ເມືອງຫົງສາມີລາຍຮັບຈາກການທ່ອງທ່ຽວ 1,7 ຕື້ກີບ

  ໃນໜື່ງປີມານີ້ມີນັກທ່ອງທ່ຽວເຂົ້າມາທ່ຽວເມືອງຫົງສາຫຼາຍກ່ວາ 3.600 ຄົນ, ສາມາດສ້າງລາຍຮັບຈາກການທ່ອງທ່ຽວໄດ້ທັງໝົດ 1,7 ຕື້ກີບ ຫຼື ປະມານ 2 ແສນກວ່າໂດລາ.

      ທ່ານ ສົມຍົດ ອານຸວົງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເມືອງຫົງສາ, ໄດ້ເປີດເຜີຍຕໍ່ທີມງານຂ່າວແຂວງ  ຂອງພວກເຮົາຫວ່າງບໍ່ດົນມານີ້ວ່າ: ເມືອງຫົງສາ ຕັ້ງຢູ່ທິດເໜືອຂອງແຂວງໄຊຍະບູລີ ຫ່າງຈາກເທສະບານແຂວງ 90 ກວ່າກິໂລແມັດ, ປະ ກອບມີ 34 ບ້ານ, ມີ 5.737 ຄອບຄົວ, ມີພົນລະເມືອງທັງໝົດ 28.721 ຄົນ, ມີ 8 ເຜົ່າ, ໃນໄລຍະ 1 ປີມານີ້ເມືອງຫົງສາ ໄດ້ຖືເອົາວຽກ ງານການທ່ອງທ່ຽວເປັນບັນຫາສຳຄັນ, ເພື່ອດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ອງເມືອງຫົງສາ ນັບມື້ນັບຫຼາຍຂຶ້ນຊຶ່ງພວກເຮົາໄດ້ມີຄວາມພ້ອມເຊັ່ນ: ສະຖານທີທ່ອງທ່ຽວ, ດ້ານສິ່ງຮອງຮັບ ແລະສິ່ງອຳນວຍຄວາມສະດວກດ້ານຕ່າງໆດັ່ງຄຳຂ້ວນຂອງເມືອງຫົງສາ ເມືອງອຸດສາຫະກຳພະລັງງານໄຟຟ້າພັດທະນາຫັດຖະກຳຕຳແຜນແພຝ້າຍສາຍທາງທ່ອງທ່ຽວຂີ່ຊ້າງຊົມເມືອງມີຊື່ສຽງຜັກທຽມຫອມຫົວງາມເຂົ້າຫຼາມແຊບ, ປະຈຸບັນເມືອງຫົງສາມີສະຖານທີ່ທ່ອງທ່ຽວ 20 ກວ່າແຫ່ງ, ໃນນີ້ແຫ່ງທ່ອງທ່ຽວທາງດ້ານວັດທະນະທຳ 7 ແຫ່ງ, ແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດ 11 ແຫ່ງ ແລະທ່ອງທ່ຽວປະຫວັດສາດ 2  ແຫ່ງ, ນອກຈາກສະຖານທີທ່ອງທ່ຽວແລ້ວເມືອງຍັງມີເຮືອນພັກ 18 ແຫ່ງ, ໂຮງແຮມ 2 ແຫ່ງ, ລີສອດ 1  ແຫ່ງ, ປີຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວເມືອງຫົງສາ 3.600 ກວ່າຄົນ, ສາມາດສ້າງລາຍຮັບໄດ້ 1,7 ຕື້ກີບ ຫຼື ປະມານ 2 ແສນກວ່າໂດລາ, ສ່ວນຫຼາຍນັກທ່ອງທ່ຽວຈະເປັນຄົນໄທ, ເຂົ້າມາທາງດ້ານສາກົນນ້ຳເງິນເມືອງເງິນ.

  ທ່ານ ສົມຍົດ ອານຸວົງ ຫົວໜ້າ ຖວທ ເມືອງຫົງສາ ຍັງໄດ້ກ່າວຕື່ມວ່າ: ໃນປີ 2019 ນີ້ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາທ່ຽວເມືອງຫົງສາບໍ່ຫຼຸດ 4-5 ພັນກວ່າຄົນ, ຈະສ້າງລາຍຮັບໄດ້ 3 ແສນກວ່າໂດລາ, ພ້ອມນີ້ທາງເມືອງຫົງສາໄດ້ມີການປັບປຸງ, ບູລະນະແຫຼ່ງທ່ອງທ່ຽວຕາດເຍື້ອງ, ເພື່ອຮອງຮັບນັກທ່ອງທ່ຽວເຂົ້າມາທ່ຽວຊົມຕາດເຍື້ອງຕັ້ງຢູ່ບ້ານປາກຫ້ວຍຍາງເປັນນ້ຳຕົກຕາດທີ່ສວຍງາມ, ອ້ອມຮອບເຕັມໄປດ້ວຍທຳມະຊາດຕົ້ນໄມ້ໃຫ່ຍ ແລະພືດພັນນາໆຊະນິດຫ່າງຈາກເທສະບານເມືອງ 35 ກິໂລແມັດນອກຈາກຊົມທຳມະຊາດທີ່ສວຍງາມແລ້ວຢູ່ສະຖານທີ່ດັ່ງກ່າວຈະມີການບໍລິການຂີ່ຊ້າງທ່ຽວຊົມທິວທັດທຳມະຊາດທີ່ອຸດົມສົມບູນອີກດ້ວຍ.