ກະຊວງການເງິນດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງຄັ້ງທີ 8

  ກະຊວງການເງິນ, ໄດ້ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກກະຊວງຄັ້ງທີ 8 ສະໄໝທີ II; ເພື່ອເປັນການສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານພັກເປີດກວ້າງຄັ້ງທີ 7 ສະໄໝ 8 ສະໄໝທີ II ທີ່ຜ່ານມາ; ຄຳແນະນໍາກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນເລກທີ 291/ຄຈສພ, ລົງວັນທີ 26/04/2018 ແລະຄໍາແນະນຳກ່ຽວກັບວຽກງານໂຄສະນາ ແລະ ຂະບວນການຂອງອະນຸກຳມະການໂຄສະນາ ແລະຂະບວນການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.

  ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນວັນທີ 1 ກໍລະກົດ ພາຍໃຕ້ການເປັນປະທານຂອງສະຫາຍ ສົມດີ ດວງດີ ກໍາມະການສູນກາງພັກຮອງນາຍົກລັດຖະມົນຕີເລຂາຄະນະ ພັກລັດຖະມົນຕີກະຊວງການເງິນ;ີສະຫາຍ ບຸນໂຈມ ອຸບົນປະເສີດຮອງເລຂາຄະນະບໍລິຫານງານພັກກະຊວງປະທານກວດກາພັກຮອງລັດຖະມົນຕີກະຊວງການເງິນ; ມີບັນດາສະຫາຍຄະນະປະຈຳພັກ; ກຳມະການຄະນະບໍລິຫານງານພັກ; ເລຂາຄະພັກຮາກຖານ; ເລຂາໜ່ວຍພັກເຂົ້າຮ່ວມ.

  ສະຫາຍ ສົມດີ ດວງດີ ໄດ້ມີຄໍາເຫັນວ່າ: ການດໍາເນີນກອງປະຊຸມຄັ້ງນີ້, ໄດ້ພ້ອມກັນສຸມໃສ່ບັນດາວຽກງານສໍາຄັນອັນຮີບດ່ວນຂອງຄະນະພັກ, ຄະນະນໍາແຕ່ລະຂັ້ນ ຂອງກະຊວງການເງິນເປັນຕົ້ນການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງຄັ້ງທີ 7 ສະໄໝທີ II ໄດ້ມອບໝາຍໜ້າວຽກສໍາຄັນຂອງພັກໃຫ້ບັນດາຮາກຖານພັກອ້ອມຂ້າງຄະນະບໍລິຫານງານພັກກະຊວງການເງິນຊີ້ນໍາ ແລະຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດໃນ 6 ເດືອນຕົ້ນປີ 20 19 ສະເໜີເຜີຍແຜ່ເອກະສານທີ່ຕິດພັນກັບການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເພື່ອເປັນກະກຽມຮ່າງລາຍງານການເມືອງຂອງກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ ແລະອົງຄະນະພັກເມືອງ-ນະຄອນ (ໄລຍະ 2019-2020) ສະບັບ ລົງວັນທີ 31 ພຶດສະພາ 2019 ແລະ ຄໍາແນະນໍາກ່ຽວກັບວຽກງານໂຄສະນາ ແລະສ້າງຂະບວນການເລກທີ 05/ອຄຂ, ລົງວັນທີ 20 ມິຖຸນາ2019 ກ່ຽວກັບການໂຄສະນາເຜີຍແຜ່ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກຕິດພັນກັບກອງປະຊຸມໃຫຍ່ສາມຂັ້ນຂອງອົງຄະນະພັກກະຊວງການເງິນ.

  ພ້ອມດຽວກັນນີ້, ໄດ້ປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງຄັ້ງທີ 7 ສະໄໝທີ II ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ເລິກເຊິ່ງ, ສອດຄ່ອງກັບສະພາບເງື່ອນໄຂຕົວຈິງໃນແຕ່ລະຂົງເຂດຂະແໜງການເງິນ, ເພື່ອເປັນການສະຫຼຸບຕີລາຄາຄືນໃນການນໍາພາ, ຊີ້ນໍາຈັດຕັ້ງປະຕິບັດຂອງຄະນະພັກ,ຄະນະນໍາແຕ່ລະຂັ້ນ ແລະສະມາຊິກພັກແຕ່ລະສະຫາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃນ 6 ເດືອນ ຕົ້ນປີ 2019 ຜ່ານມາ; ສະ ຫຼຸບຕີລາຄາຜົນຂອງການດໍາເນີນກອງປະຊຸມຄະນະບໍລິຫານງານພັກເປີດກວ້າງຄັ້ງທີ 8 ສະໄໝທີ II ເພື່ອສັງລວມລາຍງານໃຫ້ຄະນະພັກຂັ້ນເທິງຮັບຊາບ ແລະ ມີທິດ ຊີ້ນໍາໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ເພື່ອພ້ອມກັນສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິຜົນ ແລະມີຜົນສໍາເລັດຢ່າງພ້ອມພຽງຮຽງໜ້າເພື່ອພ້ອມກັນນໍາພາບັນດາອົງການຈັດຕັ້ງມະຫາຊົນດໍາເນີນກອງປະຊຸມໃຫຍ່ຂອງແຕ່ລະອົງການໃຫ້ສໍາເລັດແລ້ວຈຶ່ງສືບຕໍ່ກ້າວເຂົ້າສູ່ການກະກຽມດໍາເນີນກອງປະ ຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງການເງິນພວກເຮົາໃນທ້າຍປີ 2019 ແລະ ຕົ້ນປີ 2020 ໃຫ້ມີຜົນສໍາເລັດຕາມແຜນທີ່ກໍານົດໄວ້ ແລະ ເປັນຂະບວນຟົດຟື້ນ.

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ