ວັດໂພໄຊຍະຣາມ ບ້ານທ່າດິນແດງເໜືອ ເທແພດານສີມ ດ້ວຍກໍາລັງສາມັກຄີ

  ເມື່ອວັນທີ 6 ກໍລະກົດ 2019,ວັດໂພໄຊຍະຣາມບ້ານທ່າດິນແດງເໜືອ (ວັດໃຕ້) ເມືອງໄຊທານີ ໄດ້ຈັດພິທີເທແພດານພັດທະສີມາ ຫຼື ສີມດ້ວຍກໍາລັງຊ່ວຍເຫຼືອ ຂອງທະຫານໂຮງຮຽນຊ່າງແສງ ແລະຄວາມສາມັກຄີຂອງພໍ່ແມ່ປະຊາຊົນໃນບ້ານ,ພາຍໃຕ້ການນໍາພາຂອງພະອາຈານພົມມາຈັນທະໂສມເຈົ້າອະທິການວັດໂພໄຊຍະຣາມ, ທ່ານ ພັນໂທ ວັນເຖີງ ແສນຈົງຮັກ ຫົວໜ້າອໍານວຍການໂຮງຮຽນຊ່າງ ແສງ,ອໍານາດການປົກຄອງບ້ານແລະເຖົ້າແກ່ແນວໂຮມ.

  ພັດທະສີມາ ຫຼື ສີມໝາຍເຖິງ ເຂດແດນ ຫຼື ອານາເຂດທີ່ໄດ້ກຳນົດຂຶ້ນເພື່ອໃຊ້ໃນກິດຈະກໍາຂອງພະສົງຊຶ່ງຕ້ອງທຳໃນພັດທະສີມາ ຫຼື ສີມເທົ່ານັ້ນ, ຕາມວິໄນພັດທະສີມາມີ 2 ປະເພດໃຫຍ່ໆຄື: 1) ພັດທະສີມາ (ເຂດ ຫຼື ແດນທີ່ພະສົງກໍານົດເອົາເອງໂດຍຈັດຕັ້ງລູກນິມິດແປວ່າເຄື່ອງໝາຍຊຶ່ງມີຫີນເປັນຕົ້ນວາ ງໄວ້ເປັນຈຸດໆ 4 ທິດ ຫຼື 8 ທິດກໍໄດ້) ແລະ2) ແມ່ນອະພັດທະສີມາ(ເຂດ ຫຼື ແດນທີ່ພະສົງບໍ່ໄດ້ກໍານົດເອົາເອງຊຶ່ງທາງຣາຊການເຈົ້າໜ້າທີ່ບ້ານເມືອງກໍານົດໄວ້ໃນສະໄໝ ກ່ອນພະສົງໃຊ້ເປັນເຂດປະຊຸມສົງ ເພື່ອທຳສັງຄະກັມຊົ່ວຄາວແຕ່ສົງບໍ່ມີກຳມະສິດເອົາເປັນຂອງສົງຢ່າງຖາວອນເນື່ອງຈາກບໍ່ຮູ້ວ່າທາງຣາຊການຈະຍຶດຄືນເມື່ອໃດສະໄໝນີ້ຈຶ່ງບໍ່ນິຍົມໃຊ້ອະພັດທະສີມາ.

  ພະອາຈານພົມມາຈັນທະໂສມໃຫ້ຮູ້ວ່າ: ພັດທະສີມາ ຫຼື ສີມວັດໂພໄຊຍະຣາມບ້ານທ່າດິນແດງເໜືອສ້າງຂຶ້ນໃນວັນທີ 1 ເດືອນມັງກອນ2018, ມີຄວາມກວ້າງ 6 ແມັດ X16 ແມັດ ດ້ວຍກໍາລັງສັດທາລວມຂອງພໍ່ແມ່ປະຊາຊົນທັງພາຍໃນ ແລະພາຍນອກເປັນຕົ້ນແມ່ນທ່ານນາງ ໜູໃໝ່ ພິມມະສານບ້ານວັດໄຕໃຫຍ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ສໍາລັບການກໍ່ສ້າງມາຮອດປະຈຸບັນພວມສໍາເລັດ 40% ມູນຄ່າເກືອບ 200 ລ້ານກີບ ແລະ ຄາດວ່າການກໍ່ສ້າງຈະສໍາເລັດໃນປີ 2021 ດ້ວຍມູນຄ່າການກໍ່ສ້າງທັງໝົດປະມານ 500 ລ້ານກີບ. ສະເພາະການເທແພດານສີມວັດໂພໄຊຍະຣາມ ໃນຄັ້ງນີ້ແມ່ນໄດ້ຮັບການຊ່ວຍເຫຼືອດ້ານກໍາລັງແຮງງານ,ວັດຖຸປັດໄຈ ແລະ ຊັບສິນຈຳນວໜຶ່ງຈາກອ້າຍ ນ້ອງທະຫານໂຮງຮຽນຊ່າງແສງ ບ້ານປາກຊາບເມືອງໄຊທານີ ແລະພໍ່ແມ່ປະຊາຊົນພາຍໃນບ້ານ. ໃນໄລຍະຜ່ານມາວັດໂພໄຊຍະຣາມ ບ້ານທ່າດິນແດງເໜືອ (ວັດໃຕ້) ມີການພັດທະນາດີຂຶ້ນຢ່າງຕໍ່ນື່ອງ,ສັງເກດໄດ້ຈາກການສ້າງກຸດຕິ,ຫໍກອງ,ເທເດີ່ນວັດ,ປະຕູຂົງ, ກໍາແພງວັດ ແລະອື່ນໆ,ພາຍໃຕ້ການ ນໍາພາຂອງພະອາຈານ ພົມມາຈັນ ທະໂສມ, ເຖົ້າແກ່ແນວໂຮມບ້ານ ແລະສັດທາລວມຂອງພໍ່ແມ່ປະຊາຊົນ.

ທ່ານ  ພັນໂທ  ວັນເຖີງ  ແສນຈົງ ຮັກ  ຫົວໜ້າອໍານວຍການໂຮງຮຽນ ຊ່າງແສງກ່າວວ່າ: ມີຄວາມດີໃຈ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອວັດໂພ ໄຊຍະຣາມ  ບ້ານທ່າດິນແດງເໜືອ ໂດຍສະເພາະແມ່ນການເທແພດານ ສີມຄັ້ງນີ້,ຊຶ່ງເປັນການສ້າງຄວາມ ສາມັກຄີໃຫ້ກັບອ້າຍ-ນ້ອງກຳລັງ ທະຫານພາຍໃນໂຮງຮຽນໃນນັ້ນມີກໍາລັງແຮງງານຈໍານວຍ  80  ຄົນ,ເຂົ້າສານ 1 ເປົ໋າ ແລະເງິນສົດຈໍາ ນວນ 5 ແສນກວ່າກີບ.

  ພາຍຫຼັງສໍາເລັດການເທແພດານສີມ, ພະອາຈານ ພົມມາຈັນທະໂສມເຈົ້າອະທິການວັດໂພໄຊຍະຣາມ ໄດ້ມອບໃບສົມມະນາບຸນຄຸນໃຫ້ແກ່ໂຮງຮຽນຊ່າງແສງ ໂດຍຕາງໜ້າຮັບແມ່ນທ່ານ ພັນໂທ ວັນເຖີງ ແສນຈົງຮັກ ຫົວໜ້າອໍານວຍການໂຮງຮຽນຊ່າງແສງ.

  ພະອາຈານພົມມາຈັນທະໂສມໃຫ້ຮູ້ຕື່ມວ່າ: ພາຍຫຼັງສ້າງສີມສໍາເລັດ, ແມ່ນຈະສ້າງຫໍໄຕໄວ້ສໍາລັບໜັງສື,ຖ້າຫາກທ່ານໃດມີນໍ້າໃຈໃສສັດທາບໍ່ວ່າຈະເປັນວັດ ຖຸ, ປັດໄຈ ຫຼື ຮ່ວມເປັນເຈົ້າພາບເຈົ້າສັດທາສາມາດຕິດຕໍ່ພົວພັນໄດ້ທີ່ວັດໂພໄຊຍະຣາມບ້ານທ່າດິນແດງເໜືອ (ວັດໃຕ້) ຫຼື ຕິດຕໍ່ໄດ້ທີ່ເບີໂທ 030 927 3712 ພະອາຈານ ພົມມາຈັນທະໂສມ ເຈົ້າອະທິການວັດໂພໄຊຍະຣາມ, ປະທານອົງການພຸດທະສາສະໜາກຸ່ມບ້ານດົງບັງເມືອງໄຊທານີນະຄອນຫຼວງວຽງຈັນ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ