ບົ້ງສາລີລະບາດແລ້ວ 50 ບ້ານ 8 ເມືອງໄຊຍະ ສ່ວນແຂວງຂາດງົບຊື້ອຸປະກອນ ແລະຢາປາບ

ແຂວງໄຊຍະບູລີ ຍັງມີຄວາມຕ້ອງການງົບປະມານຈຳນວນຫຼາຍເພື່ອໃຊ້ເຂົ້າໃນການປາບບົ້ງຝູງໃນສວນສາລີ,ທີ່ມີການລະບາດແລ້ວ 8 ເມືອງ 50 ບ້ານ ແລະ 4 ພັນກວ່າເຮັກຕາ,ໂດຍງົບທີ່ຕ້ອງການແມ່ນຈະໃຊ້ເຂົ້າໃນການໂຄສະນາເຜີຍແຜ່ຮ້າຍ,ການຊື້ອຸປະກອນການສິດ ແລະຢາທີ່ຈະໃຊ້ກຳຈັດບົ້ງຝູງດັ່ງກ່າວ.

  ທ່ານ ຄຳພຸດ ອິນທະວົງ ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງໄຊຍະບູລີ ໃຫ້ສຳພາດຜ່ານທາງໂທລະສັບກັບທີມຂ່າວເສດກຖະກິດ-ສັງຄົມໄດ້ຮູ້ວ່າ: ມາຮອດປະຈຸບັນທົ່ວແຂວງໄຊຍະບູລີ ພົບການລະບາດຂອງພະຍາດບົ້ງຝູງສວນສາລີແລ້ວທັງໝົດ 8 ເມືອງ ແລະຍັງເຫຼືອ 2 ເມືອງຄື ເມືອງຫົງສາ ແລະເມືອງທົ່ງມີໄຊທີ່ຍັງບໍ່ທັນໄດ້ຮັບແຈ້ງເຖິງການລະບາດຂອງພະຍາດດັ່ງກ່າວ, ສ່ວນໃນຈຳນວນ 8 ເມືອງ ທີ່ມີການລະບາດແລ້ວນັ້ນ, ລວມມີເນື້ອທີ່ທັງໝົດ 4 ພັນກວ່າເຮັກຕາ ແລະຄາດຄະເນຄວາມເສຍຫາຍເບື້ອງຕົ້ນປະມານ 2 ພັນກວ່າເຮັກຕາ.

  ຕໍ່ບັນຫາດັ່ງກ່າວນີ້ທາງພະແນກແມ່ນໄດ້ສົ່ງວິຊາການລົງສົມທົບກັບພໍ່ແມ່ປະຊາຊົນໃນຈຳນວນ 50 ບ້ານ ທີ່ໄດ້ຮັບຜົນກະທົບເພື່ອໂຄສະນາເຜີຍແຜ່ການຕອບໂຕ້ຕາມແຈ້ງການຂອງກະຊວງກະສິກຳ ແລະ ປ່າໄມ້, ພ້ອມທັງແນະນຳການໃຊ້ຢາປາບຢ່າງຖືກວິທີ, ໂດຍໃນໄລຍະຜ່ານມາ, ພະແນກໄດ້ມີການສັ່ງຢາ Emamectin benzoate 5% ເຂົ້າມາແລ້ວຈຳນວນ 1,70 ພັນຊອງ ແລະ ພວມສັ່ງເຂົ້າມາອີກຈຳນວນ 1 ພັນກວ່າຊອງ.

  ການລະບາດຊຸດນີ້ສຳລັບແຂວງໄຊຍະບູລີ ເປັນຊຸດທີ 2 ຊຸດທຳອິດແມ່ນມີການລະບາດໝູ່ 4 ເມືອງຄື: ພຽງ, ປາກລາຍ, ແກ່ນທ້າວ ແລະໄຊສະຖານ, ແຕ່ຊຸດນີ້ລະບາດໝັກກວ່າເກົ່າ, ໃນນັ້ນຮ້າຍແຮງກວ່າໝູ່ແມ່ນເມືອງໄຊຍະບູລີ, ດັ່ງນັ້ນເພື່ອເລັ່ງໃຫ້ທັນກັບສະພາບຂອງການລະບາດພະແນກຍັງມີຄວາມຕ້ອງ ການງົບປະມານຈຳນວນຫຼາຍຮ້ອຍລ້ານກີບເພື່ອນຳໃຊ້ເຂົ້າໃນວຽກງານໂຄສະນາເຜີຍແຜ່ໂດຍສະເພາະການສົ່ງພະນັກງານວິຊາການລົງເຜີຍແຜ່,ການຊື້ອຸປະ ກອນທີ່ເປັນບັ້ງສິດຄຸນນະພາບທີ່ນຳເຂົ້າຈາກຕ່າງປະເທດ ແລະຢາປາບຈຳນວນຫຼາຍ, ເນື່ອງຈາກໃນປະຈຸບັນພະແນກໄດ້ນຳໃຊ້ງົບສຳລັບສຸກເສີນໄປແລ້ວ ແຕ່ຖ້າທຽບກັບຄວາມຕ້ອງການ ແລະການລະບາດຂອງພະຍາດດັ່ງກ່າວຕ້ອງນີ້ຖືວ່າຍັງບໍ່ພຽງພໍເທື່ອ.

 ທ່ານ ຄຳພຸດ ອິນທະວົງ ໃຫ້ຮູ້ອີກວ່າ: ພະຍາດລະບາດບົ້ງຝູງສວນສາລີ ທີ່ຜ່ານມາເຄີຍເຫັນມີການລະບາດຫຼາຍຢູ່ຕ່າງປະເທດ,ສ່ວນຢູ່ລາວແມ່ນເຄີຍລະບາດໃນແຂວງອັດຕະປື ແລະຈຳນວນໜຶ່ງແມ່ນລະບາດຢູ່ປະເທດໄທ, ສະເພາະຢູ່ແຂວງໄຊຍະບູລີ ແມ່ນເປັນປີທຳອິດທີ່ມີການລະບາດຂອງພະຍາດນີ້, ເນື່ອງຈາກວ່າສະພາບອາກາດມີການປ່ຽນແປງ, ຝົນຟ້າບໍ່ຕົກຕາມລະດູການຈິ່ງພາໃຫ້ພະຍາດດັ່ງກ່າວມີການລະບາດໄວ້, ພ້ອມ ແຜ່ລາມເປັນບໍລິເວັນກວ້າງອັນໄດ້ສ້າງຄວາມເສຍຫາຍເປັນຈຳນວນຫຼາຍໃຫ້ກັບຜົນຜະລິດຂອງພໍ່ແມ່ປະຊາຊົນ.

ຂຽນໂດຍ: ພິມພອນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ