ປະທານສະພາແຫ່ງຊາດຊຸກຍູ້ການຜະລິດປະຊາຊົນບ້ານຜາແວ່ນ

  ໃນລະຫ່ວາງວັນທີ 3-4 ມັງກອນ ຜ່ານມາທ່ານ ນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດພ້ອມດ້ວຍການນຳແຂວງຊຽງຂວາງໄດ້ລົງຢ້ຽມຢາມຊຸກຍູ້ການຜະລິດຂອງປະຊາຊົນຢູ່ ບ້ານຜາແວ່ນ ເມືອງໜອງແຮດ ແຂວງຊຽງຂວາງ ຊຶ່ງຢູ່ຫ່າງຈາກຕົວເມືອງໜອງແຮດປະ ມານ 7 ກິໂລແມັດ ແລະຫ່າງຈາກດ່ານສາກົນນ້ຳກັ່ນປະມານ 13 ກິ ໂລແມັດ ປະຊາຊົນພາຍໃນບ້ານຖືອາຊີບລ້ຽງສັດໃຫຍ່ ແລະ ປູກຜັກອິນຊີເປັນສິນຄ້າເພື່ອປ້ອນຕະຫຼາດເມືອງໜອງແຮດ ແລະ ຕະຫຼາດຊາຍແດນສາກົນນ້ຳກັ່ນ.

 ໃນໂອກາດດັ່ງກ່າວທ່ານປະທານສະພາແຫ່ງຊາດໄດ້ການໂອ້ລົມພ້ອມເນັ້ນໃຫ້ການນຳຂອງເມືອງ, ແຂວງໃຫ້ຊຸກຍູ້ສົ່ງເສີມແນະນຳໃຫ້ຄວາມຮູ້ເຕັກນິກທີ່ຈຳເປັນເຂົ້າຊ່ວຍຕື່ມໃຫ້ຂະຫຍາຍເນື້ອທີ່ການປູກເນື່ອງຈາກຜັກດັ່ງກ່າວບໍ່ໄດ້ຫົດນ້ຳເພາະອາໄສນ້ຳໝອກເປັນຜັກທີ່ແຊບຕະ ຫຼາດຊາຍແດນມີຄວາມຕ້ອງການຜັກອິນຊີ ແລະສັດໃຫຍ່ເປັນຈຳນວນຫຼາຍຕະຫຼາດຊາຍແດນເປີດທຸກໆວັນທິດ.

    ໂອກາດທີ່ມາຢ້ຽມຢາມແຂວງຊຽງຂວາງໃນຄັ້ງນີ້ທ່ານປະທານສະພາແຫ່ງຊາດຍັງໄດ້ຕິດຕາມເບິ່ງກໍ່ສ້າງອາຄານຫ້ອງການຂອງກອງພັນປັດໄຈເນື່ອງຈາກທ່ານເປັນຜູ້ໃຫ້ທຶນກໍ່ສ້າງ ແລະຖືໂອກາດໄປເຄົາລົບນົບໄຫ້ວຈູດທູບທຽນເພື່ອລະນຶກເຖິງບຸນຄຸນຄວາມກະຕັນຍູຕໍ່ພໍ່ ແລະແມ່ຢູ່ທີ່ສຸສານເມືອງໜອງແຮດພ້ອມນີ້ຍັງໄດ້ວາງກະຕ່າດອກໄມ້ຢູ່ອານຸສາວະລີທ່ານ ພູມີ ວົງວິຈິດ, ທ່ານ ຕູ້ຢ່າ ໄຊຈູ ແລະ ອານຸສາວະລີ ທ່ານ ໄຟດ່າງ ລໍ່ເບຼຍຢ້າວ ເພື່ອລະນຶກເຖິງຄຸນງາມຄວາມດີ, ຄວາມພິລະອາດຫານ, ສະຕິປັນຍາອັນແຮງກ້າ, ຄວາມເປັນແບບຢ່າງທີ່ດີໃຫ້ເເກ່ພະນັກງານທະຫານຕຳຫຼວດຄົນຮຸ່ນຫຼັງໄດ້ຮ່ຳຮຽນນຳ.