ກະຊວງການເງິນຮັບຊ່ວຍເຫຼືອວິຊາການ ແລະທຶນຮອນ

  ທະນາຄານໂລກ ແລະອີຢູໄດ້ໃຫ້ການສະໜັບສະໜູນກະຊວງການເງິນທາງດ້ານທຶນຮອນ ແລະເຕັກນິກວິຊາການຜ່ານໂຄງການປະຕິຮູບການຄຸ້ມຄອງການເງິນແຫ່ງລັດ ແລະໂຄງການປັບປຸງລະບົບການຄຸ້ມຄອງການເງິນເປັນທັນສະໄໝເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດບັັນດາຄາດໝາຍຂອງວິໄສທັດຮອດປີ 2030 ແລະຍຸດທະສາດພັດທະນາການເງິນແຫ່ງລັດຮອດປີ 2025 ໃຫ້ປາກົດຜົນເປັນຈິງ.

  ໃນວັນທີ 21 ມິຖຸນາ 2019 ທີ່ນະຄອນຫຼວງວຽງຈັນ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຫົວໜ້າກົມນະໂຍບາຍການເງິນ ແລະ ນິຕິກໍາ, ແລະ ຜູ້ຕາງໜ້າຈາກບັນດາຄູ່ຮ່ວມພັດທະນາຖະແຫຼ່ງວ່າ: ກະຊວງການເງິນໄດ້ຮັບການສະໜັບສະໜູນທາງດ້ານວິຊາການ ແລະທຶນຮອນຜ່ານ 2 ໂຄງການຄື: ໂຄງການປະຕິຮູບການຄຸ້ມຄອງການເງິນແຫ່ງລັດເປັນທຶນຊ່ວຍເຫຼືອລ້າຈາກອົງການອີຢູຜ່ານທະນາຄານໂລກໃນມູນຄ່າ 5 ລ້ານເອີໂຣ ແລະໂຄງການປັບປຸງລະບົບການຄຸ້ມຄອງການເງິນເປັນທັນສະໄໝຊຶ່ງເປັນທຶນກູ້ຢືມຈາກທະນາຄານໂລກມູນຄ່າ 20 ລ້ານໂດລາ.

ການຈັດຕັ້ງປະຕິບັດສອງໂຄງການດັ່ງກ່າວແມ່ນເພື່ອສະໜັບສະໜູນບັັນດາຄາດໝາຍຂອງວິໄສທັດຮອດປີ 2030 ແລະຍຸດທະສາດພັດທະນາການເງິນແຫ່ງລັດຮອດປີ 2025 ໃຫ້ປາກົດຜົນເປັນຈິງ, ໂດຍສະເພາະແມ່ນສະໜັບສະໜູນການປະຕິຮູບລະບົບການຄຸ້ມຄອງການເງິນແຫ່ງລັດແຕ່ລະໄລຍະເພື່ອຮັບປະກັ ນປະສິດທິພາບ ແລະປະສິດທິຜົນການຄຸ້ມຄອງການເງິນແຫ່ງລັດທີ່ມີຄວາມໂປ່ງໃສ, ຍຸຕິທຳ ແລະສາມາດກວດສອບໄດ້.

  ໂຄງການປະຕິຮູບການຄຸ້ມຄອງການເງິນແຫ່ງລັດຈະຊ່ວຍປັບປຸງຫຼາຍດ້ານໃນນັ້ນແມ່ນປັບປຸງລະບົບຄຸ້ມຄອງລາຍຮັບພາຍໃນ, ປັບປຸງການສ້າງແຜນງົບປະມານ ແລະການປະຕິບັດງົບປະມານ, ລວມທັງການປັບປຸງລະບົບຄຸ້ມຄອງການເງິນໃນປະຈຸບັນ ແລະການສ້າງຄວາມເຂັ້ມແຂງໃຫ້ວຽກງານການຈັດຊື້-ຈັດຈ້າງດ້ວຍງົບປະມານຂອງລັດ, ໂດຍສະເພາະການຜັນຂະຫຍາຍກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ.

  ສຳລັບໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝປະກອບມີ 2 ອົງປະກອບຄື: 1) ການຈັດຊື້ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນ ແຫ່ງລັດ, ປະຈຸບັນພວມຢູ່ໃນຂັ້ນຕອນຄັດເລືອກບໍລິສັດທີ່ປຶກສາຕ່າງປະເທດເພື່ອຊ່ວຍວຽກໃນການກະກຽມທາງດ້ານເຕັກນິກ ແລະເອກະສານປະມູນຈັດຊື້ ລະບົບ FMIS; 2) ການຄຸ້ມຄອງການປ່ຽນແປງໂດຍແມ່ນດຳເນີນການຝຶກອົບຮົມສ້າງຄວາມອາດສາມາດທາງດ້ານວິຊາການໃນການຄຸ້ມຄອງການເງິນແຫ່ ງລັດເປັນທັນສະໄໝ ແລະການຝຶກອົບຮົມຜູ້ນຳໃຊ້ລະບົບ FMIS ໃຫ້ແກ່ບັນດາຫົວໜ່ວຍງົບປະມານຂັ້ນສູນກາງ ແລະທ້ອງຖິ່ນ.

 ຂຽນໂດຍ: ກິ່ງລັດຕະນະ

    ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ