ບັນຍາກາດລົງທືນຢູ່ລາວຄຶກຄັກ ປີແລ້ວລັດອະນຸມັດ 40 ກວ່າໂຄງການສຳປະທານ ໄຟຟ້າ

   ສປປ ລາວ ຍັງຄົງສືບຕໍ່ກາຍ ເປັນປະເທດທີ່ນັກທຸລະກິດຕ່າງຊາດໃຫ້ຄວາມສົນໃຈເຂົ້າມາລົງທຶນຢ່າງຕໍ່ເນື່ອງ ສະເພາະປີ 2018 ຜ່ານມາ ລັດຖະບານໄດ້ອະນຸມັດກິດຈະການສຳປະທານທັງໝົດ 43 ໂຄງການໃນນັ້ນຫຼາຍກວ່າໝູ່ແມ່ນໃນຈຳນວນໂຄງການກ່ຽວກັບໄຟຟ້າ  ແລະ ບໍ່ແຮ່ທີ່ປະເທດເຮົາມີທ່າແຮງ.

  ວັນທີ 9 ມັງກອນ 2019 ທີ່ນະຄອນ ຫຼວງວຽງຈັນໄດ້ມີກອງປະຊຸມສະຫຼຸບວຽກງານຄະນະກໍາມະການສົ່ງເສີມ ແລະຄຸ້ມຄອງການລົງທຶນຂັ້ນສູນກາງ, ຂັ້ນທອງຖິ່ນ ແລະນະຄອນຫຼວງປະຈໍາປີ 2018 ຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະຄຸ້ມຄອງການລົງທຶນຂັ້ນສູນກາງ, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຮອງປະທານຄະນະກໍາມະການສົ່ງເສີມ ແລະຄຸ້ມຄອງການລົງທຶນຂັ້ນສູນກາງ, ມີບັນດາຮອງລັດຖະມົນຕີ, ທ່ານ ເຈົ້າແຂວງ, ຮອງເຈົ້າແຂວງ ແລະບັນດາກະຊວງອ້ອມຂ້າງເຂົ້າ ຮ່ວມ.

   ທ່ານ ຄໍາລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນໄດ້ລາຍງານຕໍ່ກອງປະຊຸມວ່າ: ວຽກງານສົ່ງເສີມການລົງ ທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດເປັນວຽກງານບູລິມະສິດໜຶ່ງທີ່ສໍາຄັນໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ -ສັງຄົມ ໃນແຕ່ລະໄລຍະ ແລະເປັນ ຕົວຂັບເຄື່ອນເສດຖະກິດທີ່ສໍາຄັນຂອງລາວໂດຍສະເພາະການລົງທຶນພາກເອກະຊົນ ແລະ ການລົງທຶນຂອງເຂດເສດຖະກິດພິເສດແມ່ນ 1 ໃນ 4 ແຫຼ່ງທຶນຕົ້ນຕໍຂອງລັດຖະບານເພື່ອໃຫ້ບັນລຸຈະຕ້ອງໄດ້ດຶງດູດເອົາການລົງທຶນໃຫ້ໄດ້ເກືອບ 50% ຂອງການລົງທຶນທັງໝົດທົ່ວສັງຄົມ ໂດຍສະເລ່ຍບໍ່ໃຫ້ຫຼຸດ 2,4 ຕື້ໂດລາຕໍ່ປີຕາມກຳນົດໃນແຜນພັດທະນາເສດຖະກິດ-ສັງຄົມເທື່ອທີ 8 ສະນັ້ນທຸກພາກສ່ວນຈຶ່ງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເພື່ອຄົ້ນຄວ້າ ແລະສ້າງເງື່ອນໄຂເອື້ອອໍານວຍຄວາມສະດວກຕ່າງໆໂດຍທາງກົງ ແລະທາງອ້ອມເພື່ອຮອງຮັບເອົາການລົງທຶນໃຫ້ມີຕົວເລກເພີ່ມຂຶ້ນເລື້ອຍໆ.

   ຂະນະທີ່ໃນປີ 2018 ຜ່ານມາທ່ານ ຄຳລຽນ ພົນເສນາ ເຫັນວ່າ: ການລົງທຶນຂອງພາກເອກະຊົນຍັງສືບຕໍ່ຂະຫຍາຍຕົວຢູ່ໃນຈັງວະທີ່ດີຊຶ່ງຈະອອກຕົວເລກການອະນຸມັດກິດຈະການສຳປະທານ 43 ໂຄງການໃນນັ້ນຂະແໜງໄຟຟ້າ 14 ໂຄງການ, ເຊັນ MOU 10 ໂຄງການ, PDA ຈຳນວນ 2 ຄັ້ງ, ສັນຍາສຳປະທານ 2 ໂຄງການ; ຂະແໜງບໍ່ແຮ່ 15 ໂຄງການໃນນັ້ນເຊັນສັນຍາຊອກຄົ້ນ ແລະ ສຳຫຼວດ 12 ໂຄງການ, ເຊັນສັນຍາຂຸດຄົ້ນ ແລະປຸງແຕ່ງ 3 ໂຄງ; ຂະແໜງກະສິກຳ 5 ໂຄງການໃນນັ້ນເຊັນ MOU 3 ໂຄງການ, ສັນຍາສໍາປະທານ 2 ໂຄງການ; ຂະແໜງບໍລິການ 9 ໂຄງ ການ ໃນນັ້ນ MOU ສະໜາມບິນ 1 ໂຄງການ; ຂະແໜງການທ່ອງທ່ຽວ 5 ໂຄງການ, MOU ໂຄງການທາງດ່ວນ 1 ໂຄງການ ແລະ MOU ໂຄງການໂຮງກັ່ນນໍ້າມັນເຊື້ອໄຟ 1 ໂຄງການ, ເຊັນສັນຍາເສັ້ນທາງດ່ວນ CA ຈຳນວນ 1 ໂຄງການ.

 ສຳລັບແຜນພັດທະນາເສດຖະກິດ-ສັງຄົມປີ 2019 ແມ່ນຍັງສືບຕໍ່ສູ້ຊົນຍອດຜະລິດຕະພັນພາຍໃນ (GDP) ໃຫ້ຂະຫຍາຍຕົວ 6,5% ຂຶ້ນໄປ, ໃນນັ້ນວຽກງານສົ່ງເສີມດຶງດູດການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດຕ້ອງໃຫ້ບັນລຸ 23.086,13 ຕື້ກີບ, ກວມເອົາ 52,06% ຂອງທຶນລວມທັງໝົດ ຫຼື ເທົ່າກັບ 13,95% ຂອງ (GDP).