ຮ້ານ ເທັກອິດອີຊີ ຄາເຟ ເນັ້ນຄຸນນະພາບບໍລິການລູກຄ້າ

  Take It Easy Cafe ຖືວ່າເປັນອີກໜຶ່ງຂອງຮ້ານອາຫານນ້ອງໃໝ່ທີ່ສ້າງຕັ້ງຕອບສະໜອງສະເພາະຄົນທີ່ມັກອາຫານຕ່າງປະເທດໃນນີ້ເປັນຮ້ານຄາເຟເບີເກີທີ່ມີເມນູຫຼາຍລົດຊາດທີ່ໂດດເດັ່ນມີເອກະລັກແຕກຕ່າງກັບຮ້ານທົ່ວໄປ ແລະມີກາເຟແຊບໆ ທີ່ປະສົມປະສານກັບດົນຕີສຽງເພງມ່ວນໆເປັນຈຸດດຶງດູດລູກຄ້າທັງໝົດນີ້ແມ່ນຮ້ານTake It Easy Cafe ເປີດໃຫ້ບໍລິການແລ້ວ.

ທ່ານ ຄິມ ທະວີສັກ ເຈົ້າຂອງຮ້ານ Take It Easy Cafe ໃຫ້ສຳພາດວ່າ: ຮ້ານເຮົາທັງໝົດມີສີ່ຄົນຮຸ້ນສ່ວນນຳກັນກໍຄືມີທ່ານ ນາງ ສຸພັກກອນ ທີລະກຸນ, ທ່ານ ຈວນຈວນ ເກົ້າ ແລະ ທ່ານ ທອມມີ້ ລິ້ມ ຈຸດເລີ່ມຕົ້ນທຸລະກິດຂອງພວກເຮົາແມ່ນເກີດຈາກວົງດົນຕີ Two Tones style Rock & Roll ຊຶ່ງເປັ ນວົງຂອງທີມງານເຮົາຮ່ວມໂຕກັນເສບໃນປະຈຸບັນຈາກນັ້ນໄດ້ພາກັນຫຼິ້ນເພງໜຶ່ງທີ່ມີຊື່ວ່າ: Take it easy ຈົນເກີດມີແຮງບັນດານໃນການສ້າງຕັ້ງທຸລະ ກິດຮ້ານ Take It Easy Cafe ແຫ່ງນີ້ຂຶ້ນມາເພື່ອຕອບໂຈດໃຫ້ແຂກພາຍໃນ ແລະ ຕ່າງປະເທດມີບ່ອນຮັບປະທານອາຫານທີ່ໄດ້ມາດຕະຖານ ແລະ ທັງເປັນບ່ອນແບ່ງປັນສຽງເພງສິລະປະດົນຕີ.

  Take it easy Cafe ເປັນຮ້ານຮູບແບບສາກົນທີ່ບໍລິການອາຫຼາກຫຼາຍລາຍການເປັນຕົ້ນເບີເກີ, ແຊນວິດ, ກາເຟ, ເຄື່ອງດື່ມ ແລະ ອາຫານຕາມສັ່ງອື່ນໆ ພ້ອມນັ້ນຍັງມີວົງດົນຕີຟົກຊອງເສບສົດມ່ວນໆ ເຂົ້າກັບບັນຍາກາດຫ້ອງແອເຢັນໆ ຈຸດເດັ່ນຂອງຮ້ານເນັ້ນວັດຖຸດິບທີ່ສະອາດມີຄຸນນະພາບເຂົ້າໃນການປຸງແຕ່ງອາຫານ ນອກນັ້ນ ຍັງມີກາເຟປາກຊ່ອງທີ່ປຸງແຕ່ງໃຫ້ເປັນສູດເອກະລັກແຕກຕ່າງກັບຮ້ານທົ່ວໄປຊຶ່ງທັງໝົດໄດ້ວາງເປົ້າໝາຍໃສ່ລູກຄ້າກຸ່ມໄວໜຸ່ມ, ນັກສຶກສາ ແລະນັກທຸລະກິດ.

  ທ່ານ ນາງ ສຸພັກສອນ ທີລະກຸນ ໄດ້ກ່າວຕື່ມອີກວ່າ: ຮ້ານ Take It Easy Cafe ຂອງເຮົາເປັນຮ້ານນ້ອງໃໝ່ແຕ່ທາງເຮົາພ້ອມໃຫ້ບໍລິການໃຫ້ໄດ້ມາດ ຕະຖານພຶງພໍໃຈຂອງລູກຄ້າຊຶ່ງໃນນີ້ຈະເນັ້ນການສະແດງສິລະປະດົນຕີໃຫ້ເປັນຈຸດດຶງດູດເປັນບ່ອນຜ່ອນຄາຍຂອງແຂກທີ່ເຂົ້າມາໃນຮ້ານ ຫຼື ລູກຄ້າທ່ານໃດມັກໃນການຮ້ອງເພງກໍ່ສາມາດຂຶ້ນຮ້ອງຮ່ວມກັບທີມງານຂອງເຮົາໄດ້ອີກດ້ວຍແນວໃດກຕາມສຳລັບທ່ານໃດຢາກລອງຊີມອາຫານເບີເກີ, ຈິບກາເຟຫອມໆ ພ້ອມມີສຽງເພງເບົາໆກ່ອມຫູມ່ວນໆ ກໍ່ສາມາດມາແວ່ຮ້ານຂອງເຮົາໄດ້ທີ່ຫ້າງພະຊັບສິນຄ້າ World Trade Center ນະຄອນຫຼວງວຽງຈັນ ເຟດສ໌ບຸກ: Take it Easy Cafe & Grill.

ຂຽນໂດຍ: ແພງຕາ

ພາບ ແລະຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ