43 ພາກສ່ວນຮ່ວມວາງສະແດງສິນຄ້າໂອກາດສະຫຼອງວັນສ້າງຕັ້ງກອງທັບ

     ກະຊວງປ້ອງກັນປະເທດຈັດງານວາງສະແດງສິນຄ້າ ແລະຜະລິດຕະພັນຂອງກອງທັບໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ງານດັ່ງກ່າວໄດ້ຈັດຂຶ້ນວັນທີ 4-9 ມັງກອນ 2019 ທີ່ເດີນສະໜາມຫຼວງນະຄອນຫຼວງວຽງຈັນ ເປັນປະທານ ຂອງ ທ່ານ ພົທສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະໃຫ້ກຽດເຂົ້າຮ່ວມມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ກິແກ້ວ ໄຂຄໍາພິທູນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກພ້ອມດ້ວຍຄະນະນໍາກະຊວງພ້ອມບັນດາແຂກພາກສ່ວນກ່ຽວຂ້ອງ ແລະ ພົນທະຫານເຂົ້າຮ່ວມ.

     ທ່ານ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດກ່າວວ່າ: ອີງຕາມຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກສະບັບເລກ ທີ 02/ຄລສພ ແລະຄໍາແນະນໍາຂອງກະຊວງປ້ອງກັນປະເທດສະບັບເລກ ທີ 1520/ກປທ ກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 70 ປີ ເພື່ອຈັດຕັ້ງຜັນຂະຫຍາຍຄໍາສັ່ງແນະນໍາດັ່ງກ່າວໃຫ້ເປັນຂະບວນກວ້າງຂວາງກວມເອົາຫຼາຍຂົງເຂດທັງເຮັດໃຫ້ປະຊາຊົນໄດ້ຮັບຮູ້ຜົນງານການປະກອບສ່ວນຂອງກອງທັບເຂົ້າໃນຂົງເຂດຕ່າງໆຂອງສັງຄົມໂດຍສະເພາະແມ່ນໄວໜຸ່ມເຍົາວະຊົນທີ່ເປັນອະນາຄົດຂອງຊາດພ້ອມນັ້ນການຈັດງານຄັ້ງນີ້ສະແດງເຖິງການເພິ່ງຕົນເອງກຸ້ມຕົນເອງການສ້າງຄວາມເຂັ້ມແຂງຂອງກອງທັບເພື່ອສືບຕໍ່ເສີມຂະຫຍາຍທ່າແຮງຂອງກອງທັບກ້າວຂຶ້ນໃຫ້ມວນຊົນເຍົາວະຊົນລຸ້ນຫຼັງເຫັນໄດ້ຄວາມໝາຍຄວາມສໍາຄັນຂອງກອງ ທັບ.

   ໃນງານວາງສະແດງຄັ້ງນີ້ມີທັງໝົດ 43 ພາກສ່ວນໃນນັ້ນປະກອບດ້ວຍພາກສ່ວນກົມກອງບໍລິຫານ 24 ຫົວໜ່ວຍພາກສ່ວນຫົວໜ່ວຍທຸລະກິດກອງທັບ 15 ຫົວໜ່ວຍ ແລະ ຍັງມີພາກສ່ວນສະພາອຸດສາຫະກໍາການຄ້າເຂົ້າຮ່ວມໃນນີ້ມີຜະລິດຕະພັນເຄື່ອງນຸ່ງຫົ່ມ, ຜະລິດຕະ ພັນກະສິກໍາ, ຫັດຖະກໍາ, ຜະລິດຕະພັນອຸດສາຫະກໍາ ແລະອື່ນໆ.