ເກົາຫຼີ ມອບເຂົ້າ 1 ພັນໂຕນໃຫ້ແກ່ລາວ

   ວັນທີ 4 ມັງກອນ 2019, ທີ່ ສາງກະຊວງແຮງງານ ແລະສະຫວັດດີການສັງຄົມ (ຫຼັກ 17), ນະຄອນຫຼວງວຽງຈັນໄດ້ມີພິທີມອບ-ຮັບເຂົ້າ ສານຈຳ ນວນ 1 ພັນໂຕນ ຈາກຄັງແຮອາຊຽນ +3  ໂດຍການຊ່ວຍເຫຼືອຂອງລັດຖະບານ ສ.ເກົາຫຼີ ໃຫ້ແກ່ລັດຖະບານລາວເພື່ອໄປແຈກຢາຍແກ່ຜູ້ປະສົບໄພພິບັດຢູ່ໃນຂອບເຂດທົ່ວປະເທດຊຶ່ງຕາງໜ້າລັດຖະບານຮັບທ່ານ ນາງ ໃບຄຳ ຂັດຕິຍະຮອງລັດຖະມົນຕີກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ມອບໂດຍທ່ານ ຊິນ ຊອງຊຸນ ເອອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວ, ທ່ານ ຈັນພິຍາ ສິມພະລີ ຫົວໜ້າກອງເລຂາຄັງແຮເຂົ້າສຸກເສີນອາຊຽນ+3, ມີທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ນາງ ໃບຄຳ ຂັດຕິຍະ ກ່າວວ່າ: ດັ່ງທີ່ຮູ້ແລ້ວວ່າໃນກາງເດືອນກໍລະກົດຫາເດືອນກັນຍາ 2018 ຜ່ານມາ, ບວກກັບອິດທິພົນຂອງລົມມໍລະສຸມຕາ ເວັນອອກສຽງໃຕ້ ແລະລົມພາຍຸໃຕ້ຝຸ່ນເຊີນຕີນ ແລະເບີບິນກາໄດ້ສົ່ງຜົນເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນເກີດມີນ້ຳຖ້ວມ ແລະດິນເຈື່ອນຢູ່ຫຼາຍແຂວງໃນທົ່ວປະເທດຊຶ່ງສົ່ງຜົນກະທົບຮ້າຍແຮງ ແລະໃຫຍ່ຫຼວງຕໍ່ຊັບສິນ ແລະຊີວິດຂອງປະຊາຊົນ, ເນື້ອທີ່ທຳມາຫາກິນ ແລະພື້ນຖານໂຄງລ່າງດ້ານເສດຖະກິດ-ສັງຄົມ, ໃນນັ້ນຮ້າຍແຮງກວ່າໝູ່ແມ່ນສັນເຂື່ອນແຕກຢູ່ເມືອງສະໜາມໄຊ ແຂວງອັດ ຕະປື.

  ຕໍ່ກັບບັນຫາດັ່ງກ່າວນີ້ກະຊວງ ຮສສ ຊຶ່ງແມ່ນຕາງໜ້າລັດຖະບານກໍໄດ້ຂົນຂວາຍທຶນຮອນນຳບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະອົງການຈັດຕັ້ງບໍ່ສັງກັດລັດຖະບານໂດຍສະເພາະຄັງແຮເຂົ້າອາຊຽນ+3 ກໍແມ່ນອົງການໜຶ່ງທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ປະຊາ ຊົນລາວຕະຫຼອດມາ ແລະເຊັນກັນໃນປີ ນີ້ລັດຖະບານ ສ.ເກົາຫຼີ ໄດ້ໃຫ້ການຊ່ວຍເຫຼືອເຂົ້າສານຈ້າວຈຳນວນ 1 ພັນໂຕນ ໂດຍຜ່ານຄັງແຮເຂົ້າສຸກເສີນອາຊຽນ+3 ໃຫ້ແກ່ລັດຖະບານລາວເພື່ອນຳໄປຊ່ວຍເຫຼືອປະຊາຊົນທີ່ປະສົບໄພພິບັດຈາກເຂື່ອນເຊປ່ຽນ-ເຊນ້ຳນ້ອຍເພພັງ.

    ການຊ່ວຍເຫຼືອຄັ້ງນີ້ນັບວ່າເປັນການຊ່ວຍເຫຼືອທີ່ມີມູນຄ່າສູງ ແລະມີປະສິດທິຜົນເພື່ອນຳໃຊ້ເຂົ້າໃນວຽກງານຊ່ວຍເຫຼືອສຸກເສີນດ້ານມະ ນຸດສະທຳແກ່ປະຊາຊົນທີ່ປະສົບໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື.