ສ້າງຄວາມເຂັ້ມແຂງພະນັກງານທ້ອງຖິ່ນ

  ໃນວັນທີ 1 ກໍລະກົດ 2019  ູນຝຶກອົບຮົມເຕັນນິກກະສິກຳ ແລະພັດທະນາຊົນນະບົດລາວ-ເກົາຫຼີ, ກະຊວງກະສິກຳແລະປ່າໄມ້ ໄດ້ເປີດຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນຄັ້ງທີ 4, ຕ່ອງໂສ້ການຜະລິດເຂົ້າຄັ້ງທີ 1 ຂຶ້ນ. ໂດຍການເປັນປະທານຮ່ວມຂອງທ່ານ ແສງປະເສີດ ມັດທຸຈັນ ຮອງຫົວໜ້າຫ້ອງການກະຊວງກະສິກຳ ແລະປ່າໄມ້, ທ່ານ ໂອ ຊົງຊູ ປະທານອົງການກອຍກາປະຈຳລາວ. ເຊິ່ງມີນັກສຳມະນາກອນທີ່ມາຈາກພະແນກກະສິກຳ ແລະປ່າໄມ້ ແຂວງ, ນະຄອນຫຼວງ, ກົມປູກຝັງ ແລະ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳເຂົ້າຮ່ວມຝຶກທັງໝົດ 20 ທ່ານ.

  ຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ເພື່ອຊ່ວຍໃນການຜັັນຂະຫຍາຍນະໂຍບາຍ 3 ສ້າງ ໃຫ້ພະນັກງານລະດັບແຂວງມີຄວາມເຊື່ອໝັ້ນວ່າເຮົາສາມາດເຮັດໄດ້ ແລະນຳເອົາຄວາມຮູ້ຄວາມສາມາດ, ປະສົບການຈາກການຝຶກອົບຮົມໄປຈັດຕັ້ງປະຕິບັດດ້ານການປູກເຂົ້າໃຫ້ປະສົບຜົນສຳເລັດ ແລະ ເພື່ອສ້າງຂີດຄວາມສາມາດ ແລະ ເປັນຜູ້ນຳ ເພື່ອນຳພາຈັດຕັ້ງປະຕິບັດວຽກງານດ້ານການສົ່ງເສີມການຈັດຕັ້ງປະຕິບັດວຽກງານຂອງໂຄງການພັດທະນາຊົນນະບົດແບບມີສ່ວນຮ່ວມ. ການຝຶກອົບຮົມໃນຄັ້ງນີ້ແມ່ນມີ 8 ບົດຮຽນຄື: 1: ຄວາມຮູ້ພື້ນຖານຂອງແຊມວນອຸນດົງສາທາລະນະລັດ ເກົາຫຼີ, 2: ການເສີມຂະຫຍາຍທາງດ້ານວັດທະນະທຳ-ມໍລະດົກ 3: ການຜະລິດເຂົ້າ ຕ່ອງໂສ້ມູນຄ່າເພີ່ມ, 4: ການຜະລິດແນວພັນເຂົ້າລຸ້ນ 3, 5: ການປູກເຂົ້າກະເສດສຸມ, 6: ການສ້າງຕັ້ງກຸ່ມ, 7: ການວາງແຜນພັດທະນາແບບມີສ່ວນຮ່ວມ ແລະ ບົດຮຽນທີ 8: ເຕັກນິກສະຖານະພາບການຜະລິດແນວພັນເຂົ້າທີ່ມີຄຸນນະພາບ ແລະ ມາດຕະຖານໃນການປັບປຸງແນວພັນເຂົ້າ ສປປ ລາວ. ການຝຶກອົບຮົມຈະໃຊ້ເວລາຝຶກ 5 ວັນ ທີ 1-5 ກໍລະກົດ 2019.

  ໃນໂອກາດດຽວກັນນີ້, ໄດ້ຈັດກິດຈະກຳປ່ອຍປາມິດຕະພາບລະຫວ່າງກະຊວງກະສິກຳ ແລະປ່າໄມ້ ແລະອົງການກອຍກາປະຈຳລາວເຊິ່ງຈຳນວນປາທີ່ນຳມາປ່ອຍທັງ ໝົດມີ 11.050 ໂຕ ໃນນີ້ມີ: ປານິນ 2.000 ໂຕ, ປາປາກ 2.000 ໂຕ, ປານວນຈັນ 2.000 ໂຕ, ປາດຸກອຸຍ 3.000 ໂຕ, ປາສະຫວາຍ 1.000 ໂຕ ແລະປາບຶກ 50 ໂຕ.

ຂ່ຽນໂດຍເຂັມມະໄລ ສົນດາວັນ      

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ