ລັດເນັ້ນ ຄຕຟງ ສຸມໃສ່ 4 ວຽກຕົ້ນຕໍ

 

 ຄະນະກໍາມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ໄດ້ຈັດກອງປະຊຸມສະໄໝສາມັນຄັ້ງທີ I ປະຈໍາປີ 2019 ເພື່ອປຶກສາຫາລືຫຼາຍບັນຫາທີ່ຕິດພັນກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວໃນວັນທີ 21 ມິ ຖຸນາ 2019 ທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ປະ ທານ ຄຕຟງ; ພ້ອມນີ້ກໍ່ມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ, ຮອງປະທານຄຕຟງ ແລະ ມີສະມາຊິກ ຄຕຟງ ທີ່ມາຈາກບັນດາກະຊວງ-ອົງການຕ່າງໆເຂົ້າຮ່ວມ.

  ກອງປະຊຸມໄດ້ປຶກສາຫາລືຫຼາຍບັນຫາທີ່ມີຄວາມສໍາຄັນຕິດພັນກັບວຽກງານຕ້ານການຟອກເງິນແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ເປັນຕົ້ນແມ່ນຄວາມຄືບໜ້າໃນການແກ້ໄຂຂໍ້ບົກພ່ອງ ແລະແຜນການກະກຽມການປະເມີນຮອບດ້ານ ສປປ ລາວ ໃນປີ 2020-2021; ພ້ອມນັ້ນ, ຍັງ ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃນຄັ້ງກ່ອນໂດຍສະເພາະການສ້າງກົນໄກສືບສວນ-ສອບສວນທາງດ້ານການເງິນ; ການດໍາ ເນີນການປະເມີນຄຸ້ມຄອງຕາມຄວາມສ່ຽງດ້ານການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ແລະການພົວ ພັນສາກົນກ່ຽວກັບວຽກງານການຕ້ານການຟອກເງິນ ແລະສະໜອງທຶນແກ່ການກໍ່ການຮ້າຍ (AML/CFT).

 ນອກນັ້ນ, ຍັງຮັບຮອງເອົາແຜນການກະກຽມການປະເມີນຮອບດ້ານຂອງວຽກງານຕ້ານການຟອກເງິນ ແລະສະໜອງທຶນແກ່ການກໍ່ການຮ້າຍໃນປີ 2020 ຂອງ ສປປ ລາວ; ແຜນການກອບການຮ່ວມມືກັບຜູ້ຄຸ້ມຄອງ ແລະ ພາກສ່ວນດໍາເນີນຄະດີໂດຍສະເພາະຂະແໜງການທີ່ມີຄວາມສ່ຽງຕໍ່ວຽກງານການຕ້ານການຟອກເງິນ ແລະການຊ່ວຍເຫຼືອຈາກສາກົນໃນການສະໜອງແຫຼ່ງທຶນເຂົ້າໃນການສ້າງຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ໆກ່ຽວຂ້ອງກັບວຽກງານການຕ້ານການຟອກເງິນ ແລະສະໜອງທຶນແກ່ການກໍ່ການຮ້າຍ.

  ໃນຜ່ານມາ; ລັດຖະບານລາວແມ່ນໄດ້ມີຄວາມພະຍາຍາມເລັ່ງໃສ່ຕ້ານການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນຫຼາຍຮູບແບບ ແລະຮັບຜົນຄືບໜ້າດ້ວຍດີຕະຫຼອດມາເຮັດໃຫ້ ສປປ ລາວ ໄດ້ອອກຈາກບັນຊີສີເທົາມາຢູ່ໃນບັນຊີປົກກະຕິຂອງອົງການຕ້ານການຟອກເງິນສາກົນ ແລະ ໃນກອງປະ ຊຸມສະໄໝສາມັນຄັ້ງທີ II ປະຈໍາປີ 2018 ຄັ້ງຜ່ານມາໄດ້ຕີລາຄາສູງຕໍ່ຜົນສຳເລັດວຽກງານການປະເມີນຄວາມສ່ຽງລະດັບຊາດຕ້ານການຟອກເງິນ ແລະສະໜອງທຶນແກ່ການກໍ່ການຮ້າຍຄັ້ງທຳອິດຂອງ ສປປ ລາວ, ພ້ອມທັງຮັບຮອງເອົາແຜນປະຕິບັດງານເພື່ອແກ້ໄຂຄວາມສ່ຽງຈາກຜົນການປະເມີນທີ່ໄດ້ຮັບ ແລະຮັບຮູ້ຜົນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະສະໜອງທຶນແກ່ການກໍ່ການຮ້າຍໂດຍສະເພາະການຂະຫຍາຍກົນໄກການຮ່ວມມືລະຫວ່າງອົງການສືບສວນ-ສອບສວນ, ຜູ້ຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນເພື່ອໃຫ້ສາມາດມີຂໍ້ມູນ  ແລະການເຂົ້າເຖິງແຫຼ່ງຂໍ້ມູນຂອງບັນດາພາກສ່ວນຕ່າງໆ ນຳໄປເຖິງການດຳເນີນຄະດີອາສະຍາກຳທີ່ເປັນຄວາມຜິດຕົ້ນຂອງການຟອກເງິນໃຫ້ມີປະສິດທິຜົນຍິ່ງຂຶ້ນພ້ອມກັບການສ້າງເຄືອຂ່າຍການຮ່ວມມືລະຫວ່າງອົງກອນທີ່ກ່ຽວຂ້ອງໃຫ້ກວ້າງອອກ.

  ທັງໝົດນີ້ກໍ່ເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຕົກຢູ່ໃນການຕິດຕາມຂອງສາກົນກ່ຽວກັບວຽກງານ AML/CFT ແລະ ກະກຽມໃຫ້ແກ່ການປະເມີນ ສປປ ລາວ ຮອບດ້ານກ່ຽວກັບວຽກງານ AML/CFT (Mutual Evaluation “ME”) ໃນປີ 2020 ທັງນີ້ກໍເພື່ອເຮັດໃຫ້ລະບົບເສດຖະກິດ-ການເງິນມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ຂຽນໂດຍ: ຣັດສະໝີ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ