ມາລະຍາດຂອງຄົນລາວ

ຄົນລາວເຮົາເຄີຍເປັນຄົນອ່ອນນ້ອມຖ່ອມຕົວ,ເປັນຄົນອ່ອນໂຍນແຕ່ບໍ່ອ່ອນແອ,ມີຄວາມແຂງ ແຮງແຕ່ບໍ່ແຂງກະດ້າງ,ການສະແດງມາລະຍາດອອກໃນສັງຄົມກໍມີການເຄົາລົບນົບໄຫວ້,ການປະ ຕິສັນຖານ (ຕ້ອນຮັບແຂກ) ຄົນລາວກໍມີວາດມີຊົງອັນດີແລະມີເອກະລັກເປັນຂອງຕົນເອງ.

ອີງຕາມຂໍ້ມູນຈາກປື້ມວັດທະນະທຳແລະຮີດຄອງປະເພນີອັນດີງາມຂອງລາວ ໃຫ້ຮູ້ວ່າ:ຄົນລາວເຮົາເຄີຍເປັນຄົນອ່ອນນ້ອມຖ່ອມ ຕົວ,ເປັນຄົນອ່ອນໂຍນແຕ່ບໍ່ອ່ອນແອ,ມີຄວາມແຂງແຮງແຕ່ບໍ່ແຂງກະດ້າງ, ເປັນຄົນທີ່ເຮັດຫຍັງເຮັດ ໄດ້ເວົ້າຫຍັງເວົ້າໄດ້ເໝືອນດັ່ງຄໍາທີ່ພວກເຮົາເຄີຍເວົ້າກັນເລື້ອຍໆ ວ່າ:ຕີຫຼົບທົບໄດ້”. ເວົ້າເລື່ອງການສະແດງມາລະຍາດອອກໃນສັງຄົມນັ້ນຄົນລາວເຮົາແຕ່ກ່ອນກໍຄືໃນປະຈຸບັນນັບວ່າໄດ້ເປັນເຊື້ອຊາດທີ່ມີມາລະຍາດອັນດີງາມເຊັ່ນ:ການເຄົາລົບນົບໄຫວ້, ການປະຕິສັນຖານ(ຕ້ອນຮັບແຂກ)ຄົນລາວກໍມີວາດມີຊົງອັນດີ, ມີເອກະລັກ ເປັນຂອງຕົນເອງ, ຮັບແຂກຕົນ ເອງດ້ວຍພາສາວາຈາທີ່ນິ້ມນວນ ອ່ອນຫວານເປັນຕົ້ນການຖາມຂ່າວ ເຖິງສຸຂະພາບວ່າ: ຢູ່ດີມີແຮງບໍ?, ພີ່ນ້ອງຂອງເຮົາຢູ່ດີມີແຮງບໍ?, ກິນເຂົ້າແລ້ວບໍ?, ປະຈຸບັນນີ້ເພິ່ນໄດ້ປ່ຽນມາໃຊ້ຄໍາເວົ້າງ່າຍກ່ວາດ້ວຍ ຖາມພຽງວ່າ:“ສະບາຍດີ ຫຼື ສະບາຍດີບໍ? ການກ່າວຖາມຄໍາວ່າ: ກິນເຂົ້າແລ້ວບໍ? ໃນສະໄໝບູຮານນັ້ນ,ຖ້າແຂກຂອງຕົນເອງຕອບວ່າ: “ຍັງ  ຫຼື  ວ່າຍັງບໍ່ທັນກິນ”ເຈົ້າຂອງເຮືອນກໍຮີບຟ້າວຫ້າງຫາກະກຽມ ອາຫານການກິນເທົ່າທີ່ມີມາສູ່ແຂກ ຂອງຕົນໃຫ້ໄດ້ກິນກ່ອນອື່ນໝົດກໍ ແມ່ນເຂົ້າປາຢາສູບ ຫຼື ບໍ່ກໍແມ່ນຂອງ ກິນເຄື່ອງດື່ມອັນໃດອັນໜຶ່ງ, ສ່ວນ ຜູູ້ເປັນແຂກກໍສະແດງຄວາມປິຕິຊົມຊື່ນຕໍ່ການຕ້ອນຮັບທີ່ດີນັ້ນດ້ວຍໃບ ໜ້າຍິ້ມແຍ້ມແຈ່ມໃສ.

ຜູ້ເຖົ້າຜູ້ແກ່ເຄີຍເລົ່າໃຫ້ລູກໆ ຫຼານໆຟັງເລື້ອຍໆວ່າ:ຄົນລາວເຮົາ ໃນສະໄໝກ່ອນເດີນທາງໄປຂຶ້ນ ເໜືອລ່ອງໃຕ້ບໍ່ເຄີຍໄດ້ຖືເຂົ້າໄປ ນໍາ ໄປບ້ານໃດກິນບ້ານນັ້ນ, ພຽງແຕ່ ແຈ້ງຄໍາປະສົງໃຫ້ເຈົ້າບ້ານນັ້ນຮູ້ວ່າ ຕົນມາເປັນແຂກ ກໍຈະໄດ້ຖືກຕ້ອນ ຮັບດ້ວຍອາຫານການກິນຕະຫຼອດຮອດຜ້າຜ່ອນທ່ອນສະໃບສໍາລັບ ນອນພັກແຮມຄືນທີ່ບ້ານນັ້ນຢ່າງສະບາຍ.ດັ່ງນັ້ນ, ແຕ່ກ່ອນຢູ່ໃນແຕ່ລະ ບ້ານເພິ່ນໄດ້ປຸກສາລາກາງບ້ານ ຫຼື ສາລາແຄມທ່າເພື່ອໄວ້ຕ້ອນຮັບແຂກຂອງຕົນ ຈຶ່ງເຮັດໃຫ້ມີຄໍາສອນເຫຼືອໄວ້ຮອດທຸກມື້ນີ້ວ່າ:“ລູກຫຼານເອີຍການຂຸດນໍ້າບໍ່ກໍ່ສາລາຍໍຂາຜູ້ ເຖົ້າບຸຸຸນໄດ້ທໍ່ກັນ”ນັ້ນກໍໝາຍເຖິງ ການສະແດງອອກເຖິງຄວາມເສຍສະຫຼະຜົນປະໂຫຍດຂອງຕົນເພື່ອປະໂຫຍດສ່ວນລວມ.

ຄົນສະໄໝກ່ອນສອນລູກຫຼານເພິ່ນໃຫ້ມີຄວາມປອງດອງສາມັກ ຄີກັນ,ໃຫ້ຮູ້ຈັກເອົາຫົວໃຈຫຼາຍ ດວງໂຮມເຂົ້າເປັນດວງດຽວກັນ,ສ້າງຄວາມສາມັກຄີເຮັດຄຸນງາມ ຄວາມດີເພື່ອເອົາບຸນຄືຜົນໄດ້ຮັບແລະຕອບແທນຈາກການເຮັດ ຄວາມດີໃນສິ່ງນັ້ນໆໃຫ້ແກ່ຕົນເອງ,ສິ່ງເຫຼົ່ານັ້ນກໍລ້ວນແຕ່ແມ່ນມາລະຍາດທາງສັງຄົມທີ່ມີຄວາມເປັນເອກະລັກຂອງຄົນລາວເຮົາຕັ້ງແຕ່ບູ ຮານນະການຈົນມາຮອດພວກເຮົາໃນປະຈຸບັນ.

 ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ