ບົ້ງຝູງສາລີແມ່ນສັດຕູພືດຊະນິດໜຶ່ງທີ່ມີພືດຫຼາຍກວ່າ 80 ຊະນິດເປັນແຫຼ່ງອາຫານແຕ່ພືດທີ່ບົ້ງຊະນິດມັກອາໄສຢູ່ແມ່ນສາລີ (ໃບ, ລຳຕົ້ນ ແລະຝັກ), ໂດຍບົ້ງຊະນິດດັ່ງກ່າວຖືກຄົ້ນພົບທຳອິດຢູ່ອາຊີໃນປີ 2018 ຢູ່ປະເທດອິນເດຍ, ແຕ່ດຽວນີ້ມັນໄດ້ແຜ່ກະຈາຍໄປຫຼາຍພາກຂອງອິນເດຍ ແລະ ລາມເຂົ້າປະ ເທດບັງກະລາເທດ, ຊຶ່ງນັກວິທະຍາສາດຄາດວ່າສັດຕູພືດຊະນິດນີ້ຈະສືບຕໍ່ແຜ່ກະຈາຍໄປທົ່ວອາຊີ, ສະນັ້ນການຮູ້ຈັກວິທີຈຳແນກບົ້ງຝູງສາລີແມ່ນມີຄວາມສຳຄັນໃນການຮັບມືກັບສັດຕູພືດໂຕນີ້.
ສຳລັບວິທີຈຳແນກບົ້ງຝູງສາລີ ແມ່ນເຮັດໄດ້ດ້ວຍວິທີງ່າຍຄື: ໃຫ້ສັງເກດຮັງໄຂ່ຂອງບົ້ງເນື່ອງຈາກບົ້ງຊະນິດນີ້ຈະວາງໄຂ່ເປັນກຸ່ມທີ່ມີຂະໜາດນ້ອຍ ແລະ ສີຂາວຢູ່ກ້ອງໃບ, ໂດຍໄຂ່ຈະຖືກຟັກເປັນໂຕອ່ອນທີ່ມີລັກສະນະຄ້າຍຄືສີຂີ້ກອກຢາໂຕອ່ອນຂອງບົ້ງຫຼາຍຮ້ອຍໂຕຈະມີຫົວເປັນສີດຳໄຕ່ອອກຈາກກອງໄຂ່ທີ່ຟັກແລ້ວ ແລະ ໃຊ້ເວລາຈະເລີນເຕີບໂຕໄວຈາກ 1 ມິນລິແມັດ ເຖິງໂຕໃຫຍ່ສຸດ 45 ມິນລິແມັດ.
ສ່ວນວິທີກຳຈັດສາມາດເຮັດໄດ້ 2 ວິທີຄື: ດ້ວຍການໃຊ້ທຳມະຊາດກຳຈັດຫາກວ່າພື້ນທີ່ບໍ່ກວ້າງ ແລະຈຳນວນບໍ່ຫຼາຍ, ແຕ່ຖ້າແຜ່ລະບາດໃນບໍລິເວນກວ້າງ ແລະມີຈຳນວນຫຼາຍວິທີທຳມະຊາດຈະເອົາບໍ່ຢູ່, ຈຳເປັນຕ້ອງໃຊ້ເຄມີເຂົ້າມາຊ່ວຍ, ສຳລັບຢາເຄມີທີ່ນຳໃຊ້ໄດ້ຜົນຢູ່ລາວແມ່ນຢາອີມາເມັກຕິນເບນໂຊເອທ (Ema mectin benzoate 5%) ທີ່ພວມໃຊ້ຢູ່ແຂວງໄຊຍະບູລີ ເພື່ອປາບສັດຕູພືດຊະນິດດັ່ງກ່າວ, ໂດຍສານປະເພດນີ້ນອກຈາກໃຊ້ປາບບົ້ງແລ້ວຍັງສາມາດປາບບົ້ງມ້ວນໃບ, ບົ້ງຄືບ, ເພ້ຍໄຟ, ເພ້ຍຈັກກະຈັ່ນ, ໄຮແດງ ແລະໄຮຂາວ, ໃນພືດຜັກ, ໝາກໄມ້ ແລະ ດອກໄມ້ປະດັບ, Emamectin benz oate ເປັນສານປະເພດດູດຊືມອອກລິດແບບກິນຕາຍ, ຖືກໂຕຕາຍ ແລະສາມາດດູດຊືມເຂົ້າສູ່ໃບພືດໄດ້ໄວ, ອອກລິດທັນທີຫຼັງຈາກສິດພົ່ນລົງໃນພືດ, ທຳ ລາຍລະບົບປະສາດ ແລະການເຮັດວຽກຂອງກ້າມເນື້ອເຮັດໃຫ້ແມງຢຸດກິນພືດທັນທີທີ່ສຳພັດ, ພ້ອມທັງນໍາໄປສູ່ການເປັນອຳມະພາດ ແລະຕາຍໄດ້, ທີ່ສຳຄັນປອດໄພຕໍ່ສິ່ງແວດລ້ອມ.
ການໃຊ້ຢາຊະນິດນີ້ແມ່ນຄວນໃຊ້ໃນປະລິມານ 10-20 ຊີຊີຕໍ່ນ້ຳ 20 ລິດ ໂດຍປະສົມກັບນ້ຳຄົນໃຫ້ເຂົ້າກັບແລ້ວສິດພົ່ນໃຫ້ທົ່ວເມື່ອພົບມີການລະບາດຂອງບົ້ງ ຫຼື ໃນ 1 ເຮັກຕາ ຈະໃຊ້ຢາໂຕນີ້ໃນປະລິມານ 3-4 ຊອງ, ຊຶ່ງສາມາດໃຊ້ໄດ້ກັບສາລີ, ໝາກມ່ວງ, ທຸລຽນ, ລຳໄຍ, ຜັກບົ່ວ, ຜັກກາດນາ, ໝາກຖົ່ວ, ໝາກເຂືອ, ມັນຝຣັ່ງ, ຜັກກາດກວາງຕຸ້ງ, ກະລຳປີ, ກະລຳດອກ, ຜັກກາດຂາວ ແລະອື່ນໆ ພືດແຕ່ສິ່ງທີ່ຄວນຮູ້ກ່ອນການຈະນຳໃຊ້ສານຊະນິດນີ້ໃນການສີດພົ່ນຄືການປ້ອງກັນໂດຍເຮັດໄດ້ ດ້ວຍການໃສ່ຜ້າປິດປາກ, ເກີບບຸດ, ຖົງມື ແລະ ເສື້ອທີ່ໃຊ້ສຳລັບການສິດຢາສະເພາະ ແລະຄວນເວັ້ນໄລຍະກ່ອນການເກັບກ່ຽວປະມານ 14 ວັນຂຶ້ນໄປ.
ນອກຈາກພະຍາດຊະນິດນີ້, ຊາວກະສິກອນຍັງຄວນເຝົ້າລະວັງພະຍາດຊະນິດອື່ນທີ່ອາດຈະເກີດຂຶ້ນກັບຜົນຜະລິດເຊັ່ນ: ຕັກກະແຕນ ແລະເພ້ຍຊະນິດຕ່າງໆ, ຖ້າຫາກພົບເຫັນຄວນປ້ອງກັນແຕ່ຫົວທີ່ເພື່ອບໍ່ໃຫ້ພະຍາດດັ່ງກ່າວນີ້ແຜ່ລະບາດເປັນບໍລິເວນກວ້າງ, ຊຶ່ງຈະສົ່ງຜົນຕໍ່ຕົ້ນທຶນການການຜະລິດອີກດ້ວຍ.
ຂຽນໂດຍ: ພິມພອນ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ