ຫາດຊາຍຟອງຕິດເຊື້ອໄຂ້ຍຸງ 116 ກໍລະນີ

  ຫ້ອງການສາທາລະນະສຸກເມືອງຫາດຊາຍຟອງ ຈັດກອງປະຊຸມປຶກສາຫາລືກຽມຄວາມພ້ອມວຽກງານປ້ອງກັນ ແລະຄວບຄຸມພະຍາດໄຂ້ຍຸງລາຍເພື່ອຖອດ ຖອນບົດຮຽນໃນການສົນທະນາຮ່ວມກັນລະຫວ່າງອໍານາດການປົກຄອງ ແລະອາສາສະໝັກບ້ານໃນນີ້ໃນໄລຍະ 6 ເດືອນຕົ້ນປີມີຜູ້ຕິດເຊື້ອໄຂ້ຍຸງທັງໝົດມີ 116 ກໍລະນີ.

  ພິທີຈັດຂຶ້ນວັນທີ 20 ມິຖຸນາ 2019 ທີ່ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສຸກສະຫວັນ ບຸດຕະວົງຮອງເຈົ້າເມືອງໆຫາດຊາຍຟອງທັງເປັນປະທານກໍາມະທິການສົ່ງເສີມສຸຂະພາບຂັ້ນເມືອງ, ທ່ານ ດຣ ບຸນນະໄລ ສີຫາກຸນ ຫົວໜ້າຫ້ອງການສາທາລະນະ ສຸກເມືອງຫາດຊາຍຟອງ, ທ່ານ ບຸນມາ ຈັນທະວົງ ຜູ້ອໍານວຍການວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ພ້ອມດ້ວຍອໍານາດການປົກຄອງຂັ້ນບ້ານ, ອາສາສະ ໝັກບ້ານ ອສບ ຈາກ 25 ບ້ານ, ບັນດາວິຊານການສາທາລະນະສຸກເມືອງເຂົ້າຮ່ວມ.

  ທ່ານ ດຣ ຄໍາໃໝ່ ຮອງສະຫວັນ ຫົວໜ້າໜ່ວຍງານສົ່ງເສີມສຸຂະພາບ ແລະ ວຽກງານລະບາດ ເມືອງຫາດຊາຍຟອງ ຍັງໃຫ້ຮູ້ອີກວ່າ: ໃນໄລຍະ 6 ເດືອນຕົ້ນປີຂອງເມືອງຫາດຊາຍຟອງມີຈໍານວນຜູ້ຕິດເຊື້ອໄຂ້ຍຸງລາຍ 116 ກໍລະນີ ແຕ່ບໍ່ມີຜູ້ເສຍຊີວິດໃນນັ້ນເຂດບ້ານດົງຄໍາຊ້າງມີຈໍານວນຜູ້ຕິດເຊື້ອຫຼາຍທີ່ສຸດ 35 ກໍລະນີ ເມື່ອທຽບໃສ່ໂຕເລກຜູ້ຕິດເຊື້ອໄຂ້ຍຸງລາຍໃນ 6 ເດືອນຕົ້ນປີ 2018 ມີພຽງ 22 ກໍລະນີ ໂຕເລກຜູ້ຕິດເຊື້ອຢູ່ນະຄອນຫຼວງທັງໝົດ 1 ພັນກວ່າກໍລະນີ, ເສຍຊີວິດ 6 ກໍລະນີ ໃນນັ້ນເມືອງໄຊທານີມີຈໍານວນ 382 ກໍລະນີ,ເສຍຊີວິດ 2 ກໍລະນີ,ເມືອງໄຊເສດຖາ 216 ກໍລະນີ, ເມືອງສີໂຄດຕະບອງ 146 ກໍລະນີ, ເມືອງສີສັດຕະນາກ 118 ກໍລະນີ, ເສຍຊີວິດ 2 ກໍລະນີ, ເມືອງຫາດຊາຍຟອງ 116 ກໍລະນີ, ເມືອງຈັນທະບູລີ 86 ກໍລະນີ, ເມືອງສັງ ທອງ 75 ກໍລະນີ, ເສຍຊີວິດ 1 ກໍລະນີ, ເມືອງນາຊາຍທອງ 62 ກໍລະນີ, ເສຍຊີວິດ 1 ກໍລະນີ ແລະເມືອງປາກງື່ມ 26 ກໍລະນີ.

ຂຽນໂດຍ: ແພງຕາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ