ຂື້ນທະບຽນແຮງງານຕ່າງປະເທດໄດ້ແລ້ວ 40 ພັນກວ່າຄົນ

  ໃນກອງປະຊຸມທົ່ວປະເທດປຶກສາຫາລືກ່ຽວກັບແຜນສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ຄັ້ງວັນທີ 7 ມັງກອນ 2019, ທີ່ກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຮ່ວມ ກັນຈັດຂຶ້ນ, ຊຶ່ງຮູ້ວ່າປະຈຸບັນທົ່ວປະເທດສາມາດຂຶ້ນທະບຽນແຮງງານຕ່າງປະເທດໄດ້ແລ້ວ 40 ພັນກວ່າຄົນ, ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ ແລະທ່ານ ພົນຕີ ສິນທະວົງ ໄຊຍະກອນ ຮອງລັດຖະ ມົນຕີກະຊວງປກສ, ພ້ອມດ້ວຍບັນດາອົງການ, ກະຊວງທີ່ກ່ຽວຂ້ອງ ແລະບັນ ດາພະແນກ ຮສສ ທົ່ວປະເທດເຂົ້າຮ່ວມ.

    ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີກະຊວງ ຮສສ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໂດຍການປະຕິບັດຕາມຄຳສັ່ງຂອງນາຍົກລັດຖະ ມົນຕີ, ສະບັບເລກທີ 62/ນຍ, ລົງວັນທີ 13 ພະຈິກ 2015 ວ່າດ້ວຍການອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ ແລະນິຕິກຳອື່ນທີ່ກ່ຽວຂ້ອງໃນການດຳເນີນການແກ້ໄຂບັນຫາ, ຊຶ່ງຜ່ານການຈັດຕັ້ງປຕິບັດໃນສອງໄລຍະ (ໄລຍະທຳອິດແຕ່ກາງເດືອນທັນວາ 2015 ເຖິງກາງເດືອນມີນາ 2016 ແລະໄລຍະທີສອງແຕ່ເດືອນກັນ ຍາ-ເດືອນພະຈິກ 2017) ເຫັນວ່າການຂຶ້ນທະບຽນ ແລະອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວຂອງສອງໄລຍະນີ້ແມ່ນສາມາດຂຶ້ນທະບຽນໄດ້ທັງໝົດ 42.434 ຄົນ, ເປັນຍິງ 11.767 ຄົນ, ມາຮອດປະຈຸບັນສາມາດແກ້ໄຂໄດ້ແລ້ວ 7.506 ຄົນ, ຍັງຈະຕ້ອງສືບຕໍ່ແກ້ໄຂ 34.928 ຄົນ, ໃນນັ້ນແບ່ງເປັນຜູ້ສາມາດປັບສະຖານະພາບໄດ້ 23.168 ຄົນ ແລະຜູ້ຕ້ອງຊຳລະສະສາງ 11.760 ຄົນ, ຊຶ່ງໃນນີ້ຂະ ແໜງປ້ອງກັນຄວາມສະຫງົບຕ້ອງຮັບຜິດຊອບຕິດຕາມ 11.760 ຄົນ, ຂະແໜງແຮງງານ ແລະສະຫວັດດີການຮັບຜິດຊອບ 12.960 ຄົນ ແລະ ຂະ ແໜງອຸດສາຫະກຳແລະການຄ້າຮັບຜິດຊອບ 10.208 ຄົນ.

    ນອກຈາກນັ້ນໃນກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມຍັງຈະໄດ້ປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງຮ່ວມສອງກະຊວງວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບໃນການແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ, ຊຶ່ງມີທັງໝົດ 8 ມາດຕາ, ໃນນີ້ຈະໄດ້ຮັບຮອງເອົາແຜນສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດ ໝາຍຢູ່ ສປປ ລາວ ແລະໃຫ້ບັນດາຂະແໜງການກ່ຽວ ຂ້ອງ, ອົງການປົກຄອງທ້ອງຖິ່ນທຸກຂັ້ນຈັດຕັ້ງປະຕິບັດຕາມແຜນການສະບັບນີ້ຢ່າງມີປະສິດທິຜົນ, ພ້ອມທັງມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງປ້ອງກັນຄວາມສະຫງົບເປັນເຈົ້າການສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອເຜີຍແຜ່ ແລະຈັດຕັ້ງປະຕິບັດ, ນອກນັ້ນຈະບໍ່ໃຫ້ມີການອອກເອກະສານທີ່ອະນຸຍາດໃຫ້ຄົນຕ່າງປະເທດເຄື່ອນໄຫວໄດ້ຊົ່ວຄາວໂດຍບໍ່ຖືກຕ້ອງຕາມກົດໝາຍເປັນຕົ້ນການເຮັດວຽກ, ການພັກເຊົາ, ການລົງທຶນຫຼືການອອກທະບຽນການຄ້າຊົ່ວຄາວໂດຍບໍ່ເດັດຂາດ, ສະເພາະທີ່ໄດ້ອອກໃຫ້ກ່ອນໜ້ານີ້ ແມ່ນໃຫ້ຍົກເລີກການນຳໃຊ້ພາຍໃນເວລາໜຶ່ງເດືອນນັບແຕ່ວັນທີ 1 ກັນຍາ 2019 ເປັນຕົ້ນໄປ.