ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໃຫ້ 4 ແຂວງພາກເໜືອ

    ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ໄດ້ໄຂຂຶ້ນໃນລະຫວ່າງວັນທີ 7-8 ມັງກອນ ນີ້ທີ່ສະໂມສອນກອງບັນຊາການທະຫານນະຄອນຫຼວງພະບາງ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະ ທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດຂັ້ນຫຼວງຂັ້ນສູນກາງ, ມີບັນດາເລຂາພັກແຂວງເຈົ້າແຂວງ-ບັນດາຮອງເລຂາພັກແຂວງຮອງເຈົ້າແຂວງ, ຄະນະບໍລິຫານງານພັກແຂວງ ແລະພະນັກງານຂັ້ນສູນກາງຄຸ້ມຄອງຈາກ 4 ແຂວງ ຄື: ແຂວງຫຼວງພະບາງ, ແຂວງໄຊລະບູລີ, ແຂວງຊຽງຂວາງ ແລະ ແຂວງຫົວພັນ ເຂົ້າຮ່ວມຈໍານວນ 124 ສະຫາຍ.

   ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອເປັນການຈັດຕັ້ງປະຕິບັດຜັນຂະຫຍາຍເຜີຍແຜ່ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ໃຫ້ພະນັກງານນໍາພາ-ຄຸ້ມຄອງທຸກຂັ້ນ, ພະນັກງານສະມາຊິກພັກ, ລັດຖະກອນ, ທະຫານ, ຕໍາຫຼວດຕະຫຼອດຮອດພໍ່ແມ່ປະ ຊາຊົນລາວບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈແຈ້ງກ່ຽວກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດເຮົາໃນໄລຍະທີ່ຜ່ານ ມາ, ຜົນສະທ້ອນໃນສະເພາະໜ້າ ແລະຍາວນານ; ກໍາແໜ້ນ, ເຊື່ອມຊຶມ ແລະເປັນເອກະພາບຢ່າງສູງກັບທັດສະນະທິດທາງ,ວິທີການ ແລະມາດຕະການທີ່ສູນກາງພັກວາງອອກ, ສ້າງຄວາມເຂົ້າໃຈເດັດດ່ຽວແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນຕໍ່ໜ້າ. ພ້ອມທັງຄົ້ນຄວ້າກໍານົດບັນດາມາດຕະການໃຫ້ແທດກັບຕົວຈິງ ແລະມີປະສິດທິຜົນສູງເພື່ອແກ້ໄຂສະພາບການດັ່ງກ່າວສ້າງຂະບວນການຈັດຕັ້ງປະຕິບັດຢ່າງແຂງແຮງ, ທົ່ວເຖິງກໍ່ໃຫ້ເກີດມີການຫັນປ່ຽນຕົວຈິງທີ່ມີລັກສະນະບຸກທະລຸໃນທຸກຂົງເຂດວຽກງານເພື່ອຍູ້ແຮງການພັດທະນາ ໃນດ້ານຕ່າງໆໃຫ້ບັນລຸຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວາງອອກ. ໂອກາດນີ້, ສະຫາຍບຸນທອງ ຈິດມະນີ ຮອງນາຍົກລັດຖະ ມົນຕີປະທານກອງປະຊຸມຈະໄດ້ເຜີຍແຜ່ແນະນໍາມະຕິຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ Xສະບັບເລກ ທີ 057/ຄບສພ ລົງວັນທີ 19 ທັນວາ 2018 ວ່າດ້ວຍການເພີ່ມທະວີການນໍາພາແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ ແລະສ້າງຄວາມເຂັ້ມແຂງກ່ຽວກັບການຄຸ້ມຄອງມະຫາພາກ ແລະ ມະຕິຂອງຄະນະບໍລິການງານສູນກາງພັກຄັ້ງທີ 7 ສະໄໝທີ X ສະບັບເລກທີ 056/ຄບສພ ລົງວັນ ທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງ ແລະໜັກແໜ້ນ.

      ນອກນັ້ນກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືປະກອບຄໍາເຫັນບັນຫາທີ່ສໍາຄັນໃນຂົງເຂດເສດຖະກິດ-ການເງິນ ແລະຕໍ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ, ຊອກໃຫ້ເຫັນບັນດາສາເຫດທີ່ເປັນພື້ນ ຖານ ແລະຕົ້ນຕໍເພື່ອເປັນມາດຕະການດໍາເນີນແກ້ໄຂໃນຕໍ່ໜ້າ; ຄົ້ນຄວ້າຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຮາກຖານການເມືອງໃນໄລຍະຜ່ານມາ ແລະທິດທາງວຽກງານໃນຊຸມປີຕໍ່ໜ້າ. ໂອກາດນີ້ປະທານກອງປະຊຸມໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມຈົ່ງເພີ່ມ ທະວີຄວາມຮັບຜິດຊອບເປັນເຈົ້າການເຂົ້າຮ່ວມເຊື່ອມຊຶມເພື່ອກໍາແໜ້ນ