ອາເມລິກາ ຈະຊ່ວຍສ້າງ ຄວາມເຂັ້ມແຂງແກ່ຊາວກະສິກອນລາວ

  ເພື່ອປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນ ແລະເສີມຂະຫຍາຍການຄ້າໃຫ້ແກ່ຜົນຜະລິດທາງດ້ານກະສິກໍາຂອງລາວ, ໃນວັນທີ 10 ກໍລະກົດ 2019 ທີ່ຜ່ານມາ, ກະຊວງກະສິກຳ ແລະ ປ່າໄມ້ ແລະອົງການວິນຣັອກສາກົນ (Win rockInternational) ໄດ້ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈໂຄງການສ້າງຄວາມເຊື່ອມໂຍງກັບເຄືອຂ່າຍກະສິກໍາຂອງກະຊວງກະສິກໍາ ແຫ່ງ ສ.ອາເມລິກາ (CLEAN) ຊຶ່ງໄດ້ຮັບການສະໜັບສະໜູນໂດຍສະຫະລັດອາເມລິກາ.

 ຮ່ວມລົງນາມໃນການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ລະຫວ່າງທ່ານ ວິໄລສຸກ ເຄນນາວົງ ຫົວໜ້າກົມປູກຝັງ ແລະທ່ານ ອາເລັກຊານເດີ ດາຮານ ຫົວໜ້າໂຄງການ CLEAN, ຊຶ່ງມີທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້, ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສ.ອາ ເມລິກາ ຮ່ວ ມເປັນສັກຂີພິຍານ.

  ໂຄງການ CLEAN ແມ່ນໂຄງການໄລຍະ 4 ປີ ທີ່ໄດ້ຮັບການສະ ໜັບສະໜູນດ້ານການເງິນຈາກກະ ຊວງກະສິກຳສະຫະລັດອາເມລິກາ ແລະຈັດຕັ້ງປະຕິບັດໂດຍອົງການວິນ ຣັອກສາກົນປະຈໍານະຄອນຫຼວງ ວຽງຈັນ, ໂຄງການດັ່ງກ່າວຈະໄດ້ ຖືກຈັດຕັ້ງຢູ່ນະຄອນຫຼວງວຽງ ຈັນ, ແຂວງວຽງຈັນ ແລະລວມທັງເຂດພູພຽງບໍລະເວນທີ່ກວມ ເອົາແຂວງຈໍາປາສັກ, ສາລະວັນ ແລະເຊກອງ. ໂດຍນໍາໃຊ້ວິທີການດ້ານການຕະຫຼາດ, ໂຄງການນີ້ຈະສ້າງຄວາມເຊື່ອມໂຍງກັບຕະຫຼາດ ແລະເພີ່ມຄວາມຕ້ອງການໃຫ້ແກ່ຜົນຜະລິດດ້ານກະສິກໍາທີ່ສະອາດຂອງລາວທັງພາຍໃນປະເທດ, ພາກພື້ນ ແລະສາກົນໂດຍຜ່ານການປະຕິບັດໃຫ້ສອດຄ່ອງກັບ ມາດຕະຖານ ແລະການປັບປຸງລະບົບການຢັ້ງຢືນຄຸນນະພາບ, ຄວາມ ພະຍາຍາມເຫຼົ່ານີ້ຈະຊ່ວຍຍົກລະດັບການຜະລິດ ແລະຊ່ວຍຫຼຸດຜ່ອນຜົນເສຍຫາຍຫຼັງການເກັບກ່ຽວ.

  ທ່ານເອກອັກຄະລັດຖະທູດ ຣີນາ ບິດເຕີ ກ່າວວ່າ: ຂະແໜງການ ກະສິກໍາຖືເປັນຂະແໜງທີ່ສໍາຄັນຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນລາວ, ໂດຍຜ່ານການສ້າງຂີດຄວາມສາມາດ, ເພີ່ມກໍາລັງການຜະລິດ ແລະ ເຊື່ອມໂຍງຊາວກະສິກອນເຂົ້າສູ່ຕະຫຼາດ, ໂຄງການນີ້ຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນລາວຫຼາຍຄອບຄົວທີ່ມີຊີວິດການເປັນຢູ່ຕິດພັນກັບການກະສິກໍາ.

 ໂຄງການ CLEAN ຈະເນັ້ນໜັກໃສ່ການພັດທະນາທ່າແຮງຂອງລາວໃຫ້ສາມາດເຂົ້າສູ່ຕະຫຼາດໃນຂົງເຂດພາກພື້ນລຸ່ມແມ່ນໍ້າຂອງ ແລະຕະຫຼາດສາກົນ, ບ່ອ ນທີ່ມີຄວາມຕ້ອງການຜົນຜະລິດດ້ານກະສິກໍາຄຸນນະພາບສູງ ແລະຖ້າສາມາດຕອບສະໜອງຕໍ່ຄວາມຕ້ອງການນີ້ໄດ້, ຈະຊ່ວຍໃຫ້ຜົນຜະລິດຂອງຊາວກະສິ ກອນລາວມີ ລາຄາທີ່ສູງຂຶ້ນ. ພາຍໃຕ້ບົດບັນ ທຶກຄວາມເຂົ້າໃຈສະບັບນີ້, ກົມ ປູກຝັງຂອງລາວ ແລະໂຄງການ CLEAN ຂອງ USDA ຈະຮ່ວມມືກັນໃນການເພີ່ມກໍາລັງການຜະລິດ, ຄວາມອາດສາມາດໃນການແຂ່ງຂັນ ແລະຄວາມຍືນຍົງໃຫ້ແກ່ຊາວກະສິກອນຂະໜາດນ້ອຍຜ່ານການຝຶກອົບຮົມ ແລະການເຊື່ອມໂຍງກັບຕະຫຼາດ.

--------------------

ພາບ ແລະຂ່າວ: ຈາກໜັງສືພິມເສດຖະກິດ-ສັງຄົມ