ຮອງນາຍົກລົງຢ້ຽມຢາມພໍ່ແມ່ປະຊາຊົນ ເມືອງສອງຄອນ

 ວັນທີ 16 ມິຖຸນາ 2019 ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີພ້ອມດ້ວຍການນຳຂັ້ນສູນກາງ, ໄດ້ເດີນທາງລົງຢ້ຽມຢາມອຳນາດການປົກຄອງ ແລະພໍ່ແມ່ປະຊາຊົນເມືອງສອງຄອນແຂວງສະຫວັນນະເຂດ,ໂດຍການຕ້ອນຮັບຈາກທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ,ທ່ານ ທອງທ່ຽວ ສີດາວົງ ຫົວໜ້າຄະນະຈັດຕັ້ງແຂວງທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ ປະທານກວດກາພັກ-ລັດແຂວງ, ມີບັນດາການນຳພະແນກການຂອງແຂວງ, ຄະ ນະນຳຂອງເມືອງສອງຄອນໄດ້ເປັນກຽດຕ້ອນຮັບໃນຄັ້ງນີ້.

  ກ່ອນອື່ນທ່ານຮອງນາຍົກໄດ້ລົງພົບປະພີ່ນ້ອງປະຊາຊົນບ້ານດົງສະຫວ່າງຊຶ່ງບ້ານດັ່ງກ່າວກຳລັງໄດ້ຮັບການພັດທະນາໂດຍມີໂຄງການຊົນລະປະທານຂະໜາດໃຫຍ່ທີ່ເຮັດໃຫ້ປະຊາຊົນເຂດດັ່ງກ່າວໄດ້ຊົມໃຊ້ເຂົ້າໃນການຜະລິດ. ໂອກາດນີ້ທ່ານກຽງສັກໄຊຍະວົງຮອງຫົວໜ້າຂະແໜງຊົນລະປະທານແຂວງທັງເປັນຫົວ ໜ້າຜູ້ປະສານງານໂຄງການພັດທະນາໂຄງລ່າງພື້ນຖານກະສິກຳຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກດໄດ້ລາຍງານໃຫ້ຮູ້ວ່າ: ໂຄງການນີ້ໄດ້ແຫຼ່ງທຶນເງິນກູ້ຢືມຈາກທະນາຄານພັດທະນາອາຊີໃນວົງເງິນທັງໝົດ 2,3 ລ້ານໂດລາ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນທັນວາ 2018,ມາຮອດປະຈຸບັນໂຄງການມີຄວາມຄືບໜ້າປະມານ 50%, ເຊິ່ງມີລະບົບຄອງເໝືອງ 24 ເສັ້ນ, ມີຄວາມຍາວທັງໝົດ 19 ກິໂລແມັດ, ໃນນັ້ນໄດ້ສ້າງຝາຍ 1 ແຫ່ງ, ຍາວ 185 ແມັດ , ສັນຝາຍກວ້າງ 3,5 ແມັດ, ຈາກນັ້ນຍັງໄດ້ກໍ່ສ້າງທໍ່ລອດທາງ 27 ຈຸດ, ອາຄານຕາດໂຕນ 23 ຈຸດ, ຂົວຂ້າມ ຄອງ 19 ຈຸດ, ອາຄານແບ່ງນ້ຳ 14 ຈຸດ, ອ່າງຜ່ອນນ້ຳ 1 ຈຸດ, ຕິດຕັ້ງຈັກສູບນ້ຳແກນຕັ້ງ 3 ຈຸດ. ເມືອງກໍ່ສ້າງສຳເລັດຈະສາມາດຕອບສະໜອງນ້ຳໃຫ້ແກ່ຊາວນາໃນເຂດດັ່ງກ່າວນີ້ໄດ້ປະມານ 700 ເຮັດຕາ. ໂດຍການຮັບເໝົາຂອງບໍລິສັດລາວມີໄຊກໍ່ສ້າງຈຳກັດ.

 ຈາກນັ້ນໃນຕອນບ່າຍຂອງວັນດຽວກັນທ່ານ ບຸນທອງ ຈິດມະນີ ກໍ່ໄດ້ມີການພົບປະໂອ້ລົມກັບອຳນາດການປົກຄອງເມືອງໂດຍສະເພາະການກຽມກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ. ໂອກາດດັ່ງ ກ່າວທ່ານ ນັນສິດ ສານຸພາບ ເຈົ້າເມືອງສອງຄອນກໍ່ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງໃຫ້ ໄດ້ຮັບຊາບໂດຍສັງເຂບ ແລະທ່ານ ສຸວິດ ບຸນມາວົງ ຄະນະປະຈຳພັກເມືອງຫົວໜ້າຄະນະຈັດຕັ້ງເມືອງກໍ່ໄດ້ລາຍງານສະພາບການກະກຽມ ແລະ ການດຳເນີນ ກອງປະຊຸມໃຫຍ່ຂອງພັກ 3 ຂັ້ນຂອງເມືອງຊຶ່ງມາຮອດປະຈຸບັນການດຳເນີນກອງປະຊຸມໃຫຍ່ຂອງຮາກຖານພັກ ແລະ ໜ່ວຍພັກກໍ່ໄດ້ຈັດຕັ້ງປະຕິບັດໄປໄດ້ເປັນຈຳນວນຫຼາຍ. ໃນທົ່ວເມືອງມີ 14 ຄະນະພັກຮາກຖານ, ມີ 125 ໜ່ວຍພັກ.

 ໂອກາດດັ່ງກ່າວທ່ານ ບຸນທອງ ຈິດມະນີ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງເມືອງທີ່ຍາດມາໄດ້ແລະມີການພັດທະນາຢ່າງຕໍ່ເນື່ອງເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ, ໂອກາດນີ້ທ່ານຍັງໄດ້ໃຫ້ເອົາໃຈໃສ່ໃນການພັດທະນາດ້ານເສດຖະກິດໃນສະເພາະໜ້າແມ່ນການຜະລິດໃນລະດູຝົນທີ່ຈະມາເຖິງນີ້ໃຫ້ເອົາໃຈໃສ່ຜະລິດໃຫ້ໄດ້ໝາກຜົນ, ໄດ້ທັງຄຸນະພາບ,ເອົາໃຈໃສ່ດູແລຮັກສາສຸຂະພາບສັດໂດຍສະເພາະການສັກຢາປ້ອງກັນຕາມລະດູການ ແລະອັນສຳຄັນແມ່ນການຜະລິດໃຫ້ໄດ້ຄຸນະພາບ, ການຜະລິດເປັນສິນຄ້າໂດຍສ້າງຕົວແບບການຜະລິດໃຫ້ໄດ້ຫຼາຍເພື່ອຈະໄດ້ເອກອ້າງໃນກອງປະຊຸມໃຫຍ່ຂັ້ນຂອງຕົນ. ນອກນັ້ນວຽກງານການສຶກສາກໍ່ເປັນວຽກງານໜຶ່ງທີ່ຖືສຳຄັນໂດຍສະເພາະເດັກໃນເກນອາຍຸຕ້ອງໄດ້ເຂົ້າຮຽນເປັນປົກກະຕິ, ການຮັກສາສຸຂະພາບກໍ່ຕ້ອງໃຫ້ຄວາມສຳຄັນໂດຍສະເພາະປະຈຸບັນພະຍາດໄຂ້ຍຸງລາຍກຳລັງລະບາດພ້ອມນັ້ນກໍ່ໃຫ້ລະວັງພະຍາດຕາມລະດູການນຳອີກ. ທ່ານຮອງນາຍົກຍັງໄດ້ເນັ້ນຕື່ມອີກວ່າ: ສຳລັບວຽກປັບປຸງລະບົບການເມືອງໂດຍສະເພາະການກະກຽມກອງປະຊຸມໃຫຍ່ 3 ຂັ້ນ, ຕ້ອງໄດ້ເນັ້ນໜັກ 3 ວຽກໃຫຍ່ຄື: ວຽກຊຸກຍູ້ຂະບວນ ການທີ່ຕິດພັນກັບກອງປະຊຸມໃຫຍວາງອອກໂດຍມີການແຂ່ງຂັນກັນໃນການຄຳນັບຮັບຕ້ອນໃຫ້ເປັນຂະບວນຢ່າງກວ້າງຂວາງ.ຈາກນັ້ນກໍ່ແມ່ນວຽກງານການກະກຽມດ້ານເນື້ອໃນໂດຍສະເພາະບົດລາຍງານການເມືອງໃຫ້ເອົາໃຈໃສ່ຕີລາຄາວຽກງານພາຍໃນພັກໃນແຕ່ລະດ້ານ, ການກຳນົດທິດທາງຕ້ອງເອົາໃຈໃສ່ໃຫ້ຕິດພັນກັບທິດບຸກ, ອັນສຳຄັນອີກອັນໜຶ່ງແມ່ນການກະກຽມບຸກຄະລາກອນຕ້ອງເລືອກເຟັ້ນໃຫ້ໄດ້ບຸກຄະລາກອນທີ່ມີຄຸນະພາບ,ໂດຍອີງໃສ່ການທາບທາມ ແລະເບິ່ງຕາມຕົວຈິງຂອງເປົ້າໝາຍຕື່ມອີກ.

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ