ່ຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ຄໍາພູນ ຕຸໄພທູນ ໄດ້ກ່າວເປີດພິທີວ່າ: ບໍລິສັດທ້ອງຟ້າ ຈໍາກັດຜູ້ດຽວ ຖືວ່າເປັນອີກໜຶ່ງທີ່ໄດ້ມາເປີດຫ່າງພະຊັບສິນຄ້າທີທັນສະໄໝໃຫ້ແກ່ຊາວແຂວງສະຫວັນນະເຂດ ເພາະຕໍ່ໄປອາດຈະບໍ່ໄດ້ຫຍຸ້ງຍາກເລື່ອງການເລາະຫາຊື້ເຄື່ອງ ຊຶ່ງທັງໝົດຮ້ານສະກາຍຊຸບເປີມາເກັດມີສິນຄ້າພ້ອມຕອບສະໜອງຄົບວົງຈອນມາບ່ອນດຽວມີຄົບທຸກຢ່າງ ສິ່ງສໍາຄັນທີ່ຍັງແມ່ນເປັນການເສີມຂະຫຍາຍຕາໜ່າງການຄ້າໃຫ້ມີລັກຊະນະເປັນວົງກວ້າງຫຼາຍຂຶ້ນ, ເປັນການສ້າງວຽກເຮັດງານທໍາ ເພື່ອຫາລາຍໄດ້ໃຫ້ກັບຊາວຜູ້ອອກແຮງງານ, ພ້ອມທັງເປັນການພັດທະນາພື້ນຖານທາງດ້ານເສດຖະກິດ-ສັງຄົມຂອງແຂວງໃຫ້ເຂັ້ມແຂງຂຶ້ນ.

  ທ່ານນາງ ຫຼ້າພາວັນ ອິນເມືອງໄຊ ໄດ້ກ່າວວ່າ: ບໍລິສັດທ້ອງຟ້າ ຈໍາກັດຜູ້ດຽວ ເປັນກຸ່ມເຄືອຄ່າຍບໍລິສັດສະກາຍຊຸບເປີມາເກັດກຣຸບຈໍາກັດ ທີ່ໄດ້ສ້າງຕັ້ງຂຶ້ນປີ 2015 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ຈາກນັ້ນໄດ້ຂະຫຍາຍເປີດສາຂາ 2 ຢູ່ຫ້າງເອັມຈະເລີນການຄ້າ (ສີໄຄ) ແລະ ສາຂາທີ 3 ຢູ່ສູນການຄ້າສະຫວັນ-ໄອເຕັກໃນແຂວງສະຫວັນນະເຂດແຫ່ງນີ້ ຮ້ານສະກາຍຊຸບເປີມາເກັດຂອງເຮົາແຕ່ລະສາຂາແມ່ນເປັນຮ້ານຄ້າຂາຍເຄື່ອງຍ່ອຍດ້ວຍລະບົບຊຳລະທັນສະໄໝພ້ອມມີສິນຄ້າຫຼາຍປະເພດຄື: ອາຫານ, ເຄື່ອງດື່ມ, ເຂົ້າ, ຜັກ,ໝາກໄມ້,ເຄື່ອງສໍາອາງ,ເຄື່ອງໃຊ້ເຮືອນຄົວ, ອຸປະກອນການຮຽນ,

ອຸປະກອນໄຟຟ້າ ແລະ ອື່ນໆຄົບວົງຈອນ ເປັນສິນຄ້ານໍາເຂົ້າຖືກຕ້ອງຕາມກົດໝາຍສ່ວນໃຫຍ່ແມ່ນນໍາເຂົ້າຈາກປະເທດໄທກວມເຖິງ 65%, ສ່ວນອີກ 45% ແມ່ນຜະລິດຂອງລາວ,ຈີນ,ຫວຽດນາມ ແລະ ປະເທດອື່ນໆ ພ້ອມນັ້ນຍັງເປັນສູນຈຳໜ່າຍສິນຄ້າທີ່ໄດ້ຮັບການຄັດເລືອກທີ່ມີຄຸນນະພາບ ຊຶ່ງສາມາດສັງເກດເຫັນຜະລິດຕະພັນທຸກຊະນິດຈະມີກາໝາຍເປັນພາສາລາວທີ່ໄດ້ຮັບການຢັ້ງຢືນຜ່ານການກວດ ກອຢ.

--------------------

ຂຽນໂດຍ: ແພງຕາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ