ກະຊວງການເງີນສະຫຼຸບວຽກງານປະຈຳປີ

    ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນປະຈໍາປີ 2018 ແລະທິດທາງແຜນການປະຈໍາ ປີ 2019 ໄດ້ໄຂຂຶ້ນວັນທີ 7 ມັງ ກອນ ທີ່ຫໍປະຊຸມແຫ່ງຊາດພາຍໃຕ້ການເປັນທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນປີຜ່ານມາ, ພ້ອມທັງຈະໄດ້ປຶກສາຫາລືທິດທາງແຜນການ ແລະມາດຕະການຈັດຕັ້ງປະຕິບັດປະຈໍາປີ 2019 ແລະຮັບຟັງການສະເໜີບັນດາຮ່າງນິຕິກໍາທີ່ຕິດພັນກັບຂະແໜງການເງິນເປັນຕົ້ນວຽກງານ 3 ສ້າງຂອງຂະແໜງການເງິນ, ຮ່າງຂໍ້ຕົກລົງວ່າດ້ວຍການເງິນບ້ານ ແລະບັນຫາສໍາຄັນຈໍານວນໜຶ່ງ.

  ທ່ານ ສົມດີ ດວງດີ ກ່າວວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2018 ແມ່ນເປັນໄລຍະບາດລ້ຽວອັນສໍາຄັນເພາະເປັນປີທີສາມຂອງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ທີ X ຂອງພັກ, ກ້າວເຂົ້າສູ່ໃນໄລຍະກາງຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020). ແຕ່ຄຽງຄູ່ກັນນັ້ນກໍ່ຍັງໄດ້ມີການເລີ່ມຈັດຕັ້ງປະຕິບັດຫຼາຍດ້ານທີ່ເປັນອັນໃໝ່ເພື່ອສ້າງພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານໃນຕໍ່ໜ້າ ເປັນຕົ້ນ: ການປະ ຕິບັດຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດສະບັບປັບປຸງໃໝ່, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມສະບັບປັບປຸງ, ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ, ການຢຸດຕິການຍົກເວັ້ນ-ພາສີອາກອນລວມເຖິງການເຂັ້ມງວດກວດກາສິນຄ້າ ແລະອຸປະກອນນໍາເຂົ້າທີ່ໄດ້ຮັບນະໂຍບາຍຍົກເວັ້ນແລ້ວ, ການຢຸດຕິການສົ່ງອອກໄມ້ທ່ອນ, ການເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດລາຍຈ່າຍເງິນເດືອນ-ເງິນນະໂຍບາຍ, ການປະຕິບັດວິໄນແຜນການ-ການເງິນ ແລະ ລວມທັງວຽກງານການກວດກາ-ກວດສອບ ແລະ ອື່ນໆ.

  ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2018 ເຫັນວ່າມີຫຼາຍດ້ານຍັງພົບຄວາມຫຍຸ້ງຍາກ ແລະທ້າທາຍສູງ, ເປັນຕົ້ນແມ່ນການສືບຕໍ່ແກ້ໄຂສະພາບຄວາມຝືດເຄືອງທາງດ້ານການເງິນ-ງົບປະມານທີ່ເກີດຂຶ້ນມາໃນໄລຍະຫຼາຍສົກປີທີ່ຜ່ານມາ, ການເງິນ-ເງິນ ຕາມີຄວາມຫຍຸ້ງຍາກ, ຄ່າເງິນກີບອ່ອນຄ່າລົງຫຼາຍກວ່າຊຸມປີຜ່ານມາ, ການປ່ອຍສິນເຊື່ອຂອງທະນາຄານເລີ່ມຫັນເຂົ້າສູ່ຄວາມເຂັ້ມງວດຂຶ້ນກວ່າເກົ່າຊຶ່ງເປັນສິ່ງທ້າທາຍ ແລະກະທົບຕໍ່ກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດພໍສົມຄວນ, ນອກຈາກນີ້ໃນປີ 2018 ຍັງໄດ້ຮັບຜົນກະທົບຈາກໄພທໍາມະຊາດຫຼາຍເປັນຕົ້ນນໍ້າຖ້ວມຫຼາຍບ່ອນເຮັດໃຫ້ມີຜົນກະທົບຕໍ່ການຜະລິດ ແລະ ພື້ນຖານໂຄງລ່າງ, ຖະໜົນຫົນທາງເປ່ເພ.

 ບົນພື້ນຖານສະພາບການດັ່ງກ່າວກະຊວງການເງິນໄດ້ສູ້ຊົນຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2018 ດ້ວຍຄວາມເອົາໃຈໃສ່ ແລະດ້ວຍຄວາມ ຮັບຜິດຊອບສູງ, ພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງພັກ ແລະລັດຖະບານ, ລວມທັງຄວາມຕັດສິນໃຈສູງຂອງບັນດາຂະແໜງການທັງສູນກາງ ແລະທ້ອງຖິ່ນໃນຂອບເຂດທົ່ວປະເທດເຮັດໃຫ້ສາມາດປະຕິບັດແຜນງົບປະມານແຫ່ງລັດໄດ້ທັງໝົດ 95,45% ຂອງແຜນການປີ, ສ່ວນລາຍຈ່າຍປະຕິບັດໄດ້ 97,11% ຂອງແຜນການປີ, ຊຶ່ງຄາດວ່າຈະມີການຂາດດູນງົບປະມານ 4,96% ຂອງ GDP (ແຜນຂາດດຸນທີ່ສະພາຮັບຮອງ 4,92% ຂອງ GDP. ມູນຄ່າ GDP ຈໍານວນ 152.425 ຕື້ ກີບ).

  ສ່ວນແຜນງົບປະມານແຫ່ງລັດໃນປີ 2019 ແມ່ນຍັງສືບຕໍ່ສູ້ຊົນແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານງົບປະມານ ແລະຫັນປ່ຽນໃໝ່ ໂດຍກ້າວເຂົ້າສູ່ການປະຕິຮູບການຄຸ້ມຄອງການເງິນພາກລັດຢ່າງຕັ້ງໜ້າ, ຫັນເປັນທັນສະໄໝຢ່າງທັນການ ແລະກວ້າງຂວາງ, ເຮັດໃຫ້ການເກັບລາຍຮັບ ແລະປະຕິບັດລາຍຈ່າຍງົບປະມານມີປະສິດທິຜົນ ແລະເຂັ້ມງວດຂຶ້ນກ່ວາເກົ່າ, ແນໃສ່ເຮັດໃຫ້ເສດຖະກິດແຫ່ງຊາດ ເຕີບໂຕຕາມຄາດໝາຍວາງໄວ້ຢ່າງໜ້ອຍ 6,7% (ຫຼືເທົ່າກັບ 165.475 ຕື້ກີບ).