ຕາດເສ່ຍ ຊຽງຂວາງ ອີກສະຖານທີ່ທ່ອງທ່ຽວ ທີ່ຫຼາຍຄົນຍັງບໍ່ຮູ້ຈັກ

   ແຂວງຊຽງຂວາງກໍແມ່ນອີກແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າຊຶ່ງອ້ອມຮອບໄປດ້ວຍພູຜາປ່າໄມ້ອັນກວ້າງໃຫຍ່ໄພສານ, ເປັນແຂວງທີ່ອຸດົມສົມ ບູນໄປດ້ວຍແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ, ປະຫວັດສາດແລະດ້ານວັດທະນະທໍາທີ່ມີຄວາມສວຍງາມແລະໂດດເດັ່ນຂອງແຂວງນອກນັ້ນແຂວງຊຽງຂວາງຍັງເປັນແຂວງທີ່ມີຊື່ສຽງໂດງດັງທາງດ້ານ ຮ່ອງຮອຍປະຫວັດສາດ, ວັດທະນະທໍາແລະວັດຖຸບູຮານອັນເກົ່າແກ່.

   ຕາດເສ່ຍຕັ້ງຢູ່ທາງທິດຕາເວັນຕົກຂອງບ້ານນ້ຳເສ່ຍປະມານ 10 ກິໂລແມັດ, ຫ່າງຈາກເທສະບານເມືອງແປກປະມານ  27  ກິໂລແມັດ, ຕາດເສ່ຍເປັນຕາດທໍາມະຊາດທີ່ສວຍສົດງົດງາມທີ່ໜ້າທ່ຽວຊົມເນື່ອງຈາກວ່າຕາດດັ່ງກ່າວໄດ້ເກີດ ຂຶ້ນເອງຕາມທຳມະຊາດເຕັມໄປ ດ້ວຍປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນສົດຊື່ນບວກກັບສັດນ້ອຍໃຫຍ່ສົ່ງສຽງດັງກ້ອງລະງົມທີ່ຟັງແລ້ວໜ້າຫຼົງໄຫຼມ່ວນຊືນໄປກັບມັນເຮັດໃຫ້ລືມຄວາມອິດເມື່ອຍຈາກການເດີນທາງກັນເລີຍ.

  ແຕ່ເຖິງຢ່າງໃດກໍຕາມເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວແລະປະກອບສ່ວນສ້າງລາຍຮັບ ທາງກົງແລະອ້ອມສູ່ປະຊາຊົນໃຫ້ເພີ່ມຂຶ້ນດ້ວຍທ່າແຮງບົ່ມຊ້ອນທີ່ ອຳນາດການປົກຄອງທ້ອງຖິ່ນໄດ້ສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະແມ່ນພໍ່ແມ່ປະຊາຊົນທ້ອງຖິ່ນວາງແຜນໃນການພັດທະນາການທ່ອງທ່ຽວແບບອະນຸລັກໃຫ້ກາຍເປັນແຫຼ່ງທ່ອງທ່ຽວທີ່ສວຍງາມແລະສາມາດຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວດ້ວຍການດຶງເອົາມົນສະເໜຂອງທຳມະຊາດແລະວິທີ ການດຳລົງຊີີວິດຂອງປະຊາຊົນທ້ອງຖິ່ນ, ຮ່ອງຮອຍປະຫວັດສາດຕ່າງໆເພື່ອສ້າງໃຫ້ກາຍເປັນແດນສະຫວັນຂອງນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ.