ເປີດໂຮງງານ 3S ຄອນກຣີດ

  ວັນທີ 4 ມັງກອນ ຜ່ານມາບໍລິສັດ ສາມເອັສພັດທະນາ ຈຳກັດ ຜູ້ດຽວ ໄດ້ເປີດໂຮງງານ 3S ຄອນກຣີດ ເປັນທາງການບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ທ່່ານ ອາຊາງ ລາວລີ ອະດີດຮອງນາຍົກລັດຖະມົນຕີທີ່ປຶກສາຄະນະບໍລິຫານສູງກາງພັກ, ທ່ານ ຄຳໄຕ  ຄຳແພງເພັດ ຫົວໜ້າກົມໃຫຍ່ພະລະທິການກະຊວງ ປກສ ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ພອນປະເສີດ ອິນທະສອນ ປະທານບໍລິສັດສາມເອັສພັດທະນາ ຈຳກັດ ກ່າວວ່າ: ໃນເມື່ອກ່ອນໂຮງງານຄອນກຣີດແມ່ນຕັ້ງຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ເນື່ອງຈາກສະພາບບ່ອນເກົ່າບໍ່ອຳນວຍຄວາມສະດວກຈຶ່ງຍົກຍ້າຍມາຕັ້ງຢູ່ບ້ານຊຽງດາ ເພື່ອເປັນບ່ອນຜະລິດຄອນກຣີດ ຊຶ່ງທາງໂຮງງານແມ່ນຜະລິດຊີມັງປອກແລນເພື່ອສະໜອງຊີມັງຄອນກຣີດໃຫ້ແກ່ບໍລິສັດພວກເຮົາພ້ອມທັງຮັບໃຊ້ສັງຄົມ.

ປະຈຸບັນ ບໍລິສັດກຳລັງເລັ່ງແນໃສ່ປັບ ປຸງຄຸນນະພາບການຜະລິດໃຫ້ທຽບເທົ່າ ສາກົນ ແລະປັບປຸງຂອດການບໍລິການ ວ່ອງໄວແທດເໝາະກັບສະພາບການ ຜະລິດ, ຊຶ່ງປະຈຸບັນທາງໂຮງງານແມ່ນ ສາມາດຜະລິດມື້ໜຶ່ງໄດ້ 900 ແມັດກ້ອນ ຖືວ່າພຽງພໍກັບການສະໜອງໃຫ້ໂຄງ ການຂອງບໍລິສັດເອງ ແລະພາກລັດ ແລະ ປະຊາຊົນທີ່ມີຄວາມຕ້ອງການ.

ທ່ານ ພອນປະເສີດ ໃຫ້ຮູ້ຕື່ມວ່າ: ສຳລັບແຜນການອະນາຄົດໂຮງງານຈະ ເລິີ່ມຜະລິດຝາສຳເລັດຮູບ ແລະຄານສຳ ເລັດຮູບ ສະໜອງໃຫ້ແກ່ໂຄງການກໍ່ສ້າງ ຕ່າງໆເຊັ່ນບ້ານຈັດສັນ ແລະບັນດາໂຄງ ການຕ່າງໆນຳອີກ.