ຕະຫຼາດລົດຍັງສົດໃສ ປີແລ້ວຮອນດ້າຍອດຈຳໜ່າຍເພີ່ມຂຶ້ນ

   ບໍລິສັດນິວຈິບເຊັງຈຳກັດເປັນຜູ້ຜະລິດ ແລະຈຳໜ່າຍລົດຍີ່ຫໍ້ຮອນດ້າໂດຍປະກອບມີທັງລົດຈັກ ແລະລົດໃຫຍ່ຊຶ່ງຍອດຂາຍໄດ້ເພີ່ມຂຶ້ນຕໍ່ເນື່ອງເມື່ອທຽບໃສ່ປີກ່ອນສະເພາະຍອດຈຳໜ່າຍລົດຈັກໃນປີ 2018 ບັນລຸໄດ້ເຖິງ 80 ພັນຄັນ ແລະລົດໃຫຍ່ຍອດຂາຍໄດ້ເຖິງ 500 ຄັນເພີ່ມຂຶ້ນຈາກປີກ່ອນຫຼາຍພໍສົມຄວນໂດຍລວມເຫັນວ່າຕະຫຼາດຈຳໜ່າຍລົດຍີ່ຫໍ້ຮອນດ້າຢູ່ໃນລາວແມ່ນຍັງສົດໃສມີທ່າອ່ຽງທີ່ຈະເພີ່ມຂຶ້ນອີກໃນຕໍ່ໜ້າ.

  ທ່ານ ສະເໜີ ຈຸນລະມະນີ ຮອງປະທານບໍລິສັດນິວຈິບເຊັງຈຳກັດໃຫ້ສຳພາດວ່າ: ບໍລິສັດນິວຈິບເຊັງ ຊຶ່ງປະກອບມີ 50 ສາຂາຈຳໜ່າຍລົດຮອນດ້າທົ່ວປະເທດໃນປີ 2018 ເຫັນວ່າຍອດຂາຍຂອງລົດຈັກ ແລະລົດໃຫຍ່ມີຈຳນວນເພີ່ມຂຶ້ນໃນທ່າທີ່ດີສົມຄວນ, ສະເພາະລົດຈັກຍອດຂາຍບັນລຸໄດ້ປະມານ 80 ພັນຄັນ ແລະລົດໃຫຍ່ຂາຍໄດ້ເຖິງ 500 ຄັນເມື່ອທຽບໃສ່ປີກ່ອນ 350 ຄັນເຫັນວ່າມີຈຳນວນເພີ່ມຂຶ້ນດີພໍສົມຄວນເນື່ອງຈາກວ່າມີກົນໄກເງິນຜ່ອນ, ເງິນດາວ, ສິນເຊື່ອເຂົ້າສູ່ເປັນລະບົບ, ປະຈຸບັນມີປະມານ 6 ບໍລິສັດທີ່ເຮັດຟາຍແນນ, ນອກນັ້ນການປະຕິບັດພັນທະຕໍ່ລັດຖະບານທາງບໍລິສັດພວກເຮົາແມ່ນປະຕິບັດຄົບຖ້ວນ.

    ໃນບໍລິສັດນິວຈິບເຊັງແມ່ນເກືອບຈະບໍ່ພົບພໍ້ບັນຫາຫຍຸ້ງຍາກທີ່ທາງທະນາຄານໂລກໄດ້ຍົກຂຶ້ນມາກ່ຽວກັບການດຳເນີນທຸລະກິດຢູ່ລາວ ເນື່ອງຈາກເປັນບໍລິສັດທີ່ດຳເນີນທຸລະກິດມາຫຼາຍປີສົມຄວນ, ເປັນບໍລິສັດເກົ່າແກ່, ເປັນບໍລິສັດທີ່ມີຄວາມຕັ້ງໜ້າປະຕິບັດລະບຽບທາງ ດ້ານຫຼັກການຕ່າງໆຢ່າງເຂັ້ມງວດ, ແຕ່ຖ້າມີກໍ່ເລື່ອງອັດຕາແລກປ່ຽນເພາະເປັນສິນຄ້ານຳເຂົ້າໂດຍບໍລິສັດທາງບໍລິສັດໃຫ້ຈ່າຍເປັນເງິນກີບໄດ້ປະຕິບັດມາເປັນເວລາ 4 ປີແລ້ວເຖິງຢ່າງໃດກໍຕາມທາງບໍລິສັດກໍໄດ້ຫາທຸກວິທີທາງແກ້ໄຂເພື່ອບໍ່ໃຫ້ມີຜົນກະທົບຕໍ່ທຸລະກິດ ແລະ ຕໍ່ລູກ ຄ້າ.

 ທ່ານ ສະເໜີ ຈຸນລະມະນີ ກ່າວຕື່ມວ່າ: ຕະຫຼາດລົດທຸກຍີ່ຫໍ້ໃນຕໍ່ໜ້າໂດຍສະເພາະປີ 2019 ນີ້ຈະມີການຂະຫຍາຍຕົວໄດ້ອີກປະມານ 10% ໃນຈຳນວນດັ່ງກ່າວອາດຈະມີບາງຍີ່ຫໍ້ຂາຍໄດ້ຫຼຸດ ແລະ ບາງຍີ່ຫໍ້ອາດຈະເພີ່ມຂຶ້ນໂດຍຂຶ້ນກັບປັດໄຈຂອງຜູ້ຊົມໃຊ້ແລະການບໍລິການອື່ນໆ, ການເພີ່ມຂື້ນດັ່ງກ່າວແມ່ນຍ້ອນຕະຫຼາດຍັງມີຄວາມຕ້ອງການຢູ່ໂດຍສະເພາະຄວາມຕ້ອງການຊື້ຢູ່ໃນເມືອງຍັງມີຫຼາຍ.