ສະແດງສິລະປະສະຫຼອງວັນສ້າງຕັ້ງກອງທັບ

  ໃນວັນທີ 3 ມັງກອນ 2019 ນະຄອນຫຼວງວຽງຈັນ ຄະນະສິລະປະກອນທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໄດ້ຈັດງານສະແດງສິລະປະເພື່ອເປັນການຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ທອງ ລອຍ ສິລະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ການເມືອງກອງທັບ, ທ່ານ ພັນເອກ ຫງວຽນວັນແທງ ຫົວໜ້າ ການເມືອງກອງສິລະປະກອນທະຫານເຂດ 5 ພ້ອມດ້ວຍນັກສິລະປິນ, ບັນດານາຍ ແລະພົນທະຫານ, ນາຍ ແລະພົນຕຳຫຼວດ ແລະມວນ ຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

   ງານຄັ້ງນີ້ຈັດຂຶ້ນເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານທີ່ເປັນມູນເຊື້ອ ລະ ຫວ່າງສອງຊາດ, ສອງກອງທັບລາວ-ຫວຽດນາມ, ປະກອບສ່ວນປຸກລະດົມກຳລັງໃຈໃຫ້ນາຍ ແລະພົນທະຫານກໍຄືປະຊາຊົນລາວບັນດາເຜົ່າຫ້າວຫັນເຂົ້າໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກໃຫ້ປາກົດຜົນເປັນຈິງ, ທັງນີ້ຍັງເປັນການແລກປ່ຽນສິລະປະ, ວັດທະນະທຳລະຫວ່າງສອງຊາດສອງກອງທັບລາວ- ຫວຽດນາມ.

 ງານສະແດງສິລະປະຂອງຄະນະສິລະປະກອນທະຫານເຂດ 5 ກອງທັບປະຊາຊົນຫວຽດນາມຄັ້ງນີ້ລວມມີການສະແດງບົດເພງປະສານຟ້ອນ, ຮ້ອງເພງດ່ຽວຍິງ- ດ່ຽວຊາຍ, ຮ້ອງໝູ່ຍິງ-ໝູ່ຊາຍ, ຮ້ອງຄູ່ຍິງ-ຄູ່ຊາຍ ແລະເປົ່າຄຸ່ຍລວມທັງໝົດ 18 ລາຍການ.