ທູດອິນເດຍ ຮ່ວມ ສສກ ສະຫຼອງວັນໂຢຄະສາກົນ

   ສະຖານທູດອິນເດຍປະຈຳລາວ ຮ່ວມກັບກະຊວງສຶກສາທິການ ແລະກີລາ (ສສກ) ຈັດງານສະເຫຼີມສະຫຼອງວັນ Yopa ສາກົນ (21 ມິຖຸນາ) ຄັ້ງທີ 5 ຂຶ້ນໃນວັນ ທີ 15 ມິຖຸນາ 2019 ທີ່ເດີ່ນພະທາດຫຼວງວຽງຈັນ ໂດຍມີທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີການສຶກສາ ແລະກີລາ, ທ່ານ ດິນກາ ອາດສ໌ ທະນາ ເອກອັກຄະລັດຖະທູດອິນເດຍປະຈຳລາວພ້ອມດ້ວຍສະມາຊິກຂອງສະມາຄົມມິດຕະພາບລາວ-ອິນເດຍ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນເຂົ້າ ຮ່ວມ.

  ທ່ານ ດິນກາ ອາດສ໌ທະນາ ກ່າວວ່າ: ກີລາໂຢຄະແມ່ນກິດຈະກຳການຫັດກາຍະບໍລິຫານ ແລະ ການອອກກຳລັງກາຍໜຶ່ງທີ່ສຳຄັນຫຼາຍເພື່ອໃຫ້ມີສຸຂະພາບແຂງແຮງຈິດໃຈໂປ່ງໃສເບີກບານມ່ວນຊື່ນສ້າງຄົນໃຫ້ມີການຂະຫຍາຍຕົວຮອບດ້ານຄວາມຮູ້ຄວາມສາມາດສະຕິປັນຍາ ແລະ ຜ່ອນຄາຍຄວາມຕຶງຄຽດຫຼັງ ຈາກປະຕິບັດໜ້າທີ່ວຽກງານກີລາດັ່ງກ່າວຍັງເປັນກີລາເພື່ອສຸຂະພາບປະເພດໜຶ່ງທີ່ໄດ້ຮັບຄວາມນິຍົມຈາກມວນຊົນຢ່າງກວ້າງຂວາງໂດຍບໍ່ຈຳກັດເພດໄວ ອາຍຸ, ຖານະທາງສັງຄົມ.

  ການຈັດກິດຈະກຳຄັ້ງນີ້ຍັງເປັນການໂຄສະນາປຸກລະດົມມວນຊົນໃຫ້ຫັນມາຫັດກາຍະບໍລິຫານ, ການອອກກຳລັງກາຍ, ການຫຼິ້ນກີລາເພື່ອເສີມສ້າງສຸຂະພາບຮ່າງກາຍ ແລະຈິດໃຈໃຫ້ມີຄວາມແຂງແຮງສົມບູນສາມາດຕ້ານທານກັບພະຍາໂລຄາ ແລະສິ່ງແວດລ້ອມພາຍນອກ.

ຂ່າວ: ແພງຕາ