ຄຳໄພ ພ້ອມເອົາກະສິກຳປົດລັອກຄວາມທຸກຍາກໄຊສົມບູນ

  ໃນໄລຍະຜ່ານມາກຸ່ມບໍລິສັດ ຄຳໄພຊະນະຈຳກັດຜູ້ດຽວ ໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດຂະນະດຽວກັນ ບໍລິສັດພວມກຳລັງສຸມທຶນຮອນເພື່ອດຳເນີນໂຄງການຜະລິດກະສິກຳສະອາດຄົບວົງຈອນຢູ່ແຂວງໄຊສົມບູນທີ່ຍັງມີຄອບຄົວທຸກຍາກຫຼາຍທີ່ສຸດເພື່ອແນໃສ່ປົດລັອກຄວາມທຸກຍາກຂອງປະຊາຊົນແລະສ້າງວຽກເຮັດງານທຳສ້າງລາຍຮັບໃຫ້ເຂົາເຈົ້າຢ່າງໝັ້ນຄົງ.

  ທ່ານ ຄຳໄພ ສົມຊະນະ ປະທານກຸ່ມບໍລິສັດຄຳໄພຊະນະຈຳກັດຜູ້ດຽວໄດ້ປະກອບຄຳເຫັນຕໍ່ກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະພັດທະນາຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເມື່ອອາທິດຜ່ານມາວ່າ: ເພື່ອຜັນຂະຫຍາຍແຜນສ້າງຂະບວນການແຂ່ງຂັນຮັກຊາດ ແລະພັດທະນາພາຍໃຕ້ຫົວຂໍ້ພັດທະນາຊົນນະບົດເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນແນໃສ່ບັນລຸຄາດໝາຍສູ້ຊົນທີ່ພັກ-ລັດວາງອອກໃຫ້ປາກົດຜົນເປັນຈິງ, ປະກອບສ່ວນສ້າງອາຊີບສ້າງລາຍຮັບພັດທະນາຊຸມຊົນສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງທົ່ວເຖິງກຸ່ມບໍລິສັດຄຳໄພຊະນະມີຄວາມພ້ອມແລ້ວທຸກວິນາທີເດີນຕາມທິດຊີ້ນຳຂອງພັກ-ລັດສືບຕໍ່ດຳ ເນີນທຸລະກິດດ້ວຍຄວາມຈິງໃຈ, ເຮັດແທ້ທຳຈິງ, ປະຕິບັດຕາມກົດໝາຍ, ຮັບໃຊ້ສັງຄົມ ແລະ ເດີນຕາມວິໄສທັດ, ຍຸດທະສາດການພັດທະນາຕາມທິດສີຂຽວ ແລະ ມີ ຄວາມຍືນຍົງ.

  ໂດຍເວລານີ້ກຸ່ມບໍລິສັດຄຳໄພຊະນະ ຈຳກັດຜູ້ດຽວກຳລັງສຸມທຶນຮອນ, ກຳລັງແຮງກາຍກຳລັງແຮງໃຈ ແລະ ສະຕິປັນຍາເພື່ອດຳເນີນໂຄງການຜະລິດກະສິກຳສະອາດຄົບວົງຈອນທີ່ເມືອງອານຸວົງ ແຂວງໄຊສົມບູນ ຊຶ່ງນັບວ່າເປັນອີກແຂວງໜຶ່ງໃນລາວທີ່ສ້າງຕັ້ງຂຶ້ນໃໝ່, ມີຄອບຄົວທຸກຍາກຫຼາຍທີ່ສຸດປະມານ 3,6 ພັນຄອບຄົວຈາກທົ່ວແຂວງທີ່ມີທັງໝົດ 7,8 ພັນຄອບຄົວຊຶ່ງໃນໄລຍະທຳອິດນັບແຕ່ເດືອນພຶດສະພາປີ 2018 ເປັນຕົ້ນມາບໍລິສັດແມ່ນເລີ່ມໄດ້ນຳແກ່ນຫຍ້າ 4,5 ໂຕນ ໄປມອບໃຫ້ກັບຄອບຄົວທຸກຍາກໃນ 3 ເມືອງ, ມອບໝູໃຫ້ລ້າຄອບຄົວລະ 2 ໂຕແກ່ 132 ຄອບຄົວ ທຸກຍາກລ້ຽງ ແລະຍັງມີແຜນຈະມອບງົວລາດ (ງົວພື້ນເມືອງ) ອີກຄອບຄົວລະ 5 ໂຕ ໃນເມືອງລ້ອງຊານ, ລ້ອງແຈ້ງ ແລະ ເມືອງທ່າໂທມ ໂດຍບໍລິສັດຈະເປັນຜູ້ຮັບເກັບຊື້ຄືນທັງໝົດເມື່ອຜົນຜະລິດເຕີບໃຫຍ່.

  ຮອດປີ 2020 ບໍລິສັດຍັງຈະໄດ້ມີການບຸກເບີກພື້ນທີ່ 100 ກວ່າເຮັກຕາ ເພື່ອດຳເນີນການປູກຫຍ້າລ້ຽງງົວ 1.500 ໂຕ, ລ້ຽງເປັດ, ໄກ່, ໝູພື້ນບ້ານ ແລະປູກພືດປອດສານພິດອື່ນໆອີກຫຼາກຫຼາຍທັງນີ້ກໍເພື່ອສ້າງຄວາມໝັ້ນຄົງທາງດ້ານສະບຽງອາຫານຕອບສະໜອງໃຫ້ໄດ້ຢ່າງຢ່າງພຽງພໍກັບຄວາມຕ້ອງການຂອງຕະຫຼາດພາຍ ໃນກ່ອນຈະກ້າວໄປສູ່ການສົ່ງອອກຕະຫຼາດຕ່າງປະເທດໃນອະນາຄົດໂດຍຈະມີການຮ່ວມມືດ້ານວິຊາການກັບບັນດານັກຮຽນ-ນັກສຶກສາ ແລະ ຄູອາຈານຈາກຄະນະກະ ເສດສາດ, ຄະນະວິທະຍາສາດສັງຄົມຂອງມະຫາວິທະຍາໄລແຫ່ງຊາດ.

  ທ່ານ ຄຳໄພ ສົມຊະນະ ກ່າວຕື່ມວ່າ: ໂຄງການຜະລິດກະສິກຳສະອາດຄົບວົງຈອນແມ່ນເປັນອີກໂຄງການໜຶ່ງທີ່ດີທີ່ມີຄວາມພະຍາຍາມຈະປົດລັອກແກ້ໄຂຄວາມທຸກ ຍາກຂອງປະຊາຊົນທັງຈະເປັນສູນຮຽນຮູ້ການຜະລິດກະສິກຳສະອາດປອດສານພິດທີ່ສຳຄັນໂຄງການເປັນມິດກັບສິ່ງແວດລ້ອມໃນຊຸມຊົນສະນັ້ນຈຶ່ງສະເໜີມາຍັງບັນດາການນຳພັກ-ລັດທຸກໆຂັ້ນຈົ່ງໃຫ້ການຮ່ວມໄມ້ຮ່ວມມື ແລະ ຊຸກຍູ້ສົ່ງເສີມພ້ອມອຳນວຍຄວາມສະດວກໃນດ້ານຕ່າງໆ ໂດຍສະພາະແມ່ນດ້ານທຶນຮອນດ້ວຍອັດຕາດອກ ເບ້ຍຕໍ່າ ແລະ ພື້ນທີ່ການຜະລິດທີ່ເໝາະສົມເພື່ອຫຼີກເວັ້ນບໍ່ໃຫ້ເກີດມີບັນຫາເໝືອນກັບຟາມລ້ຽງງົວຂອງບໍລິສັດຢູ່ເຂດບ້ານນານາດ-ແສນດິນເມືອງນາຊາຍທອງນະ ຄອນຫຼວງວຽງຈັນ.

ຂຽນໂດຍ: ສະເຫຼີມໄຊ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ