ເທສະການອາຫານລາວຈະເລີ່ມ 23 ມັງກອນ

     ໃນວັນທີ 7 ມັງກອນ 2019, ທີ່ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ, ທາງສະມາຄົມນັກທຸລະກິດແມ່ຍິງລາວພາຍໃຕ້ການຊີ້ນຳຂອງສູນກາງສະຫະພັນແມ່ຍິງລາວໄດ້ຈັດພິທີຖະແຫຼງຂ່າວງານເທສະການອາຫານລາວປະຈຳປີ 2019, ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 23-26 ມັງກອນ, ຢູ່ເດີ່ນສວນເຈົ້າອານຸວົງບໍລິເວນແຄມຂອງເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ, ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານຄະນະກຳມະການຈັດງານກ່າວວ່າ: ງານເທສະການອາຫານລາວປີ 2019 ນີ້ແມ່ນເພື່ອສືບຕໍ່ຊຸກຍູ້ ແລະສົ່ງເສີມຫົວໜ່ວຍທຸລະກິດຂອງແມ່ຍິງນັບທັງການຜະລິດ, ການປູກພືດກະສິກຳ, ລ້ຽງສັດ, ປຸງ ແຕ່ງ, ທຸລະກິດຮ້ານອາຫານການໂຮງແຮມ ແລະ ອື່ນໆທັງຢູ່ນະຄອນຫຼວງວຽງຈັນ ແລະ ທ້ອງຖິ່ນ, ຕ່າງແຂວງໃຫ້ໄດ້ມີໂອກາດມາວາງສະ ແດງ ແລະຂາຍຜະລິດຕະພັນຂອງຕົນ, ພ້ອມກັນນັ້ນຍັງເປັນການສ້າງໂອກາດໃຫ້ຜູ້ປະກອບການແມ່ຍິງທັງຫຼາຍມີໂອກາດໄດ້ແລກປ່ຽນບົດ ຮຽນ, ປະສົບການໃນການພັດທະນາຜົນຜະລິດຂອງຕົນໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດໃນຍຸກປະຈຸບັນ, ທັງປຸກລະດົມໃຫ້ຜູ້ປະກອບການແມ່ຍິງມີຄວາມຄິດແບບໃໝ່ໃນການຜະລິດເປັນສິນຄ້າ ແລະສາມາດຂາຍອອກສູ່ຕະຫຼາດສາກົນ, ເປັນການສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ແລະເພື່ອເປັນການໂຄສະນາເຜີຍແຜ່ອາຫານພື້ນເມືອງແບບລາວໆ ຈາກຜະລິດຕະພັນປອດສານພິດທີ່ດີຕໍ່ສຸຂະພາບ.

  ສຳລັບງານໃນຄັ້ງນີ້ມີຮ້ານມາວາງສະແດງທັງໝົດ 180 ຮ້ານ, ໃນນັ້ນເປັນຮ້ານຂອງຜູ້ໃຫ້ການສະໜັບສະໜູນທັງໝົດ 32 ຮ້ານ, ຮ້ານສຳລັບຫົວໜ່ວຍທຸລະ ກິດຂອງແມ່ຍິງຈາກພາຍໃນ ແລະຕ່າງປະເທດທົ່ວໄປມີ 148 ຮ້ານ, ສະເພາະ 180 ຮ້ານນັ້ນປະກອບມີຮ້ານອາຫານ 140 ຮ້ານ, ຮ້ານຫັດຖະກຳ, ກະສິກຳ 20 ຮ້ານ, ຈາກປະເທດອາຊຽນ ແລະສະຖານທູດຕ່າງໆ 2 ຮ້ານ ແລະຈາກເຄືອຂ່າຍໜຶ່ງຕຳບົນ-ໜຶ່ງຜະລິດຕະພັນຂອງປະເທດເພື່ອນບ້ານ (ໄທ) 18 ຮ້ານ, ຊຶ່ງປີນີ້ແມ່ນຈະມີຫຼາຍຢ່າງທີ່ພິເສດໂດຍສະເພາະອາຫານເອກະລັກຂອງພາກເໜືອ, ພາກ ກາງ ແລະພາກໃຕ້ມາຮ່ວມວາງສະແດງ ແລະຂາຍ, ນອກນັ້ນຍັງມີບໍລິການກວດສຸຂະພາບຟີ, ຝຶກອົບຮົມວິທີເຮັດເຂົ້າໜົມ, ສາທິດປຸງແຕ່ງອາຫານພື້ນເມືອງລາວ ແລະການແບ່ງປັນຄວາມຮູ້ກ່ຽວກັບການລິເລີ່ມເຮັດທຸລະກິດຈາກເຈົ້າຂອງຮ້ານອາຫານແຊບອີຫຼີອີກດ້ວຍ.