ເປີດໃຊ້ອາຄານໃໝ່ ສພຂ ຜົ້ງສາລີ ມີມູນຄ່າກໍ່ສ້າງ 40,5 ຕື້ກີບ

    ໂຄງການກໍ່ສ້າງຕຶກອາຄານຫຼັງ ໃໝ່ຂອງສະພາປະຊາຊົນ ແຂວງຜົ້ງສາລີ ຊຶ່ງໄດ້ເລີ່ມລົງມືກໍ່ ສ້າງມາແຕ່ປີ 2014 ເປັນຕົ້ນມາ, ຮອດປີ 2018 ຈິ່ງໄດ້ສຳເລັດ 100% ລວມມູນຄ່າທັງໝົດ 40,5 ຕື້ກີບ ແລະ ໃນວັນທີ 4 ມັງກອນ 2019 ກໍໄດ້ຈັດພິທີມອບ-ຮັບຕຶກອາຄານດັ່ງ ກ່າວພ້ອມທັງເປີດນໍາໃຊ້ຢ່າງເປັນທາງການໂດຍການເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ຄະນະປະຈຳສະພາແຫ່ງຊາດ, ເລຂາ ທິການສະພາແຫ່ງຊາດ, ທ່ານ ບົວທອງ ອູແສງຄຳ ປະທານສະພາປະຊາຊົນແຂວງຜົ້ງສາລີ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

    ທ່ານ ຄຳຕູນ ວົງສາ ປະທານຄະ ນະກຳມາທິການວັດທະນະທຳ-ສັງ ຄົມ ແລະບັນດາເຜົ່າ ສະພາປະຊາຊົນ ແຂວງຜົ້ງສາລີ ຕາງໜ້າຄະນະຄຸ້ມຄອງໂຄງການຂັ້ນແຂວງໄດ້ຂຶ້ນຜ່ານບົດລາຍງານຜົນສໍາເລັດການກໍ່ສ້າງຕຶກອາຄານຫຼັງໃໝ່ຂອງສະພາປະຊາຊົນແຂວງຜົ້ງສາລີ ຊຶ່ງອາ ຄານຂອງສະ ພາປະຊາຊົນແຂວງຜົ້ງສາລີຫຼັງໃໝ່ ເປັນອາຄານຫ້ອງການທີ່ມີຮູບຊົງແບບ ລາວ ຕຶກທາງດ້ານໜ້າເປັນຕຶກ 3 ຊັ້ນ ມີຫ້ອງເຮັດວຽກ, ຫ້ອງຮັບແຂກ ແລະ ຫ້ອງປະຊຸມຄະນະປະຈຳ ແລະຕຶກທາງດ້ານຫຼັງເປັນຫ້ອງປະຊຸມສະພາປະຊາຊົນແຂວງ 1 ຫ້ອງທີ່ມີຫ້ອງນ້ຳທັງສອງຂ້າງ ແລະໄດ້ເສີມຫ້ອງເຮັດວຽກໄວ້ເທີງສອງຂ້າງຫ້ອງນ້ຳເພື່ອຂະຫຍາຍເປັນຫ້ອງການທັງໝົດທີ່ໃຊ້ເນື້ອທີ່ໃນການກໍ່ສ້າງທັງໝົດ 3.085 ຕາແມັດ, ມີຫ້ອງເຮັດວຽກແຕ່ລະຂະແໜງການ 24 ຫ້ອງ, ຫ້ອງເຮັດວຽກສະມາຊິກສະພາປະຊາຊົນແຂວງ ແລະສະມາຊິກສະພາແຫ່ງຊາດພ້ອມຄະນະປະທານມີ 13 ຫ້ອງ, ຫ້ອງປະຊຸມນ້ອຍ ແລະ ກາງມີ 3 ຫ້ອງ, ຫ້ອງປະຊຸມໃຫຍ່ສະພາປະຊາຊົນແຂວງມີ 1 ຫ້ອງ, ພ້ອມຫ້ອງພັກຜ່ອນຄະນະປະທານ ແລະ ຫ້ອງກອງເລຂາຄົບຊຸດ, ຫ້ອງນ້ຳຍິງ ແລະ ຫ້ອງນ້ຳຊາຍມີ 10 ຫ້ອງ ແລະຍັງມີຫ້ອງລະບົບເດີນທໍ່ໄຟຟ້າ, ທໍ່ນ້ຳ, ລະບົບທາງຍ່າງສ້ອມແປງເທິງເພດານຫ້ອງປະຊຸມໃຫຍ່ພ້ອມຕິດຕັ້ງລະບົບໄຟຟ້າ ແລະລະບົບນ້ຳພາຍໃນ ແລະພາຍນອກຄົບຊຸດ, ລະບົບແອ, ລະບົບສັນຍານອີນເຕີເນັດ ແລະ ໂທລະສັບ, ກ້ອງວົງຈອນປິດ, ລະບົບເຄື່ອງສຽງ, ລະບົບລົງຄະແນນສຽງພ້ອມໂຕະ, ຕັ່ງ ແລະຕູ້ຄົບຊຸດ, ມີລະບົບດັບເພີງ, ລະບົບເຕືອນໄພ ແລະກັນຟ້າຜ່າ, ມີກຳແພງອ້ອມຮອບທີມີປະຕູໂຂງເຂົ້າອອກສອງທາງພ້ອມເຮືອນປ້ອມຍາມ, ເດີ່ນຈອດລົດທີ່ເທດ້ວຍເປຕົງເສີມເຫຼັກ, ມີລະບົບຮ່ອງລະບາຍນ້ຳອ້ອມຮອບ, ມີລະບົບໄຟຟ້າເຍືອງທາງ ແລະ ອ້ອມກຳແພງຄົບຊຸດ.