ປະຊາຊົນບ້ານຍໍ້ ມີລາຍຮັບເພີ່ມຂື້ນຈາກການຜະລິດເປັນສິນຄ້າ

    ປະຊາຊົນບ້ານຍໍ້ ເມືອງແບງ ແຂວງອຸດົມໄຊ ໄດ້ມີຊີວິດການເປັນຢູ່ນັບມື້ດີຂຶ້ນ ແລະມີລາຍຮັບທີ່ໝັ້ນຄົງຈາກການຜະລິດເປັນສິນຄ້າທີ່ຕິດພັນກັບການທ່ອງທ່ຽວໂດຍສະເພາະການຈັກສານ, ຫັດຖະກຳຕ່ຳຫູກ, ເຄື່ອງປັ້ນດິນເຜົາ ແລະອື່ນໆສິ່ງດັ່ງກ່າວໄດ້ສ້າງວຽກເຮັດງານທຳ ໃຫ້ປະຊາຊົນ ແລະສ້າງລາຍຮັບທີ່ໝັ້ນຄົງໃຫ້ເຂົາເຈົ້າອີກດ້ວຍ.

      ທ່ານ ໄມຈັນ ອ້ວນຈັນຕະວົງ ນາຍບ້ານຍໍ້ກ່າວວ່າ: ບ້ານຍໍ້ ເມືອງແບງ ແຂວງອຸດົມໄຊ ເປັນບ້ານໜຶ່ງທີ່ໂຄງການພັດທະນາການທ່ອງ ທ່ຽວແບບຍືນຍົງໄລຍະ 2 ເອດີບີ ໃຫ້ການຊ່ວຍເຫຼືອລ້າໃນການສ້າງໂຄງລ່າງພື້ນຖານຂະໜາດນ້ອຍຈຳນວນໜຶ່ງການຝຶກອົບຮົມ, ການສ້າງຕັ້ງກຸ່ມຜະລິດເຄື່ອງຫັດຖະກຳ ແລະອື່ນໆ, ບ້ານຍໍ້ເປັນບ້ານຊົນເຜົ່າໄຕລື້ສ້າງຕັ້ງຂຶ້ນໃນປີ 1975 ຫ່າງຈາກເທສະບານແຂວງ 57 ກິໂລ ແມັດ ມີເນື້ອທີ່ທັງໝົດ 1.262 ເຮັກຕາ, ອາຊີບຫຼັກຂອງປະຊາຊົນແມ່ນປູກຝັງ ແລະ ລ້ຽງສັດ, ອາຊີບສຳຮອງແມ່ນການຕ່ຳຜ້າ, ປັ້ນດິນເຜົາ, ການຈັກສານ ແລະການບໍລິການເຮືອນພັກແຮມນຳປະຊາຊົນ.

   ປະຈຸບັນບ້ານຍໍ້ປະກອບມີກຸ່ມບໍລິການຜະລິດຕະພັນການທ່ອງທ່ຽວຢູ່ 5 ກຸ່ມຄື: ກຸ່ມເຮືອນພັກແຮມນຳປະຊາຊົນ (ໂຮມສະເຕ) ມີທັງ ໝົດ 8 ຄົວເຮືອນສ້າງລາຍຮັບໄດ້ 2,5 ລ້ານກີບຕໍ່ເດືອນ, ກຸ່ມຫັດຖະກຳຕ່ຳຫູກມີສະມາຊິກ 13 ຄົນລາຍຮັບໄດ້ 8 ລ້ານກີບຕໍ່ເດືອນ, ກຸ່ມ ຈັກສານມີສະມາຊິກ 8 ຄົນສ້າງລາຍຮັບໄດ້ 4,5 ລ້ານກີບຕໍ່ເດືອນ, ກຸ່ມປັ້ນດິນເຜົາສາມາດສ້າງລາຍຮັບໄດ້ 12 ລ້ານກີບຕໍ່ເດືອນ ແລະ ກຸ່ມຂາຍເຄື່ອງຢູ່ຕະຫຼາດຂາຍເຄື່ອງສ້າງລາຍຮັບໄດ້ 12 ລ້ານກີບລວມລາຍຮັບທັງໝົດ 39 ລ້ານກີບຕໍ່ເດືອນຊຶ່ງເຫັນວ່າຊີວິດການເປັນຢູ່ຂອງປະຊາຊົນທີ່ເຂົ້າຮ່ວມໂຄງການດັ່ງກ່າວດີຂຶ້ນເທື່ອລະກ້າວ.

  ທ່ານ ໄມບຸນຈັນ ຈັນທະສັກ ຫົວໜ້າກຸ່ມເຄື່ອງປັ້ນດິນເຜົາບ້ານຍໍ້ກ່າວວ່າ: ການປັ້ນໝໍ້ຫຼໍ່ໄຫແມ່ນໄດ້ເຮັດມາແຕ່ດົນນານແລ້ວໂດຍໄດ້ສືບຕໍ່ຈາກແມ່ທີ່ເຄີຍເຮັດຂາຍໃນເມືອກ່ອນຈາກນັ້ນໃນປີ 2000 ໄດ້ຮັບການສະໜັບສະໜູນການຝຶກອົບຮົມໄລຍະ 1 ເດືອນຈາກໂຄງການ ITA ຂອງພະແນກກະສິກຳ ແລະປ່າໄມ້ແຂວງ, ຕໍ່ມາໃນປີ 2006-2009 ໄດ້ຮັບການສະໜັບສະໜູນຈາກພະແນກອຸດສາຫະກຳ ແລະການຄ້າແຂວງ, ໃນປີ 2009-2011 ໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາການທ່ອງທ່ຽວແບບຍືນຍົງຂອງທະນາຄານພັດທະນາອາຊີ (ເອດີບີ).

  ທ່ານ ໄມບຸນຈັນ ກ່າວຕື່ມວ່າ: ພາຍຫຼັງທີ່ໄດ້ຮັບການສະໜັບສະໜູນຈາກເອດີບີໄດ້ເຮັດໃຫ້ການຜະລິດຂອງກຸ່ມໄດ້ຫຼາຍຂຶ້ນເນື່ອງຈາກມີເຕົາເຜົາໄດ້ຫຼາຍຮ້ອຍໜ່ວຍຕໍ່ຄັ້ງປະຈຸບັນເຫັນວ່າກຸ່ມຜະລິດໄດ້ມີການເຕີບໃຫຍ່ຂະຫຍາຕົວຕໍ່ເນື່ອງເຖິງວ່າຈຳນວນສະມາຊິກໃນກຸ່ມຈະຫຼຸດ ລົງກໍຕາມແຕ່ລູກຄ້າທີ່ມາສັ່ງຊື້ກໍນັບມື້ນັບເພີ່ມຂຶ້ນຈົນຜະລິດນຳບໍ່ທັນ ແລະອີກບັນຫາໜຶ່ງກໍຍ້ອນເຄື່ອງຜະລິດຍັງບໍ່ທັນສະໄໝຍັງໃຊ້ມືໃນການປັ້ນຢູ່ຊຶ່ງເຮັດໃຫ້ລູກຄ້າທີ່ເຂົ້າມາຊື້ຕ້ອງໄດ້ສັ່ງກ່ອນ ແລະໃຊ້ເວລາດົນ.