ປີແລ້ວນີ້ດ່ານສາກົນວັງເຕົ່າເກັບລາຍຮັບໄດ້ 625 ຕື້ກວ່າກີບ

   ເຖິງແມ່ນວ່າໃນສົກປີ 2018 ຜ່ານສະພາບການພັດທະນາເສດຖະກິດບ້ານເຮົາຈະມີຄວາມຫຍຸ້ງຍາກໂດຍສະເພາະຜົນກະທົບຈາກໄພທໍາມະຊາດເຮັດໃຫ້ ການຂະຫຍາຍຕົວທາງດ້ານທຸລະກິດບາງຂະແໜງການບໍ່ເປັນໄປຕາມເປົ້າໝາຍແຕ່ເຖິງຢ່າງໃດກໍຕາມດ່ານສາກົນວັງເຕົ່າເມືອງໂພນທອງແຂວງຈໍາປາສັກ ກໍ່ສູ້ຊົນປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນໄດ້ຕາມຄາດໝາຍທີ່ວາງໄວ້ໝົດປີ 2018 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 625 ຕື້ກວ່າກີບ.

   ທ່ານບຸນຍະເດດທອງສະຫວັນຫົວໜ້າດ່ານສາກົນວັງເຕົ່າເມືອງໂພນທອງແຂວງຈໍາປາສັກໄດ້ໃຫ້ ສໍາພາດຕໍ່ນັກຂ່າວເສດຖະກິດ-ສັງຄົມປະຈໍາແຂວງເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ດ່ານສາກົນວັງເຕົ່າເຮັດໜ້າທ່ີປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກ, ອໍານາດການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍຂອງພັກ-ລັດ, ນິຕິກໍາຕ່າງໆຂອງຂັ້ນເທີງຢ່າງເຂັ້ມງວດແລະມີໜ້າທີ່ຄຸ້ມຄອງເຂດຊາຍແດນ ລາວ-ໄທ, ເອ້ືອອໍານວຍຄວາມສະດວກໃຫ້ແກ່ຍານພາຫານະ, ຜູ້ໂດຍສານແລະສິ່ງຂອງອື່ນໆທີ່ເຂົ້າ-ອອກ, ຜ່ານດ່ານສາກົນວັງເຕົ່າໃຫ້ຖືກຕ້ອງຕາມບັນດານິຕິກໍາຕ່າງໆຂອງແຕ່ລະກະຊວງກໍານົດໄວ້ແລະມີໜ້າທີ່ປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນ, ທັກພາກສ່ວນທີ່ກ່ຽວຂ້ອງເພື່ອຮ່ວມກັນແກ້ໄຂບັນຫາຕ່າງໆທີ່ເກີດຂື້ນພາຍໃນຂອບເຂດຄວາມຮັບຜິດຊອບຂອງດ່ານສາກົນວັງເຕົ່າ.

  ພ້ອມດຽວກັນນີ້ຄະນະພັກ, ຄະນະນໍາຂອງດ່ານຍັງໄດ້ຖືເອົາວຽກງານການເມືອງ-ແນວຄິດ ເປັນບັນຫາສໍາຄັນໃນການສຶກສາອົບຮົມພະນັກງານ, ສະມາ ຊິກພັກ, ໃຫ້ຮັບຮູ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກັດໝາຍ ຂອງລັດ, ກົດລະບຽບຂອງພັກແລະມະຕິຕ່າງໆພ້ອມກັບເອົາໃນຢ່າງມີຄວາມ ຮັບຜິດຊອບສູງຕໍ່ວຽກງານດ້ານວິຊາສະເພາະກໍຄືການເກັບລາຍຮັບເຂົ້າງົບປະ ມານ, ເຖິງແມ່ນວ່າໃນສົກປີ 2018 ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຈະມີຄວາມຫຍຸ້ງຍາກສັບສົນຫຼາຍຢ່າງ, ທັງດ້ານສະຖານທ່ີຍັງບໍ່ທັນເອື້ອອໍານວຍຄວາມສະດວກປານໃດ, ເຄື່ອງມືໃນການ ໃຫ້ບໍລິການຍັງບໍ່ທັນສະໄໝເທົ່າທີ່ຄວນແລະບັນຫາອື່ນໆກໍຕາມແຕ່ພວກເຮົາກໍ່ພະຍາຍາມສູ້ຊົນເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍທີ່ວາງໄວ້, ໄດ້ກວດກາສິນຄ້ານໍາເຂົ້າແລະສິນຄ້າຍ່ອຍຈາກພາກສ່ວນບໍລິສັດ ຫຼື ບຸກຄົນທີ່ເຂົ້າມາແມ່ນໄດ້ກວດກາຢ່າງລະອຽດແລະໄດ້ກວດກາສິນຄ້າຊຸກເຊື່ອງທີ່ມີລັກສະນະລັກລອບໜີພາສີພ້ອມທັງໄດ້ຂຽນບົດບັນທຶກປັບໃໝເສຍພາສີທີ່ລະບຽບທີ່ວາງໄວ້ມາຮອດວັນທີ 25 ທັນວາ 2018 ສາມາດເກັບລາຍຮັບໄດ້ທັງໝົດ 625,22 ຕື້ກີບ, ທຽບໃສ່ແຜນການປີປະຕິບັດໄດ້ ກວ່າ 97%.