ຖໍ້າຈັງ ແຫຼ່ງທ່ອງທ່ຽວກໍາລັງເປັນທີ່ໜ້າສົນໃຈ

 ວັງວຽງອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດອັນຫຼາກຫຼາຍ ແລະຂຶ້ນຊື່ລືນາມທາງດ້ານມູນເຊື້ອປະຫວັດສາດວັດທະນະທໍາອັນເກົ່າແກ່ທີ່ໜ້າສົນໃຈ,ພູມີປະເທດສ່ວນໃຫຍ່ເຕັມໄປດ້ວຍປ່າໄມ້ ແລະພູເຂົາ,ມີແຫຼ່ງນໍ້າທຳມະຊາດຫຼາຍສາຍ,ມີນໍ້າຕົກຕາດຫຼາຍແຫ່ງ, ພິເສດແມ່ນນໍ້າຊອງໄຫຼຜ່ານ ແລະຫຼໍ່ລ້ຽງຊີວິດຂອງພີ່ນ້ອງຊາວ ເມືອງວັງວຽງມາຕັ້ງແຕ່ດຶກດຳບັນ,ການດຳລົງຊີວິດຂອງປະຊາຊົນຍັງ ຮັກສາໄວ້ໄດ້ວິຖີຊີວິດແລະຮີດຄອງ ປະເພນີ,ວັດທະນະທໍາອັນດີງາມຂອງເຂົາເຈົ້າ ແລະໄດ້ກາຍເປັນສິ່ງທີ່ສ້າງຄວາມສົນໃຈແກ່ນັກທ່ອງ ທ່ຽວທັງພາຍໃນ ແລະຕ່າງປະເທດ ຢາກໄປສຳຜັດ,ສຶກສາຄົ້ນຫາປະ ຫວັດສາດອັນຂຶ້ນຊື່ລືນາມດັ່ງກ່າວ.

ຖໍ້າຈັງ ແມ່ນໜຶ່ງໃນບັນດາແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງເມືອງວັງວຽງ ແຂວງແຂວງວຽງຈັນຖໍ້າດັ່ງກ່າວເປັນຖໍ້າຂະໜາດໃຫຍ່ແລະ ເປັນຖໍ້າແຫ່ງດຽວທີ່ມີໄຟຟ້າຢູ່ພາຍ ໃນຖໍ້າ,ຊຶ່ງໃນອະດີດປະຊາຊົນແຖວນັ້ນເຊື່ອວ່າຖໍ້າແຫ່ງນີ້ເປັນຖໍ້າສັກສິດຖ້າໃຜເຮັດສິ່ງບໍ່ດີບໍ່ງາມໃນຖໍ້າຈະເກີດອາການຈັງຊຶ່ງອາການຈັງໄດ້ ກາຍມາເປັນຊື່ຂອງຖໍ້າ “ຖໍ້າຈັງ” ເມື່ອເຂົ້າໄປໃນຖໍ້າແລ້ວຈະໄດ້ສຳຜັດກັບອາກາດເຢັນສະບາຍທ່າມກາງຫີນຍ້ອຍຫີນງອກອັນງົດງາມແລະເມື່ອມີແສງໄຟຟ້າສາດສ່ອງເກີດມີສີສັນເປັ່ງປະກາຍເຮັດໃຫ້ພາຍໃນເບິ່ງລຶກລັບຄືດັ່ງເມືອງໃນເທບນິຍາຍທີ່ມີສະເໜ່ຊວນຫຼົງໄຫຼ ໂດຍສາມາດຍ່າງເລາະຊົມຕາມທາງຊີມັງທີ່ເຮັດໄວ້ຢ່າງດີແລະຖ້າ ຍ່າງໄປຊ້າຍສຸດເສັ້ນທາງຈະພົບກັບຈຸດຊົມວິວທິວທັດທີ່ສວຍງາມທີ່ສຸດຂອງເມືອງວັງວຽງອີກດ້ວຍ.

ເມື່ອບັນດາທ່ານໄດ້ໄປສຳພັດຕົວຈິງຈະມີຄວາມຮູ້ສຶກໂລດວ່າ ເຕັມອີ່ມກັບສະພາບແວດລ້ອມທີ່ ສວຍງາມແລະອ້ອມສອງຟາກຖໍ້າຈະເຕັມໄປດ້ວຍຕົ້ນໄມ້ໃຫຍ່-ນ້ອຍຕັ້ງຢັ້ງຢາຍຢູ່ເປັນແຖວກໍວ່າໄດ້.ເມື່ອທ່ານລອງໄປນັ່ງຫຼິ້ນຢູ່ຮົມໄມ້ໃນຍາມບ່າຍ,ແສງແດດຈະສອດສ່ອງມາຕາມຫວ່າງໃບໄມ້ທີ່ສວຍງາມ.ນອກຈາກຄວາມສວຍງາມເຫຼົ່ານັ້ນແລ້ວ,ອາກາດກໍຍັງເປັນ ມິດກັບຜູ້ຄົນທີ່ໄປທ່ອງທ່ຽວ,ຍ້ອນ ວ່າອາກາດສົດຊື່ນເຢັນສະບາຍມີ ລົມພັດຜ່ານຕະຫຼອດການ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ