2 ບ້ານ ຢູ່ຜົ້ງສາລີ ປະສົບໄພນ້ຳຖ້ວມຂ້າມລະດູ

 ໃນເວລາ 12:30 ໂມງວັນທີ 8 ມັງກອນ 2019 ໄດ້ເກີດມີເຫດນໍ້າຖ້ວມບ້ານເຮືອນ ແລະພື້ນທີ່ທໍາການຜະລິດຢູ່ບ້ານງາຍເໜືອ ເມືອງບຸນເໜືອ ແຂວງຜົ້ງສາລີ ຕໍ່ມາມື້ດຽວກັນເວລາປະມານ 15:00 ໂມງ ກໍມີເຫດການນໍ້ານອງຖ້ວມຕື່ມທີ່ບ້ານຫາດສາເມືອງ ແລະ ແຂວງຜົ້ງສາລີ ເຮັດໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດນັ້ນໄດ້ຮັບຜົນເສຍຫາຍ, ປະຈຸບັນ, ຍັງບໍ່ມີລາຍງານແຈ້ງເປັນຕົວເລກທາງການເທື່ອວ່າມີມູນຄ່າຄວາມເສຍຫາຍໜ້ອຍຫຼາຍພຽງໃດ.

  ທ່ານ ບຸນເຫຼັກ ຫຼ້າສຸກັນ, ຮອງເຈົ້າເມືອງໆບຸນເໜືອ, ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ຍ້ອນຝົນຕົກໜັກນັບແຕ່ວັນທີ 6-8 ມັງກອນ  2019  ຈຶ່ງໄດ້ເຮັດໃຫ້ລະດັບຂອງນໍ້າງາຍຢູ່ເມືອງບຸນເໜືອ, ແຂວງຜົ້ງສາລີ ຍື່ງຂຶ້ນສູງແລ້ວໄຫຼຊຸເຂົ້າເນື້ອທີ່ທຳການຜະລິດທີ່ເປັນສວນຜັກລະດູ ແລ້ງ ແລະຄອກສັດຂອງປະຊາຊົນທີ່ຢູ່ລຽບຕາມສາຍນ້ຳດັ່ງກ່າວຜົນເສຍຫານເບື້ອງຕົ້ນຖືກຜົນກະທົບພຽງ 4 ຄອບຄົວໃນນັ້ນມີກອງຟືນ 8 ແມັດກ້ອນ, ເນື້ອທີ່ປູກຜັກທຽມ ແລະສັດປີກຈຳນວນໜຶ່ງປະຈຸບັນຝົນໄດ້ເຊົາຕົກ ແລະກັບຄືນສູ່ສະພາບປົກກະຕິແລ້ວ ແລະ ອົງການປົກຄອງເມືອງບຸນເໜືອໄດ້ສົ່ງພະນັກງານວິຊາການກ່ຽວຂ້ອງລົງເກັບກຳຂໍ້ມູນລະອຽດຕື່ມພ້ອມທັງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຕາມຄວາມສາມາດຕົວຈິງ.

     ສຳລັບຢູ່ບ້ານຫາດສາ, ເມືອງຜົ້ງສາລີ ທ່ານ ສີວິໄລ ອຸ່ນສານ ຫົວໜ້າຫ້ອງວ່າການເມືອງຜົ້ງສາລີ ໄດ້ໃຫ້ຮູ້ວ່າ: ໃນເວລາປະມານເວລາປະ ມານ 15:00 ໂມງ ຂອງວັນທີ 8 ມັງກອນ 2019 ມີຝົນຕົກໜັກເຮັດໃຫ້ນ້ຳໃນແມ່ນ້ຳອູມີລະດັບສູງຄັບຝັງຍື່ງຖ້ວມຈຸດຕະຫຼາດນັດທີ່ຢູ່ເຂດທ່າເຮືອຂອງກຸ່ມບ້ານຫາດສາຊຶ່ງນ້ຳໄດ້ຍື່ງຖ້ວມຕູບຂາຍເຄື່ອງຊົ່ວຄາວຂອງປະຊາຊົນຢູ່ທ່າເຮືອ ແລະ ຈຸດຕະຫຼາດນັດດັ່ງກ່າວແຕ່ບໍ່ມີການ ລາຍງານຜົນເສຍຫາຍເນື່ອງຈາກວ່າຈຸດດັ່ງກ່າວແມ່ນມີນ້ຳຍື່ງຂຶ້ນຖ້ວມເປັນປົກກະຕິ ແລະ ປະຊາຊົນໄດ້ມີສະຕິຕະຫຼອດເວລາເນື່ອງຈາກວ່າບ້ານຫາດສາກໍ່ເປັນບ້ານທີ່ຕັ້ງຢູ່ກ້ອງຄູເຂື່ອນໄຟຟ້ານ້ຳຕົກນ້ຳອູ 6 ສະນັ້ນຈຶ່ງໄດ້ຮັບຂໍ້ມູນເຕືອນໄພເປັນປະຈຳຈຶ່ງເຮັດໃຫ້ປະຊາຊົນທີ່ຂາຍເຄື່ອງໃນຈຸດດັ່ງກ່າວຍ້າຍອອກໄດ້ທັນເວລາກ່ອນນ້ຳຈະຍື່ງຂຶ້ນຖ້ວມສ່ວນຍັງເຫຼື່ອແຕ່ຕູບຂາຍເຄື່ອງພາຍຫຼັງນໍ້າຫຼຸດລະດັບກໍ່ສາມາດສ້ອມ ແປງນຳໃຊ້ໄດ້ປົກກະຕິຈຶ່ງເຮັດໃຫ້ບໍ່ມີຜົນເສຍຫາຍຫຼາຍ.