ສ້າງເງື່ອນໄຂໃຫ້ທຸລະກິດນ້ອຍ-ກາງເຂົ້າເຖິງແຫຼ່ງທຶນ

 ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະກາງຈັດງານພົບປະການລົງທຶນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ, ໂດຍໄດ້ຮັບທຶນຈາກທະນາຄານໂລກພາຍໃຕ້ໂຄງການສະໜັບສະໜູນຂອງກະຊວງອຸດສາຫະກໍາ ແລະ ການຄ້າເພື່ອພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງເຂົ້າເຖິງແຫຼ່ງທຶນ, ຊຶ່ງພາຍໃນງານມີການພົວພັນກັນຢ່າງໃກ້ສິດລະຫວ່າງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງກັບສະຖາບັນການເງິນຕ່າງໆ ແລະ ສ້າງເຄືອຂ່າຍທີ່ເຂັ້ມແຂງລະຫວ່າງທຸລະກິດດ້ວຍກັນ.

  ງານຄັ້ງນີ້ຈັດຂຶ້ນໃນວັນທີ 20 ມິຖຸນາ ທີ່ສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວໂດຍເຂົ້າຮ່ວມມີ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະ ຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ, ທ່ານ ພົງສະຫວັນ ພົມກອງ ຫົວໜ້າຫ້ອງການຄ້າໂລກ (IFC), ມີຜູ້ປະກອບການທຸລະກິດຂະໜາດນ້ອຍ-ກາງ ແລະສະຖາບັນທະນາຄານເຂົ້າຮ່ວມ.

 ທ່ານ ດາວອນ ພະຈັນທະວົງ ກ່າວວ່າ: ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງເປັນໝາກຫົວໃຈຂອງເສດຖະກິດລາວ,ເປັນບ່ອນສ້າງວຽກເຮັດງານທໍາ ແລະ ປະກອບສ່ວນໃນການສ້າງຄວາມເຕີບໃຫຍ່ຂະຫຍາຍຕົວຂອງປະເທດ. ຊຶ່ງປະຈຸບັນຜູ້ປະກອບກິດຈະການຢູ່ປະເທດລາວແມ່ນປະເຊີນກັບບັນຫາຂໍ້ຈໍາກັດໃນການເຂົ້າຫາແຫຼ່ງທຶນ, ການກູ້ຢືມຈາກທະນາຄານຂອງຜູ້ປະກອບການຍັງຂາດຄວາມຊໍານິຊໍານານໃນການເຮັດບັນຊີ, ການຄຸ້ມຄອງທຸລະ ກິດ ແລະການຂຽນແຜນທຸລະກິດ. ເພື່ອເປັນການແກ້ໄຂບັນຫາດັ່ງກ່າວໃນປີ 2018 ອົງການແຮງງານສາກົນໄດ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດອົງປະ ກອບຂອງໂຄງການກ່ຽວກັບ “ການເສີມສ້າງຄວາມອາດສາມາດໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງເພື່ອເຂົ້າເຖິງເງິນທຶນ”.

  ໂຄງການນີ້ໄດ້ມີຜົນສໍາເລັດສໍາຄັນຄື: ມີຊຸດເຄື່ອງມືສໍາຄັນທີ່ເປັນມາດຕະຖານສໍາລັບການວາງແຜນທຸລະກິດ, ວາງແຜນການເງິນ ແລະບັນຊີເງິນສົດຊຶ່ງ ສອດຄ່ອງກັບຄວາມຕ້ອງການຂອງທະນາຄານທຸລະກິດ; ມີຜູ້ໄດ້ຮັບຜົນປະໂຫຍດຈໍານວນ 500 ຄົນ ຈາກການຝຶກອົບຮົມ ແລະ ໃຫ້ຄໍາປຶກສາກ່ຽວກັບການວາງແຜນທຸລະກິດ, ແຜນການເງິນ ແລະ ບັນຊີເງິນສົດ; ມີ 10 ເຄືອຂ່າຍຜູ້ສະໜອງບໍລິການໃຫ້ຄໍາປຶກສາພັດທະນາທຸລະກິດໄດ້ຮັບການສະໜັບສະໜູນ ແລະປະກອບສ່ວນເຂົ້າໃນໂຄງການຝຶກອົບຮົມ.

  ພາຍໃຕ້ການຊີ້ນໍາຂອງກົມສົ່ງເສີມວິສາຫະກິດຂະໜາດນ້ອຍ-ກາງ ແລະ ຄູ່ຮ່ວມງານທັງໝົດ, ຜູ້ທີ່ໄດ້ຮັບຝຶກອົບຮົມຈະໄດ້ຮັບການສະໜັບສະໜູນຕື່ມອີກ ເພື່ອສະຫຼຸບແຜນທຸລະກິດ, ການເງິນ ແລະເຂົ້າຫາທະນາຄານເພື່ອເຂົ້າເຖິງແຫຼ່ງທຶນນໍາອີກ. 

  ປະຈຸບັນລັດຖະບານກໍາລັງເລັ່ງປັບປຸງສ້າງສະພາບແວດລ້ອມໃຫ້ SME ໄດ້ມີໂອກາດເຂົ້າເຖິງແຫຼ່ງທຶນໂດຍໃຫ້ຮີດປັບປຸງດໍາລັດວ່າດ້ວຍກອງທຶນຊຶ່ງພາກ ສ່ວນກ່ຽວຂ້ອງກໍາລັງຄົ້ນຄວ້າຄາດວ່າຈະໃຫ້ສໍາເລັດໃນເວລາອັນໃກ້ນີ້ເພື່ອຮອງຮັບເອົາການອັດສີດງົບປະມານຈໍານວນ 200 ຕື້ກີບ ເຂົ້າໃນກອງທຶນດັ່ງກ່າວ ຢ່າງໜ້ອຍຈະເປັນການຊ່ວຍ SME ໄດ້ໃນລະດັບໜຶ່ງ.

ຂຽນໂດຍ: ກິ່ງລັດຕະນະ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ