ນໍ້າຕົກຕາດແສນ ແຫຼ່ງທ່ອງທ່ຽວທາງທໍາມະຊາດ

ປະຈຸບັນນີ້ແຂວງສາລະວັນມີຫຼາຍສິ່ງອໍານວຍຄວາມສະດວກເປັນຕົ້ນຖະໜົນຫົນທາງຊ່ວຍເຮັດໃຫ້ຜູ້ຄົນທີ່ເດີນທາງໄປມາໄດ້ສໍາຜັດກັບທໍາມະຊາດ, ນໍ້າຕົກຕາດທີ່ສາມາດສ້າງຄວາມປະທັບໃຈແກ່ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເປັນຈໍານວນບໍ່ໜ້ອຍ,ບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທີ່ສ້າງຂຶ້ນມາເອງ ຫຼື ທຳມະຊາດສ້າງມາ.ໂດຍເຮົາຈະສາມາດສໍາຜັດກັບສິ່ງໃໝ່ໆແລະທໍາມະຊາດອັນໂດດເດັ່ນແລະສວຍສົດງົດງາມເພື່ອຜ່ອນ ຄາຍສະບາຍໃຈ.ດັ່ງນໍ້າຕົກຕາດ ແສນ ຖືເປັນແຫຼ່ງທ່ອງທ່ຽວທາງ ທໍາມະຊາດທີ່ງົດງາມອີກແຫ່ງໜຶ່ງຂອງແຂວງສາລະວັນທີ່ມີອາກາດສົດຊື່ນເໝາະແກ່ການພັກຜ່ອນຢ່ອນ ໃຈໃນຍາມວັນພັກໂດຍການໄປນັ່ງຊົມວິວສູບເອົາອາກາດສົດໆ ແລະ ກິ່ນຫອມຂອງດອກໄມ້ທໍາມະຊາດ, ຟັງສຽງນົກໜູປູປີກ, ຊຸມແຊວກິນເຂົ້າປ່າສາມັກຄີກັບຄອບຄົວ, ໝູ່ຄູ່ ດ້ວຍຄວາມສຳລານໃຈ.

ຕາມການບອກເລົ່າຂອງຜູ້ເຖົ້າພາຍໃນບ້ານວ່າສະໄໝຝຣັ່ງເຂົ້າມາປົກຄອງລາວຄັ້ງທຳອິດປະຊາຊົນ ຍັງຕັ້ງບ້ານເມືອງຢູ່ຢ່າງກະແຈກ ກະຈາຍຍັງບໍ່ທັນຕັ້ງຊື່ບ້ານນາບອນ ມີຊາຍຄົນໜຶ່ງຊື່ວ່າທ້າວ ແສນ (ປະຊາຊົນພາຍໃນບ້ານເອີ້ນວ່າຢະແສນຊຶ່ງຄຳວ່າຢະໃນພາສາຊົນເຜົ່າແງະ ແປວ່າເຈົ້າກົກເຈົ້າເຫຼົ່າຜູ້ສູງອາຍຸເປັນຄົນທີ່ມີວິຊາອາຄົມພາຍໃນ ບ້ານ, ຕໍ່ມາພາຍໃນໜຶ່ງປີປະຊາຊົນພາຍໃນບ້ານພາກັນລົ້ມຕາຍ  ໂດຍ ບໍ່ຮູ້ສາເຫດ ແລະກໍ່ຕາຍໃນລັກສະນະແປກໆດັ່ງນັ້ນປະຊາຊົນຈຶ່ງສົງໃສວ່າສາເຫດອາດເກີດມາຈາກທ້າວຢະແສນ ເພາະວ່າລາວເປັນ ຄົນທີ່ມີວິຊາອາຄົມ ແລະປະຊາຊົນກໍ່ໄດ້ພາກັນກ່າວຫາວ່າລາວເປັນປອບ (ອິງຕາມຄວາມເຊື່ອຂອງ ທ້ອງຖິ່ນ) ຈຶ່ງພາກັນລວມຕົວຈັບເອົາທ້າວ ຢະແສນ ໄປຂ້າໂດຍ ການຕັດຄໍທີ່ນໍ້າຕົກຕາດແຫ່ງໜຶ່ງ ທີ່ບໍລິເວນຫົວບ້ານຕໍ່ມາປະຊາຊົນ ຈຶ່ງເອີ້ນນໍ້າຕົກຕາດດັ່ງກ່າວວ່າ:ນໍ້າຕົກຕາດແສນຈົນຮອດທຸກມື້ນີ້.

ນໍ້າຕົກຕາດແສນຕັ້ງຢູ່ບ້ານນາ ເມື່ອງເລົ່າງາມແຂວງສາລະວັນຫ່າງຈາກເສັ້ນທາງເລກທີ 20 ປະມານ 8 ກິໂລແມັດແລະຫ່າງຈາກເທສະບານເມື່ອງເລົ່າງາມປະມານ 12 ກິໂລແມັດ, ນໍ້າຕົກຕາດແສນເກີດຈາກນໍ້າຫ້ວຍຕະປຸງ.

ພາບ ແລະຂາ່ວຈາກໜັງສືພິມເສດຖະກິດ-ສັງຄົມ