4 ພັນກວ່າກອງທືນບ້ານທັ່ວປະເທດ ຍັງຢູ່ນອກການຄູ້ມຄອງຂອງ ທຫລ

   ຜ່ານການສຳຫຼວດເຫັນວ່າໃນທົ່ວປະເທດມີກອງທຶນບ້ານທັງໝົດ 4 ພັນກວ່າແຫ່ງທີ່ບໍ່ໄດ້ຢູ່ໃນການຄຸ້ມຄອງໂດຍກົງຂອງທະນາຄານແຫ່ງ ສປປ ລາວ (ທຫລ) ຊຶ່ງແຕ່ລະກອງທຶນແມ່ນສ້າງຂຶ້ນໂດຍຜູ້ໃຫ້ທຶນເປັນຫຼັກໂດຍສະເພາະແມ່ນອົງການຈັດຕັ້ງຕ່າງໆໂດຍຂຽນລະບຽບຂຶ້ນເອງແຕ່ບໍ່ໄດ້ມາດຖານຂອງ ທຫລ ຂະນະທີ່ ທຫລ ໄດ້ວາງຍຸດທະສາດ ຮອດປີ 2025 ຈະສ້າງຈຳນວນກອງທຶນບ້ານທັງໝົດມີຄວາມເຂັ້ມແຂງໄດ້ຕາມຖານຄຸ້ມຄອງຂອງ ທຫລ ໂດຍຜ່ານການຝຶກອົບຮົມແລະອື່ນໆປະຈຸບັນສຳເລັດແລ້ວ 6 ຮ້ອຍກວ່າແຫ່ງ.

   ອີງຕາມບົດລາຍງານຂອງ ທຫລ ໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດວ່າ: ການສໍາຫຼວດຂອງກະຊວງແຜນການແລະການລົງທຶນປີ 2013 ມີ 4 ພັນກວ່າແຫ່ງປະຈຸບັນ ທຫລ ບໍ່ໄດ້ຄຸ້ມຄອງໂດຍກົງເນື່ອງຈາກບັນດາກອງທຶນບ້ານແມ່ນສ້າງຕັ້ງໂດຍຜູ້ໃຫ້ທຶນເປັນຫຼັກເປັນຕົ້ນແມ່ນອົງການຈັດຕັ້ງສະຫະພັນແມ່ຍິງ, ແນວລາວສ້າງຊາດແລະການຄຸ້ມຄອງບໍລິຫານຂອງກອງທຶນດັ່ງກ່າວແມ່ນໄດ້ສ້າງລະບຽບການຂຶ້ນເອງຍັງບໍ່ສາມາດຈະໄດ້ເກມາດຕະຖານທີ່ ທຫລ ກໍານົດໃນການຄຸ້ມຄອງ.

   ສະນັ້ນ, ເພື່ອຊ່ວຍໃຫ້ກອງທຶນດັ່ງກ່າວມີການຄຸ້ມຄອງບໍລິຫານທີ່ຖືກຕ້ອງຕາມກຳນົດຂອງ ທຫລ ເທື່ອລະກ້າວ, ທຫລ ໄດ້ຮ່ວມກັບອົງການຊ່ວຍເຫຼືອຈາກຕ່າງປະເທດໃຫ້ການຊ່ວຍເຫຼືອກອງທຶນບ້ານຫຼາຍກວ່າ 648 ແຫ່ງໂດຍຝຶກອົບຮົມໂດຍກົງ ແລະຝຶກອົບຮົມຜ່ານສະຖາບັນການເງິນທີ່ເປັນເຄືອຂ່າຍ ໃນໜ້າວຽກຄຸ້ມຄອງບໍລິຫານ, ບັນຊີ, ສິນເຊື່ອ, ກວດກາ, ຊ່ວຍຕິດຕັ້ງໂປຣແກມບັນຊີຕາມມາດຕະຖານຂອງ ທຫລ.

   ພ້ອມດຽວກັນນີ້, ທຫລ ໄດ້ກຳນົດໃນແຜນຍຸດທະສາດຮອດປີ 2025 ຜ່ານການ ຝຶກອົບຮົມວຽກງານທີ່ກ່າວມານັ້ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກອງທຶນບ້ານໃຫ້ໄດ້ຕາມການຄຸ້ມຄອງຂອງ ທຫລ.